วันอังคารที่ 30 มกราคม พ.ศ. 2561

8 ສະໝຸນໄພ ຊ່ວຍເບິ່ງແຍງສຸຂະພາບໃນ ລະດູໜາວ

8 ສະໝຸນໄພ ຊ່ວຍເບິ່ງແຍງສຸຂະພາບໃນ ລະດູໜາວ

ລະດູ​ໜາວ ​ມາ​ຮອດ​ແລ້ວ ຫລາຍໆ​ຄົົນທີ່​​ມັກ​ລະດູ​ການ​ນີ້ ​ເພາະ​ວ່າ​ອາ​ກາດ​ບໍ່​ຮ້ອນ ​ແລະ ​ເຢັນ​ສະບາຍ ແຕ່​ບາງ​ຄົົນທີ່​ມັກ​ໜາວ​ກໍ​ບໍ່​ມັກ​ອາ​ກາດ​ເຢັນໆ​ເຊັ່ນ​ກັນ ມື້​ນີ້​​ມີ​ວິທີ​ກຽມ​ໂຕ​ກ່ອນ​ເຂົ້າ​ລະດູ​ໜາວ​ງ່າຍໆ​ມາ​ຝາກ​ກັນ​ ໂດຍ​ການ​ໃຊ້​ສະ​ໝຸນ​ໄພ​ຂອງ​ບ້ານເຮົາ​ນີ້​ເອງ ສາມາດ​ຊ່ວຍ​ແກ້​ໜາວ ແລະ ​ຊ່ວຍ​ປັບ​ສົມ​ດຸນ​ຂອງ​ທາດ​ຕ່າງໆ​ໃນ​ຮ່າງກາຍ​ຂອງ​ເຮົາ​ໄດ້​ນໍາອີກ​


ຕາມ​ຫລັກ​ທິດສະດີ​ຂອງ​ໝໍ​ພື້ນເມືອງກ່າວ​ໄວ້​ວ່າ ຮ່າງກາຍ​ຂອງ​ຄົນ​ເຮົາ​ມີ​ທາດ​ເປັນ​ອົງ​ປະກອບ​ ໄດ້​ແກ່ ດິນ ນ້ຳ ລົມ ໄຟ ແລະ ​ອາການ​ເຈັບ​ປ່ວຍ​ຂອງ​ຄົນ​ເຮົາ ມັກ​ຈະ​ຂຶ້ນ​ຢູ່​ກັບ​ການ​ເສຍ​ສົມ​ດຸນ​ຂອງ​ທາດ​ນັ້ນໆ ສ່ວນ​ໃຫຍ່​ການ​ເຈັບ​ປ່ວຍ​ໃນ ລະດູ​ໜາວ ມັກ​ຈະ​ກ່ຽວກັບ​ທາດ​ນ້ຳ​ໃນ​ຮ່າງກາຍ​ທີ່​ເກີດ​ການ​ເສຍ​ສົມ​ດຸນ​ຮ່າງກາຍ​ຈະ​ເກີດ​ອາການ​ທີ່​ພົບ​ເລື້ອຍໆ ຄື ອາການ​ເຈັບ​ຄໍ ແສບ​ຄໍ ມີ​ຂີ້ກະເທີ ອາການ​ດັ່ງ​ກ່າວ​ເກີດ​ຈາກ​ກຸ່ມ​ອາການ​ຂອງ​ພະຍາດ​ລະບົບ​ທາງເດີນ​ຫາຍ​ໃຈ ຄົນບ້ານເຮົາ​ຈຶ່ງ​ມີ​ວິທີ​ການ​ເບິ່ງແຍງ​ສຸຂະພາບ​ໃນ​ລະດູ​ໜາວ​ດ້ວຍ​ການ​ປັບ​ໃຊ້​ໂດຍ​ການ​ນຳ​ເອົາ​ສະ​ໝຸນ​ໄພ​ເພື່ອ​ປ້ອງ​ການ​ການ​ແກ້​ໜາວ​ເພາະ​ເປັນ​ສະ​ໝຸນ​ໄພ​ທີ່​ຫາ​ຊື້​ໄດ້​ງ່າຍ​ຕາມ​ຕະຫລາດ ຫລື ​ບາງ​ເຮືອນ​ກໍ​ມີ​ປູກ​ໄວ້​ໃນ​ເຮືອນ​ຂອງ​ຕົນເອງ ການ​ປັບ​ສົມ​ດຸນ​ຂອງ​ທາດ​ນ້ຳ ມີ​ດັ່ງ​ຕໍ່ໄປນີ້

1. ໝາກເພັດ ​ມີ​ສານ​ແຄບ​ໄຊ​ຊິນ (capsaicin) ຈະ​ເຮັດໃຫ້​ຊ່ວຍ​ໃນ​ການ​ໄຫລ​ວຽນ​ຂອງ​ເລືອດ​ໃນ​ຮ່າງກາຍ​ຂອງ​ເຮົາ ແລະ ​ຊ່ວຍ​ໃນ​ການ​ທີ່​ຈະ​ເຮັດໃຫ້​ເກີດ​ຄວາມ​ເຢັນ​ບໍລິເວນ​ປາຍ​ນິ້ວ​ມື ແລະ ນິ້ວ​ຕີນຫ​ລຸດ​ລົງ



2. ກະ​ທຽມ ຈະ​ຊ່ວຍ​ເພີ່ມ​ການ​ໄຫລ​ວຽນ​ຂອງ​ເລືອດ ໂດຍ​ສະເພາະ​ບໍລິເວນ​ຜິວ​ໜັງ ສາມາດ​ນຳ​ມາ​ປຸງ​ເປັນ​ອາຫານ​ ຫລື ກິນ​ສົດໆ ໄດ້​ທັນທີ


3. ຂີງ ເຊິ່ງ​ມີ​ສານ​ ຈິງ​ເກີ​ຣອນ (gingerol) ເຊິ່ງ​ຈະ​ຊ່ວຍ​ຫລຸດ​ໂຄ​ເລດ​ເຕີ​ລໍ​ຊະນິດ​ທີ່​ບໍ່​ດີ​ໃນ​ຮ່າງກາຍ ແລະ ​ຊ່ວຍ​ເຮັດໃຫ້​ຫລອດ​ເລືອດ​ບໍ່​ແຂງ​ໂຕ


4. ຂ່າ ຈະ​ມີ​ປະໂຫຍດ​ໃນ​ການ​ບຳ​ລຸງ​ທາດ​ໄຟ ແລະ ​ຊ່ວຍ​ຍ່ອຍ​ອາຫານ​ແຖມ​ຍັງ​ຊ່ວຍ​ແກ້​ອາການ​ປຸ້ນທ້ອງຮາກ ຊ່ວຍ​ຫລຸດ​ຂີ້ກະເທີ ບຳ​ລຸງ​ຮ່າງກາຍ ​ແລະ ​ຍັງ​ຊ່ວຍ​ເພີ່ມ​ການ​ໄຫລ​ວຽນ​ຂອງ​ເລືອດ ເປັນ​ສະ​ໝຸນ​ໄພ​ຕ້ານ​ມະ​ເຮັງນໍາ​ອີກ​


5. ຫວານຫົດ ເປັນ​ພືດ​ທີ່​ມີ​ລົດ​ຮ້ອນ ເຊິ່ງ​ມີ​ວິ​ຕາ​ມິນ​ເອ ບີ12 ແລະ ​ຍັງມີ​ແຄ​ຊຽມ ຊ່ວຍ​ລະບົບ​ການ​ຍ່ອຍ​ອາຫານ ແລະ ​ຈຸກ ສຽດ​ໃນ​ກະເພາະ​ອາຫານ​ນໍາອີກ​



6. ກະ​ເພົາ ໃບ​ສົດ​ມີ​ນ້ຳ​ມັນ​ຫອມ​ລະ​ເຫີຍ ເຊິ່ງ​ປະກອບ​ດ້ວຍ linalool methyl chavicol  ສັບ​ພະຄຸນ ເປັນ​ຢາ​ຂັບ​ລົມ ຊ່ວຍຫ​ລຸດ​ອາການ​ຈຸກ​ສຽດ ຍິ່ງ​ຖ້າ​ນຳ​ໃບ​ສົດ​ມາ​ຄັ້ນ​ໃຫ້ເປັນ​ນ້ຳ​ຊ່ວຍ​ໃນ​ການ​ຂັບ​ຂີ້ກະເທີ ຂັບ​ເຫື່ອ ແຕ່​ຖ້າ​ຫາກ​ມີ​ແຜ ​ຫລື ​ເປັນ​ພະຍາດ​ຜິວ​ໜັງ ນຳ​ນ້ຳ​ກະ​ເພົາ​ທີ່​ຄັ້ນ​ແລ້ວ​ມາ​ທາ​ບໍລິເວນ​ຜິວ​ໜັງ ​ເຊິ່ງ​ຈະ​ຊ່ວຍ​ຂ້າ​ເຊື້ອ​ຈຸລິນຊີ​ໄດ້​ໃນ​ບາງ​ຊະນິດ ນອກ​ຈາກ​ນີ້​ຍັງ​ສາມາດ​ປ້ອງ​ກັນ​ຍຸງ​ໄດ້​ດົນ 2 ຊົ່ວ​ໂມງ



7. ບົວລະພາ ເລືອກ​ໃຊ້​ແຕ່​ໃບ​ຄັ້ນ​ເອົາ​ນ້ຳ​ປະ​ມານ 1 ຖ້ວຍ ມາ​ປະສົມ​ກັບ​ນ້ຳ​ເຜິ້ງ ກິນ​ແກ້​ໄອ ຈະ​ຊ່ວຍ​ຫລຸດ​ອາການ​ຫລອດລົມ​ອັກ​ເສບ ແລະ ​ຍັງ​ສາມາດ​ຊ່ວຍ​ໃນ​ການ​ຂັບ​ເຫື່ອ​ໄດ້​ດີ​ນໍາອີກ



8. ກະ​ເດົາ ມີ​ຄຸນຄ່າ​ທາງ​ອາຫານ​ໄດ້​ແກ່ ໂປ​ຕີນ ຄາ​ໂບ​ໄຮ​ເດ​ດ ​ແຄ​ຊຽມ ຟອດ​ຟໍ​ລັດ ເຫລັກ ເສັ້ນ​ໃຍ ເບ​ຕ້າ​ແຄ​ໂລ​ທີນ ວິ​ຕາ​ມິນ​ເອ ວິ​ຕາ​ມິບີ1 ແລະ 2 ວິ​ຕາ​ມິນ​ຊີ ແລະ ​ໄນ​ອາ​ຊີນ ປະໂຫຍດ​ຂອງ​ກະ​ເດົາ ມີ​ສັບພະຄຸນ​​ບຳ​ລຸງ​ທາດ​ໄຟ ສ້າງ​ພູ​ມ​ຕ້ານ​ທານ​ໃຫ້​ຮ່າງກາຍ ແລະ ​ແກ້​ໄຂ ຊ່ວຍ​ໃຫ້​ຂັບຖ່າຍ​​ລະອຽດ ຂັບ​ຖ່າຍ​ຄ່ອງ ແລະ ​ຊ່ວຍ​ໃຫ້​ນອນ​ຫລັບ​ສະບາຍ ສ່ວນ​ໃຫຍ່​ຈະ​ນິຍົມ​ນຳ​ດອກ ​ແລະ ​ໃບ​ນຳ​ມາ​ກິນ



ນອກ​ຈາກ​ເລື່ອງ​ການ​ປັບ​ສົມ​ດຸນ​ຂອງ​ທາດ​ໃນ​ຮ່າງກາຍ​ແລ້ວ ໃນ ລະດູ​ໜາວ ຍັງມີ​ບັນຫາ​ເລື່ອງ​ຜິວ​ໜັງ​ແຫ້ງ ຖື​ເປັນ​ບັນຫາ​ທີ່​ສ້າງ​ຄວາມ​ລຳ​ຄານ​ແກ່​ທຸກ​ຄົນ​ໄດ້​ຫາກ​ບໍ່​ດູແລຮັກສາ​ເພາະ​ເມື່ອ​ຜິວ​ໜັງ​ແຫ້ງ​ຈະ​ເຮັດໃຫ້​ຮູ້ສຶກ​ຄັນ ລຳ​ຄານ ບາງ​ຄົນ​ຈະ​ຮູ້ສຶກ​ແສບ​ຮ້ອນ​ມັກ​ເກົາ​ບໍລິເວນ​ຜິວ​ໜັງ​ທີ່​ຄັນ​ຈົນ​ເກີດ​ແຜ​ອັກ​ເສບ​ເລືອດ​ອອກ ແລະ ​ມີ​ເຊື້ອ​ພະຍາດ​ເຂົ້າ​ສູ່​ຮ່າງກາຍ​ເກີດ​ອາການ​ອັກ​ເສບ ເຊິ່ງ​ຫາກ​ມີ​ຜິວ​ແຫ້ງ ມີ​ຂໍ້​ແນະ​ນຳ​ໃຫ້​ນຳ​ນ້ຳ​ມັນ​ໝາກ​ກອກ​ບໍລິສຸດ​ທາ​ຈະ​ຊ່ວຍ​ໃຫ້​ຜິວ​ເກີດ​ຄວາມ​ຊຸ່ມ​ຊື່ນ​ໄດ້​ດົນ ຫາກ​ໃຊ້​ນ້ຳ​ມັນ​ໝາກພ້າວ​ ຫລື  ​ນ້ຳ​ມັນ​ງາ ​ຈະ​ຊ່ວຍຫ​ລຸດ​ອາການ​ອັກ​ເສບ​ຂອງ​ຜິວ​ໜັງ ປ້ອງ​ກັນ​ມະ​ເຮັງ​ຜິວ​ໜັງ​ທີ່​ເກີດ​ຈາກ​ແສງ​ແດດ​ໄດ້

ປະໂຫຍດ​ທັງ​ຫລາຍ​ຂອງ​ພືດ ​ແລະ ​ສະ​ໝຸນ​ໄພ​ທີ່​ກ່າວ​ມາ​ທັງ​ໝົດ​ນີ້ ບໍ່​ໄດ້​ມີ​ປະໂຫຍດ​ສະເພາະ ລະດູ​ໜາວ ພຽງ​ເທົ່າ​ນັ້ນ ​ທຸກ​ຄົນ​ສາມາດ​ນຳ​ມາ​ປຸງ​ອາຫານ​ໄດ້​​ທຸກໆ​ລະດູ ແລະ​ ອີກ​ຢ່າງ​ທີ່​ທຸກ​ຄົນ​ຄວນ​ສົນ​ໃຈ​ ແລະ ​ໃສ່​ໃຈ​ທີ່​ຈະ​ເຮັດ​ຮ່ວມ​ໄປ​ດ້ວຍ​ຄື​ການ​ໄດ້​ອອກ​ກຳ​ລັງ​ກາຍ​ເປັນ​ປະຈຳ​ຢ່າ​ງສະ​ມໍ່າ​ສະເໝີ ເພື່ອ​ສຸຂະພາບ​ຈະ​ໄດ້​ແຂງ​ແຮງນໍາ​ອີກ​

ຂໍຂອບໃຈ
Laopost

วันอาทิตย์ที่ 28 มกราคม พ.ศ. 2561

ສຸດຍອດ ຜັກໝາກໄມ້ກິນຫຼາຍໆຊ່ວຍໃຫ້ ປອດ ແຂງແຮງ


ສຸດຍອດ ຜັກໝາກໄມ້ກິນຫຼາຍໆຊ່ວຍໃຫ້ "ປອດ" ແຂງແຮງ

ຜັກແລະໝາກໄມ້ສາມາດກິນໄດ້ທຸກມື້ ເພື່ອຊຳລະລ້າງບຳລຸງປອດຂອງທ່ານໃຫ້ແຂງແຮງ ແລະຟອກປອດໃຫ້ສະອາດຂຶ້ນ


ຫົວຜັກບົ່ວໃຫຍ່ມື້ລະຫັວ 
ຫົວຜັກບົ່ວໃຫຍ່ເປັນຜັກທີ່ມີວິຕານິນຊີສູງ ແລະມີສານເຄີຊີທີນທີ່ຊ່ອຍຕໍ່ຕ້ານອະນຸມູນອິດສະຫຼະໃນຮ່າງກາຍສູງຫຼາຍ ເຊິ່ງຈາກການສຶກສາທາງການແພດພົບວ່າເປັນສານຕໍ່ຕ້ານອະນຸມູນອິດສະຫຼະທີ່ສາມາດລ້າງສານພິດທີ່ມີຢູ່ໃນປອດໄດ້

ຂີງ 
ເຕັມໄປດ້ວຍສັບພະຄຸນທາງຢາ ແຖມຍັງຈັດເປັນຢາອາຍຸວັນນະຊັ້ນດີ ເພາະມີສານຕໍ່ຕ້ານອະນຸມູນອິດສະຫຼະເປັນຈຳນວນຫຼາຍ ແລະ ຂີງຍັງມີສັບພະຄຸນ ເດັ່ນກ່ຽວກັບການບຳລຸງຮັກສາລະບົບທາງເດີນຫາຍໃຈ ການເປີດຫຼອດລົມລະບາຍຂັບຄາຍຮ້ອນ ເວລາຮັບປະທານຈຶ່ງຮູ້ສຶກໂລ່ງ ເພາະມີເມື້ອກທີ່ຊ່ອຍຂັບໄລ່ເບັກທີ່ເຣຍຄ້າຍຄືກັບນ້ຳຢາຂ້າເຊື້ອ ຕ້ານການອັກເສັບຂອງປອດ


ໝາກກ້ຽງໃຫຍ່ 
ມີວິຕາມິນຊີສູງ ກະຕຸ້ນລະບົບພູມຄຸ້ມກັນ ມີວິຕາມີນບີ1 ຊ່ວຍໃນການຍ່ອຍອາຫານເສີມສ້າງການເຮັດວຽກຂອງກ້າມຊີ້ນ ແລະ ຫົວໃຈ ວິຕາມິນບີ2  ປ້ອງກັນໄຂມັນອຸດຕັນໃນເສັ້ນເລືອດ ມີໂພແທັດຊ້ຽມ ທີ່ດີຕໍ່ການເຮັດວຽກຂອງຫົວໃຈ


ໝາກຖົ່ວບຣາຊິນ 
ໝາກຖົ່ວບຣາຊິນຍັງເປັນແຫຼ່ງຂອງຊີລີນຽມທີ່ດີທີ່ສຸດ ເຊິ່ງຊີລີນຽມເປັນແຮ່ທາດຕ້ານອະນຸມູນອິດສະຫຼະ ເຮັດໃຫ້ການຕອບສະໜອງຂອງ ແອນຕີ້ບໍດີ້ໃນລະບົບພູມຄຸ້ມກັນເປັນປົກກະຕິ ຜົນທີ່ໄດ້ຮັບກໍ່ຄື ປ້ອງກັນມະເຮັງ, ພະຍາດຫົວໃຈ, ປ້ອງກັນຫຼອດເລືອດອຸດຕັນ ແລະຫຍຸດການຈະເລີນເຕີບໂຕຂອງເນື້ອງອກ ເພາະການຮັບປະທານໝາກຖົ່ວບຣາຊິນຈຶ່ງເສີມສ້າງເປັນເກາະປ້ອງກັນປອດໃຫ້ແຂງແຮງ ຕໍ່ສູ້ກັນຄ້ວນພິດ


ຂໍຂອບໃຈ  Sanook muan

วันพฤหัสบดีที่ 25 มกราคม พ.ศ. 2561

ໄຂມັນໃນເລືອດແກ້ງ່າຍໆ ດ້ວຍນ້ຳໝາກຂີ້ຫູດ


ໄຂມັນໃນເລືອດແກ້ງ່າຍໆ ດ້ວຍນ້ຳໝາກຂີ້ຫູດເດີ້

ໝາກຂີ້ຫູດເປັນພືດທີ່ມີສັບພະຄຸນທາງຢາ ນອກຈາກຈະມີກິ່ນຫອມຊ່ວຍໄລ່ຍຸງໄດ້ແລ້ວ ໝາກຂີ້ຫູດຍັງສາມາດນຳມາໃຊ້ໃຫ້ເປັນປະໂຫຍດກັບຮ່າງກາຍໄດ້ຫຼາຍຢ່າງ ມີທັງຂັດຜິວ ແລະ ບຳລຸງຜົມ

ນ້ຳໝາກຂີ້ຫູດ
ໝາກຂີ້ຫູດເປັນສະໝຸນໄພທີ່ມີຢູ່ໃນບ້ານ ແລະ ໝາກຂີ້ຫູດຍັງສາມາດນຳມາກິນໄດ້ທັງໃບ ແລະ ໜ່ວຍ ພວກເຮົາຈຶ່ງນຳໝາກຂີ້ຫູດມາເຮັດເປັນນ້ຳດື່ມສະໝຸນໄພ ສານທີ່ສຳຄັນໃນການເສີມສ້າງອະໄວຍະວະສາມາດກຳຈັດສານພິດ ເຊິ່ງສານທີ່ວ່ານີ້ໄດ້ມາຈາກໝາກຂີ້ຫູດ ໂດຍນຳໝາກຂີ້ຫູດມາແປງຮູບມາເປັນເຄື່ອງດືມສະໝຸນໄພທີ່ມີປະໂຫຍດຕໍ່ສຸຂະພາບ

ວິທີເຮັດນ້ຳດື່ມສະໝຸນໄພ
ນຳໝາກຂີ້ຫູດ 4-5 ໜ່ວຍ ມາປອກເປືອກອອກເພື່ອບໍ່ໃຫ້ມີລົດຂົມ ຄັ້ນເອົາແຕ່ນ້ຳໝາກຂີ້ຫູດ
ສ່ວນປະສົມ : ນ້ຳໝາກຂີ້ຫູດ, ເກືອ, ນ້ຳເຜີ້ງ ນ້ຳກ້ອນປັ່ນໃສ່ລົງໃນເຄື່ອງປັ່ນໝາກໄມ້ເຮັດໃຫ້ສ່ວນປະສົມເຂົ້າດ້ວຍກັນ

ສັບພະຄຸນທາງຢາ 
ເປືອກໝາກຂີ້ຫູດແຫ້ງ ແລະ ສົດ ມີສັບພະຄຸນແກ້ລົມໜ້າມຶດ ແກ້ວິນ, ບຳລຸງຫົວໃຈ ຂັບລົມໃນລຳໃສ້ ແລະ ຂັບລະດູ
ໝາກທີ່ມີລົດສົ້ມມີສັບພະຄຸນເປັນຢາຂັບຂີ້ເທີ່, ແກ້ໄອ, ແກ້ນ້ຳລາຍໜຽວ, ຟອກເລືອດ ແລະ ໃຊ້ເປັນຢາສະຫົວເຮັດໃຫ້ຜົມດົກດຳ ບໍ່ມີຂີ້ຫົວ ຮາກຍັງສາມາດແກ້ຜິດຝີພາຍໃນ ແລະ ແກ້ລົມຈຸກສຽບ
     • ນ້ຳໝາກຂີ້ຫູດລົດສົ້ມໃຊ້ດອງຢາ ມີສັບພະຄຸນເປັນຢາຟອກເລືອດສຳລັດຜູ້ຍິງ
     • ໃບສາມາດແກ້ໄອ ແກ້ຮາກເປັນເລືອດ, ແກ້ຊ້ຳໃນ ແລະ ດັບກິ່ນຄາວໄດ້ ໃບ ມີນ້ຳມັນຫອມ

ວິທີ ແລະ ປະລິມານທີ່ໃຊ້
ໃຊ້ເປັນຍາບຳລຸງຫົວໃຈ, ຂັບລົມໃນລຳໄສ້, ແກ້ແໜ້ນ ແລະ ແກ້ຂີ້ເທິ່
ຜ່າເປືອກໝາກຂີ້ຫູດເປັນຕອນນ້ອຍໆ 1 ບ່ວງແກງ ໃສ່ກາລະບູນ 1 ຢິບມື ຄົນເຂົ້າກັນດ້ວຍນ້ຳຮ້ອນແຊ່ປະໄວ້ດື່ມແຕ່ນ້ຳມື້ໜຶ່ງ 1 ຫາ 2 ເທື່ອ ແຕ່ຖ້າຍັງບໍ່ໄຄ ຈະດື່ມຕິດຕໍ່ກັນ 2-3 ເທື່ອກະໄດ້ ໃຊ້ສະຜົມເພື່ອໃຫ້ຜົມສະອາດ ແລະ ຊຸ່ມຊື້ນ ເປັນເງົາງາມດົກດຳ ແລະ ຜົມຍັງໝື່ນອີກ ໂດຍຜ່າໝາກຂີ້ຫູດເປັນ 2 ຊິ້ນ ຫຼື ນຳໝາກຂີ້ຫູດມາເຜົາໄຟ ແລ້ວນຳມາຜ່າ ໃຊ້ສະຜົມ


ຂໍຂອບໃຈ
Sanook Muan



วันพุธที่ 24 มกราคม พ.ศ. 2561

ຟີມ້າອອຍ (prema oil) ນ້ຳມັນສະກັດເຍັນ 4 ຊະນິດ ສັບພະຄຸນຫຼວງຫຼລາຍ

ຟີມ້າອອຍ ນ້ຳມັນສະກັດເຍັນ 4 ຊະນິດ ສັບພະຄຸນຫຼວງຫຼລາຍ ຊ່ວຍໃຫ້ສຸຂະພາບດີເດີ້...ຈຣາາາ

ຟີມ້າອອຍ (Prema oil) ທີ່ສຸດຂອງຄຳວ່າດີແລະມີຄຸນນະພາບ ບໍ່ແນ່ຈິງເຮົາບໍ່ກ້າເວົ້າ ຟີມ້າອອຍ ຂອງເຮົາເນັ້ນຄຸນນະພາບ ກ່ອງດຽວເຫັນຜົນແນ່ນອນເຈົ້າ ຜະລິດພັນອາຫານເສີມ ຄຸນນະພາບເກດພຣີມ້ຽມ ຍ້ອນ 1 ໃນ ເຄັບຊູນ ຂອງເຮົາປະກອບດ້ວຍນ້ຳມັນສະກັດເຍັນ 4 ຊະນິດ


ນ້ຳມັນສະກັດເຍັນ 4 ຊະນິດ ມີຫຍັງແດ່ມາເບິ່ງກັນເລີຍ...ຈຣາາາ
    ນ້ຳມັນໝາກພັາວ : ນຳເຂົ້າຈາກເຢຍລະມັນ 🇩🇪
    ນ້ຳມັນຫົວຜັກທຽມ : ນຳເຂົ້າຈາກຍີ່ປຸ່ນ 🇯🇵
    ນ້ຳມັນງາຂີ້ມ່ອນ : ນຳເຂົ້າຈາກຍີ່ປຸ່ນ  🇯🇵
    ນ້ຳມັນດັງເຂົ້າ : ນຳເຂົ້າຈາກຍີ່ປຸ່ນ 🇯🇵

ປະໂຫຍດຫຼວງຫຼາຍຂອງ " ພີມ້າອອຍ "

1. ນ້ຳມັນງາຂີ້ມ່ອນ
ຄຸນນະສົມບັດຫຼູດໄຂມັນໃນເສັ້ນເລືອດແລະຍັງຊ່ວຍເພີ່ມລະດັບພູມຄຸ້ມກັນໄດ້ດີ ຫຼູດຄວາມສ່ຽງພະຍາດກະດູກພຸນ ຊ່ວຍຊະລໍການເສື່ອມຂອງອະໄວຍະວະຕ່າງໆ ພາຍໃນຮ່າງກາຍ


2. ນ້ຳມັນໝາກພ້າວ
ຊ່ວຍຫຼູດຄວາມສ່ຽງເປັນພະຍາດກຸ່ມເສື່ອມ ເຊັ່ນ ພະຍາດເບົາຫວານ ຄວາມດັນເລືອດສູງ ພະຍາດຫົວໃຈ ພະຍາດຕັບ ແລະ ພະຍາດໄຕ ເປັນສານຕ້ານອະນຸມູນອິດສະຫຼະ ຊ່ວຍຫຼູດຄວາມສ່ຽງເປັນພະຍາດມະເຮັງ ປົວອາການເຈັບປ່ວຍ ມີລິດຂ້າແບກທີເລຍ


3. ນ້ຳມັນຫົວຜັກທຽມ
ປ້ອງກັນພະຍາດຫຼອດເລືອດຫົວໃຈອຸດຕັນ ຫຼູດປະລິມານຄໍເລດເຕີລໍ້ (Cholesterol) ໃນກະແສເລືອດ ຫຼູດຄວາມດັນໂລຫິດສູງ ສາມາດຍັບຍັ້ງການເກີດສານກໍ່ມະເຮັງ ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດ ປ້ອງກັນການເກີດເຊວມະເຮັງ


4.ນ້ຳມັນດັງເຂົ້າ
ຫຼູດລະດັບຄໍເລດເຕີລໍ້ (Cholesterol) ອາການຕີບຕັນຂອງຫຼອດເລືອດ ເພີ່ມການໄຫຼວຽນຂອງໂລຫິດ ເປັນສານຕ້ານອະນຸມູນອຶດສະຫຼະປ້ອງກັນການເກີດມະເຮັງ ຫຼູດການຜິດປົກກະຕິຂອງພາວະໄວທອງ ຊ່ວຍຫຼູດອາການຄຽດ ເຈັບຫົວ ປ້ອງກັນອັນໄຊເມີ ຫຼູດການແກ່ກ່ອນໄວ



ດ້ວຍນະວັດກໍາຂອງ ລິເຄັບ ເຄັບຊູນ (Licaps Capsule) ເຄັບຊູນຄຸນນະພາບດີ...ເດີ້ ຈຣາາາ
    • ວັດຖຸດິບເກດ A ຈາກເຢຍລະມັນ  🇩🇪 ຝະຮັ່ງເສດ  🇫🇷 ຍີ່ປຸ່ນ  🇯🇵
    • ຜະລິດພາຍໃຕ້ສະພາວະແວດລ້ອມໄນໂຕເຈນ ຈຶ່ງຄົງຄຸນນະພາບໄດ້ດີທີີສຸດ
    • ບັນຈຸໃນໂຮງງານອັນດັບ 1 ຈາກປະເທດຍີ່ປຸ່ນ 🇯🇵
    • ບໍ່ເຮັດຮ້າຍ ຫມົດກັງວົນກິ່ນຫົວຜັກທຽມ
    • ບໍ່ຕິດຫນືດແມ່ນວ່າຊິປິດຂວດເປີດຂວດຫຼາຍເທືອ



ນະຄອນຫລວງວຽງຈັນ 
ສາມາດຊື້ຜະລິດຕະພັນ "ຟີມ້າອອຍ" ຂອງພວກເຮົາ ໄດ້ແລ້ວທີ່ " ສາຂາສູນການຄ້າ ໄອເຕົກ "
ລູກຄ້າສາມາດໄປເລືອກຊື້ຜະລິດຕະພັນໄດ້ ທີ່ຊ໋ອບ  king Natural ຊັ້ນ1 ເດີ້...ຈຣາາາ

☎️ໂທ : +856 (0)30-523-8496


ລູກຄ້າສາມາດໄປເລືອກຊື້ໄດ້ ທີ່ຊ໋ອບ  king Natural ຊັ້ນ1 ເດີ້...ຈຣາາາ





วันอังคารที่ 23 มกราคม พ.ศ. 2561

ນອນຫຼັບງ່າຍໆ ພຽງແຕ່ປັບປ່ຽນພຶດຕິກຳການກິນ 9 ຂໍ້

ນອນຫຼັບງ່າຍໆ ພຽງແຕ່ປັບປ່ຽນພຶດຕິກຳການກິນ 9 ຂໍ້...ນີ້ເດີ້  ຈຣາາາ

ເຖິງວ່າຄົນສ່ວນໃຫຍ່ຈະຮູ້ກັນດີວ່າ ຄວນນອນຫຼັບໃຫ້ເຕັມອິ່ມປະມານ 7-8 ຊັ່ວໂມງ ເພື່ອໃຫ້ຮ່າງກາຍໄດ້ພັກຜ່ອນ ແລະ ສ້ອມແຊມເຊວຕ່າງໆ ທີ່ເສື່ອມໂຊມ ຮວມເຖິງປັບສົມດຸນຮໍໂມນຕ່າງໆ ຂອງຮ່າງກາຍ ແຕ່ໃນຄວາມເປັນຈິງ ນອກຈາກຈະນອນໄດ້ບໍ່ເຕັມອິ່ມແລ້ວ ຫຼາຍຄົນຍັງປະສົບບັນຫາເລື່ອງການນອນຫຼັບອີກດ້ວຍ

ແນວໃດກໍຕາມ ການນອນຫຼັບໃຫ້ສະໜິດບໍ່ແມນເລື່ອງຍາກຈົນເກີນໄປ ຫາກເລືອກກິນອາຫານໃຫ້ຖືກປະເພດ ໂດຍດອກເຕີ ມາຣິລີນ ເກຼນວິນ ນັກໂພດຊະນາການ ແລະ ຜູ້ຂຽນໜັງສືກ່ຽວກັບການແກ້ບັນຫາສະໝອງເສື່ອມ ແລະ ອັນໄຊເມີໂດຍວິທີທຳມະຊາດ "Natural Solutions for Dementia and Alzheimer" ເຜີຍວ່າ ການບໍລິໂພກອາຫານສົ່ງຜົນຫຼາຍຕໍ່ການຊ່ອຍໃຫ້ນອນຫຼັບໄດ້ງ່າຍຂຶ້ນ ດັ່ງນັ້ນ ຫາກປັບປ່ຽນການບໍລິໂພກໃຫ້ຖືກຕ້ອງ ກໍຈະຊ່ອຍໃຫ້ນອນຫຼັບໄດ້ງ່າຍຂຶ້ນ

1.ຄວບຄຸມການບໍລິໂພກຄາເຟອີນ
ຄວນຫຼີກເວັ້ນອາຫານ ແລະ ເຄື່ອງດື່ມທີ່ມີຄາເຟອີນກ່ອນເຂົ້ານອນ ທັງຊາ, ກາເຟ, ນ້ຳອັດລົມ ແລະ ຊ້ອກໂກແລດ ເພາະຈະເຮັດໃຫ້ຮ່າງກາຍຕື່ນຕົວຈົນຫຼັບໄດ້ຍາກ

2.ກິນໃນໜາກອຶ
ໃນໜາກອຶອຸດົມໄປດ້ວຍແມັກນີຊຽມ ເຊິ່ງຈະຊ່ອຍໃຫ້ກ້າມຊີ້ນຜ່ອນຄາຍ ແລະ ຊ່ອຍບັນເທົາອາການເຈັບປວດຕ່າງໆໄດ້ ນອກຈາກນີ້ ຍັງເຊື່ອກັນວ່າແມັກນີຊຽມມີບົດບາດຕໍ່ການເຮັດວຽກງານຂອງຕ່ອມເໜືອສະໝອງ (Pineal gland) ເຊິ່ງເຮັດໜ້າທີ່ຜະລິດຮໍໂມນ "ເມລາໂທນິນ" ທີ່ຊ່ອຍໃນການນອນຫຼັບອີກດ້ວຍ

3.ດື່ມນ້ຳໝາກພ້າວ
ນ້ຳໝາກພ້າວຊ່ອຍບັນເທົາອາການເຈັບປວດຕ່າງໆ ເຊັ່ນ ຕະຄິວ ທີ່ມັກເກີດຂຶ້ນຕອນນອນ ເພາະເປັນແຫຼ່ງຮວມແຮ່ທາດຕ່າງໆ ເຊັ່ນ ໂປແຕັດຊຽມ, ແຄນຊຽມ, ແມັກນີຊຽມ, ຟອສຟໍຣັດ, ແລະ ໂຊດຽມ

4.ກິນອາຫານທີ່ມີເຊໂຣໂທນິນ
ອາຫານບາງປະເພດມີກົດອະມິໂນທີ່ຮຽກວ່າ ທຣິບໂຕແຟນ ເຊິ່ງເຮັດວຽກຄ້າຍກັບຮໍໂມນແຫ່ງຄວາມສຸກ "ເຊໂຣໂທນິນ" ທີ່ຊ່ອຍຄວບຄຸມເຮື່ອງອາລົມ ຫາກຮ່າງກາຍມີລະດັບເຊໂຣໂທນິນທີ່ສົມດຸນ ກໍຈະຊ່ອຍໃຫ້ນອນຫຼັບໄດ້ສະບາຍຫຼາຍຂຶ້ນ

5.ກິນອາຫານທີ່ມີໂປຣຕີນ
ໂປຣຕີນຊ່ອຍຮັກສາລະດັບນ້ຳຕານໃນເລືອດ ທີ່ມັກຈະເພີ່ມສູງຂຶ້ນເວລາທີ່ເຮົາກິນແປ້ງ ແລະນ້ຳຕານເຂົ້າໄປ ເຊິ່ງຫາກລະດັບນ້ຳຕານໃນເລືອດສູງເກີນໄປຈະເຮັດໃຫ້ນອນຫຼັບຍາກຂຶ້ນ ຈຶ່ງຄວນບໍລິໂພກໂປຣຕີນໃຫ້ສົມດຸນກັບທາດແປ້ງ ແລະ ນ້ຳຕານ ເພື່ອຮັກສາລະດັບນ້ຳຕານໃນເລືອດໃຫ້ສົມດຸນ

6.ກິນເຊີຣີ
ຖ້າຢາກກິນຂອງຫວານຫຼັງອາຫານແລງ ຄວນຈະເລືອກເຊີຣີ ເພາະເປັນໝາກໄມ້ທີ່ມີລະດັບຂອງເມລາໂທນິນ ເຊິ່ງຊ່ອຍໃຫ້ຮູ້ສຶກຢາກນອນ ແລະ ນອນຫຼັບງ່າຍຂຶ້ນອີກດ້ວຍ

7.ຢ່າດື່ມເຄື່ອງດື່ມທີ່ມີທາດເຫຼົ້າກ່ອນນອນ
ການດື່ມເຄື່ອງດື່ມທີ່ມີທາດເຫຼົ້າກ່ອນນອນ ເຖິງວ່າອາດເຮັດໃຫ້ຮູ້ສຶກງ່ວງນອນໄດ້ ແຕ່ທາດເຫຼົ້າຈະເປັນຕົວຂັດຂວາງການປ່ອຍຮໍໂມນທຣິບໂຕແຟນຈາກສະໝອງ ຈຶ່ງເຮັດໃຫ້ຮູ້ສຶກຄືວ່າຮ່າງກາຍບໍ່ໄດ້ພັກຜ່ອນຕະຫຼອດທັງຄືນ

8.ກິນນ້ອຍໆ ແຕ່ຫຼາຍຄາບ
ການກິນອາຫານໃນປະລິມານນ້ອຍໆ ແຕ່ໃຫ້ເລື້ອຍຂຶ້ນ ນອກຈາກຈະດີຕໍ່ການຄວບຄຸມນ້ຳຫນັກຕົວແລ້ວ ກໍຍັງຊ່ອຍຖືຮັກສາລະດັບນ້ຳຕານໃນເລືອດໃຫ້ຄົງທີ່ອີກດ້ວຍ ເພາະຫາກລະດັບນ້ຳຕານໃນເລືອດບໍ່ຄົງທີ່ກໍຈະສົ່ງຜົນໃຫ້ຫຼັບຍາກຂຶ້ນ

9.ກິນຂອງວ່າງໜ້ອຍໜຶ່ງກ່ອນນອນ
ຫາກຕ້ອງຕື່ນຫຼາຍກາງເດິກ ເພາະນອນບໍ່ຫຼັບ ອາດເປັນເພາະລະດັບນ້ຳຕານໃນເລືອດຫຼູດຕ່ຳກວ່າປົກກະຕິ ເຊິ່ງການກິນຂອງວ່າງໜ້ອຍໜຶ່ງກ່ອນນອນ ຈະຊ່ອຍຮັກສາລະດັບນ້ຳຕານໃນເລືອດໄດ້ ໂດຍໃຫ້ເລືອກກິນຂອງວ່າງທີ່ມີແປ້ງ ແລະ ນ້ຳຕານ ຈຳພວກທັນຍາພືດໜ້ອຍໜຶ່ງກ່ອນນອນ ເພື່ອຊ່ອຍເພີ່ມລະດັບນ້ຳຕານໃນເລືອດ


ຂໍຂອບໃຈ
Sanook Muan

วันจันทร์ที่ 22 มกราคม พ.ศ. 2561

ພຶດຕິກຳສ່ຽງເປັນພະຍາດ ເບົາຫວານ-ຄວາມດັນ-ໄຕວາຍ ພ້ອມກັນ

ພຶດຕິກຳສ່ຽງເປັນພະຍາດ ເບົາຫວານ-ຄວາມດັນ-ໄຕວາຍ ພ້ອມກັນເລີຍ...ຈຣາາາ

3 ພະຍາດມາແຮງຂອງຄົນໃນເມືອງ ໂດຍສະເພາະໄວອາຍຸເຮັດວຽກທີ່ຫຼາຍຄົນໜ້າຈະຮູ້ຈັກກັນດີແມ່ນ ພະຍາດເບົາຫວານ ຄວາມດັນເລືອດສູງ ແລະ ພະຍາດໄຕວາຍ ເຊິ່ງທັງ 3 ນີ້ເຖິງວ່າຈະມີປັດໄຈມາຈາກກຳມະພັນສ່ວນໜຶ່ງ ແຕ່ແທ້ໆແລ້ວສາເຫດຫຼັກໆ ທີ່ເຮັດໃຫ້ຮ່າງກາຍເປັນພະຍາດເຫຼົ່ານີ້ໃນສະໄໝນີ້ມັກມາຈາກພຶຕິກຳໃນການກິນ ແລະ ການໃຊ້ຊີວິດທີ່ທຳລາຍໂຕເອງຢູ່ຕະຫຼອດເວລາເປັນປະຈຳມື້ລະນ້ອຍ ຢ່າງບໍທັນຮູ້ສຶກໂຕ

ຮ້າຍແຮງໄປກວ່ານັ້ນ ແທນທີ່ຄົນໆໜຶ່ງຈະເປັນພຽງພະຍາດດຽວ ແຕ່ດຽວນີ້ມີແນວໂນ້ມວ່າຜູ້ປ່ວຍ 1 ຄົນ ຈະມີພະຍາດປະຈຳໂຕຫຼາຍກວ່າ 1 ພະຍາດ ໂດຍສະເພາະ 3 ພະຍາດ ທີ່ກ່າວໄປຂ້າງເທິງທີ່ມັກຈະມາພ້ອມກັນ ຫຼື ຄ່ອຍໆເພີ່ມເຂົ້າມາເທື່ອລະພະຍາດ ຖ້າເຮົາບໍເບິ່ງແຍງໂຕເອງໃຫ້ດີຂຶ້ນຍັງໃຊ້ຊີວິດຢູ່ແບບເດີມ ຫຼື ບໍເຂົ້າຮັບການຮັກສາກັບແພດຢ່າງຖຶກວິທີີ

ພຶດຕິກຳສ່ຽງພະຍາດເບົາຫວານ ຄວາມດັນເລືອດສູງ ແລະ ພະຍາດໄຕ

      • ກິນອາຫານລົດຊາດເຄັມຫຼາຍ, ຫວານຫຼາຍ, ສົມຫຼາຍ ແລະ ເຜັດຫຼາຍ
      • ຄວາມເຄັ່ງຕຶງສະສົມໃຊ້ຊີວິດຟ້າວຟັ່ງຕະຫຼອດ
      • ກິນອາຫານທີ່ມີຄຸນຄ່າທາງໂຄສະນາການຕ່ຳ ເຊັ່ນ ອາຫານກະປ໋ອງ ແລະ ອາຫານສຳເລັດ
        ຮູບອື່ນໆ ເປັນຕ້ນ
      • ພັກຜ່ອນບໍ່ພຽງພໍ

ຊີວິດດີເລີ່ມຕົ້ນຈາກການປັບປ່ຽນພຶດຕິກຳການກິນ

ຖິ້ມຄວາມຢາກ ຄວາມແຊບທີ່ຕາມໃຈປາກອອກໄປແລ້ວມາກິນອາຫານຕາມນີ້ເບິ່ງ ຮັບຮອງວ່າທ່ານຈະສັງເກດເຫັນການປ່ຽນແປງໃນຮ່າງກາຍຂອງທ່ານໄດ້ຢ່າງໄວແນ່ນອນ

1. ໃນໜຶ່ງມື້ໃຫ້ໄດ້ເຄິ່ງໜຶ່ງເປັນຜັກ ຫຼື ຫມາກໄມ້ສົດ ອີກເຄິ່ງໜຶ່ງເປັນໂປຕີນ ໄຂມັນຕ່ຳແຕ່ຫຼູດທາດແປ້ງ ເຊັ່ນ ຕຳສົ້ມ (ລົດຊາດບໍ່ແຮງ) ກິນກັບໄຂ່ ແລະ ຕົ້ມຈືດໝາກຣະ

2. ໂປຣຕີນທີ່ກິນມາຈາກກຳມະວິທີຕົ້ມ ແລະ ໜຶ້ງ ບໍ່ໃຊ້ວິທີຜັດ ຫຼື ທອດ ເຊັ່ນ ໄກ່ໜຶ່ງ ແລະ ປາໜຶ່ງ ເປັນຕົ້ນ

3. ຖ້າຢາກກິນອາຫານປະເພດ ຂົ້ວ ແບບໄວໆສາມາດໃຊ້ນ້ຳມັນໝາກກອກ (ທີ່ບໍ່ແມນແບບ Extra Virgin ທີ່ທົນຄວາມຮ້ອນບໍ່ໄດ້) ຫຼື ອາດຈະຜັດກັບນ້ຳເພື່ອເຮັດໃຫ້ສຸກໂດຍບໍ່ຕ້ອງໃຊ້ນ້ຳມັນ

4. ຢ່າເຜີກິນໂປຕີນຫຼາຍເກີນໄປ (ຈົນຫຼາຍກວ່າຜັກ, ໝາກໄມ້ ຫຼື ກິນແຕ່ໂປຕີນຢ່າງດຽວ) ເພາະເປັນການເພີ່ມຄວາມສ່ຽງໃຫ້ໝາກໄຂ່ຫຼັງເສື່ອມລົງໄດ້ເຊັ່ນກັນ ມື້ຫນຶ່ງໆ ສຳລັບໄວໜຸ່ມໃຊ້ພະລັງງານຫຼາຍ ຄວນກິນໂປຣຕີນບໍ່ເກີນ 500 ກຼາມ ຫຼື ເຄິ່ງກິໂລກຼາມ ທັງໝົດລວມເຖິງຊີ້ນສົດ, ໄຂ່, ຖົ່ວ, ເຫັດ ແລະອື່ນໆ ທີ່ມີໂປຣຕີນເປັນສ່ວນປະກອບສຳຄັນຖ້າມື້ໃດໃຊ້ພະລັງງານນ້ອຍ ຫຼື ເປັນຜູ້ສູງອາຍຸຸຄວນເລືອກການກິນໂປຣຕີນນ້ອຍລົງໄປອີກເພາະໃຫ້ໄປເນັ້ນທີ່ຜັກ ແລະໝາກໄມ້ແທນຈະດີກວ່າ

5. ຫລູດແປ້ງ ແລະນ້ຳຕານທີ່ມາຈາກອາຫານຄາວ ແລະອາຫານຫວານ

6. ເລືອກກິນຜັກ ແລະໝາກໄມ້ຢ່າງຫຼາກຫຼາຍປ່ຽນໄປເລື້ອຍໆ ບໍ່ຄວນກິນຜັກໝາກໄມ້ແບບເກົ່າຊ້ຳໆ ເພື່ອໃຫ້ໄດ້ຄຸນຄ່າທາງສານອາຫານທີ່ຫຼາກຫຼາຍຍິ່ງຂຶ້ນ

7. ຍັງມີຄວາມຈຳເປັນທີ່ຈະຕ້ອງກິນອາຫານໃຫ້ຄົບ 5 ໝູ່ຢູ່ ແຕ່ຫຼູດ ຫຼື ຈຳກັດອາຫານປະເພດແປ້ງ, ນ້ຳຕານ, ໄຂມັນ(ບໍ່ດີ) ເທົ່ານັ້ນ (ໃນກໍລະນີທີ່ຍັງບໍ່ເປັນພະຍາດຫຍັງ)






วันเสาร์ที่ 20 มกราคม พ.ศ. 2561

5 ອາຫານບຳລຸງສະໝອງ ກິນຫຼາຍໆເສີມສ້າງຄວາມຈຳ

5 ອາຫານບຳລຸງສະໝອງ ເພີ່ມປະສິດທິພາບເສີມສ້າງຄວາມຈຳ



1.ໄຂ່
ໃນທຸກຄົວເຮືອນຄວນມີໄຂ່ຕິດໄວ້ສະເໝີ ເນື່ອງຈາກຫາຊື້ອໄດ້ງ່າຍ ແລະ ສາມາດເຮັດອາຫານໄດ້ຫຼາກຫຼາຍເມນູ ຖ້າບໍ່ຮູ້ຈະກິນຫຍັງ ໄຂ່ ມັກຈະເປັນສິ່ງທຳອິດທີ່ຄິດເຖິງສະເໝີ ຄິດຍ່າງນີ້ໄດ້ກໍດີແລ້ວເດີ້ ເພາະໃນໄຂ່ມີສານຕົວໜຶ່ງ ຊື່ອວ່າ  "ໂຄລິນ" ເຊິ່ງຊ່ອຍໃນການພັດທະນາລະບົບການເຮັດວຽກງານຂອງສະໝອງ ດັ່ງນັ້ນ ຢ່າລືມກິນໄຂ່ກັນແດ່ເດີ້ ມື້ລະ 2 ໜ່ວຍກຳລັງດີເລີຍ ແຕ່ໃຜທີ່ມີບັນຫາເລື່ອງ ຄໍເລດເຕີຣອນ ອາດຈະຕ້ອງຫຼູດໄຂ່ແດງແດ່ເດີ້


2.ປາ
"ກິນປາຫຼາຍໆ ຈະໄດ້ສະຫຼາດ" ຄຳນີ້ທີ່ເຮົາໄດ້ຍິນກັນມາຕັ້ງແຕ່ນ້ອຍ ບອກເລີຍວ່າ ມັນຄືເລື່ອງຈິງ ເຮົາຄວນກິນປາທະເລນ້ຳເລິກ ເຊັ່ນ ປາແຊມອນ, ປາທູນ້າ, ປາທູ, ຢ່າງໜ້ອຍອາທິດລະ 2-3 ເທື່ອ ເພາະໃນປາທະເລນ້ຳເລິກມີກົດໄຂມັນ ແລະ ໂອເມກ້າ 3 ເຊິ່ງຊ່ອຍບຳລຸງເຊວສະໝອງ ແລະ ເສີມສ້າງເປືອກເຊວປະສາດໃນສະໝອງຂອງເຮົາໃຫ້ແຂງແຮງ ປາມີຫຼາກຫຼາຍຊະນິດ ຢ່າກິນແຕ່ຊະນິດດຽວເດີ້ ຈະໄດ້ປ້ອງກັນສານພິດທີ່ອາດຢູ່ໃນເນື້ອປາໄດ້


3.ຖົ່ວ
ຖົ່ວ ອາຫານວ່າງສຸດມັກຂອງຫຼາຍຄົນ ເຊັ່ນ ອັນມອນ, ຮາເຊວນັດ ຫຼື ຈະເປັນຖົ່ວດິນທີ່ເຮົາຄຸ້ນເຄີຍກັນດີ ໃຜທີ່ບໍ່ມັກກິນລອງຫັນມາກິນເບິ່ງເດີ້ ເພາະໃນຖົ່ວມີໄຂມັນດີ ໂປຕີນຫຼາຍ ໄຟເບີສູງ ແຖມຍັງມີວິຕາມິນອີເຊິ່ງຊ່ອຍໃນເລື່ອງຂະບວນການຄິດ, ຄວາມຈຳ ແລະ ວິຕາມິນບີ 1 ທີ່ຊ່ອຍບຳລຸງສະໝອງ ເຮັດໃຫ້ສະໝອງຂອງເຮົາແຂງແຮງ ຮູ້ແບບນີ້ ບໍ່ລອງບໍ່ໄດ້ແລ້ວເດີ້


4.ໝາກໄມ້ຕະກູນເບີຣີ
ການກິນໝາກໄມ້ຕະກູນເບີຣີ ບໍ່ວ່າຈະເປັນ ສະຕໍເບີຣີ, ບລູເບີຣີ ແລະ ເຊີຣີ ນອກຈາກຈະເຮັດໃຫ້ເຮົາສົດຊື່ນແລ້ວ ຍັງຊ່ອຍເສີມສ້າງສຸຂະພາບສະໝອງຂອງເຮົາໃຫ້ມີລະດັບໄອຄິວ ແລະ ຂະບວນການຄິດດີຂຶ້ນພ້ອມທັງຊ່ອຍໃຫ້ລະບົບໝູນວຽນເລືອດໄປລ້ຽງສະໝອງໄດ້ດີ ແລະ ປັບຄວາມດັນເລືອດໃຫ້ສົມດຸນ ເອົາມາກິນເປັນອາຫານວ່າງລະຫວ່າງມື້ກໍດີເດີ້


5.ຊ້ອກໂກແລດ
ພຽງເວົ້າຊື່ກໍຢາກກິນແລ້ວເດ້ ໃຜຈະຮູ້ວ່າໃນຊ້ອກໂກແລດທີ່ເຮົາກິນກັນຢູ່ເລື້ອຍໆ ນອກຈາກເລື່ອງຄວາມແຊບແລ້ວ ຍັງມີສານຕ້ານອະນຸມູນອິດສະຫຼະ ເຮັດໃຫ້ລະບົບໝູນວຽນເລືອດດີຂຶ້ນ ແຖມຍັງຊ່ອຍເພີ່ມປະສິດທິພາບຂອງສະໝອງໃຫ້ເຮັດວຽກດີຂຶ້ນອີກ ຮູ້ແລ້ວຢາກອອກໄປຊື້ເລີຍ ແຕ່ກໍຢ່າກິນຫຼາຍເກີນໄປ ກິນສ່ຳພໍດີ ເພາະມີແຄລໍຣີສູງຄືກັນເດີ້ ດ່ຽວຈະຕຸ້ຍໄດ້ ຖ້າເອົາໃຫ້ດີເລືອກຊ້ອກໂກແລດທີ່ມີປະລິມານນ້ຳຕານຕໍ່ກຳຈະດີຍິ່ງຂຶ້ນ


ອາຫານເຫຼົ່ານີ້ຫາໄດ້ບໍ່ຍາກເລີຍ ສະໝອງຂອງເຮົາຖ້າເຮົາບໍ່ເບິ່ງແຍງກໍບໍ່ມີໃຜຊ່ອຍໄດ້ ສຳລັບຄົນທີ່ມັກຄຶດຫຼາຍ ສະໝອງກໍຍິ່ງເຮັດວຽກໜັກຂຶ້ນໄປອີກ ດັ່ງນັ້ນ ເພື່ອສະໝອງທີ່ດີ ແລະ ເຮັດວຽກໄດ້ຢ່າງເຕັມປະສິດທິພາບ ຫັນມາກິນອາຫານບຳລຸງສະໝອງ ແລະເບິ່ງໂລກໃນແງ່ດີກັນດີກວ່າ


ຂໍຂອບໃຈ
Muan Sanook

วันศุกร์ที่ 19 มกราคม พ.ศ. 2561

5 ສັນຍານບົ່ງບອກວ່າເຈົ້ານອນໜ້ອຍ ສ່ຽງເປັນອັລໄຊເມີສູງ

5 ສັນຍານບົ່ງບອກວ່າເຈົ້ານອນໜ້ອຍ
ສ່ຽງເປັນອັລໄຊເມີເດີ້...ຈຣາາ

ເມື່ອຮ່າງກາຍໄດ້ຮັບການພັກຜ່ອນໜ້ອຍເກີນໄປ ກໍ່ຈະສົ່ງຜົນເສຍຕໍ່ສຸຂະພາບເປັນຢ່າງຫຼາຍ ໂດຍສະເພາະພາວະອາລົມທີ່ບໍ່ຄົງທີ່ ເຊິ່ງກໍ່ມັກຈະສະແດງອາການອອກມາເປັນສັນຍານບົ່ງບອກວ່າຮ່າງກາຍກຳລັງຕ້ອງການພັກຜ່ອນຫຼາຍຂຶ້ນ ວ່າແຕ່ຈະມີອາການໃດແດ່ ເຮົາໄປເບິ່ງກັນເລີຍ

1.ນ້ຳໜັກຂຶ້ນຢ່າງໄວວາ
ເນື່ອງຈາກຄວາມອ່ອນເພຍ ເມື່ອຍຈາກການນອນໜ້ອຍ ຫຼື ນອນເດິກເກີນໄປ ເຮັດໃຫ້ເກີດຄວາມຍາກຂອງຫວານຫຼາຍກວ່າປົກກະຕິ ແລະ ມັກຈະກິນຈຸກກິນຈິກ ໂດຍບໍ່ຮູ້ຕົວເລີຍ ເຊິ່ງຜົນທີ່ຕາມມາກໍ່ຄື ຕົວເລກເທິງຕາຊັ່ງວັດນ້ຳໜັກທີ່ເພີ່ມຂຶ້ນຢ່າງໄວວາ ຈົນໜ້າຕົກໃຈນັ້ນເອງ

2.ຂີ້ຫຼົງຂີ້ລືມຕະຫຼອດ
ເມື່ອນອນໜ້ອຍເກີນໄປ ສະໝອງຈະເກີດການປະມວນຜົນ ແລະ ສັ່ງການຊ້າກວ່າປົກກະຕິ ແຖມຍັງເຮັດໃຫ້ຮອຍພັບຂອງສະໝອງຫຼູດນ້ອຍລົງຈນເກີດອາການຂີຫຼົງຂີ້ລືມຕະຫຼອດ ແພດທີ່ມີຄວາມຊ່ຽວຊານກໍ່ໄດ້ກ່າວວ່າ ການນອນໜ້ອຍຕໍ່ເນື່ອງເປັນເວລາດົນ ອາດສົ່ງຜົນໃຫ້ສ່ຽງເປັນອັລໄຊເມີ ເມື່ອອາຍຸຫຼາຍຂຶ້ນໄດ້ເລີຍ ເພາະສະນັ້ນ ມານອນໃຫ້ຫຼາຍຂຶ້ນກັນດີກວ່າ

3.ອາລົມແປປວນ ຫງຸດຫງິດງ່າຍ
ຜູ້ທີ່ນອນໜ້ອຍມັກຈະມີພາວະອາລົມທີ່ແປປວນ ເຮັດໃຫ້ຫງຸດຫງິດງ່າຍກວ່າປົກກະຕິ ເຊິ່ງກໍ່ສົ່ງຜົນຕໍ່ສະພາວະຈິດໃຈ ແລະ ການເຊື່ອມສຳພັນກັບຄົນຮອບຂ້າງເປັນຢ່າງຫຼາຍ ໂດຍສະເພາະຄູ່ຮັກ ເພາະໄດ້ມີການສຳຫຼວດພົບວ່າ ສາເຫດໜຶ່ງທີ່ເຮັດໃຫ້ຄູ່ຮັກສ່ວນໃຫຍ່ມີບັນຫາຜິດຖຽງກັນ ກໍ່ຄືການໃຊ້ອາລົມທີ່ຂາດສະຕິເຊິ່ງສືບເນື່ອງມາຈາກການນອນໜ້ອຍນັ້ນເອງ ດັ່ງນັ້ນ ຫາກຮູ້ສຶກວ່າ ອາລົມບໍ່ຄງທີ່ ແລະຫງຸດຫງິດໄປກັບທຸກເລື່ອງບໍ່ວ່າຫຍັງກໍ່ຕາມ ແນະນຳໃຫ້ປັບປ່ຽນພຶດຕິກຳການນອນໂດຍດ່ວນ

4.ອ່ອນເພຍຕະຫຼອດເວລາ
ສຳຜັດໄດ້ວ່າຮ່າງກາຍອ່ອນເພຍຕະຫຼອດເວລາ ຂາດຄວາມສົດຊື່ນ ແລະບໍ່ຄ່ອຍມີຄວາມກະຕືລືລົ້ນໃນການເຮັດວຽກຫຼາຍ ສ່ວນໃຫຍ່ຈະເກີດກັບຄົນທີ່ນອນໜ້ອຍຕິດຕໍ່ກັນເປັນເວລາດົນ ເຮັດໃຫ້ຮ່າງກາຍເກີດການປະທ້ວງເພາະຕ້ອງການພັກຜ່ອນຢ່າງເຕັມທີ່ ດັ່ງນັ້ນ ຄວນນອນໃຫ້ຫຼາຍຂຶ້ນ ແລະ ນອນໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍໂດຍດ່ວນ ບໍ່ເຊັ່ນນັ້ນອາດສົ່ງຜົນເສຍຕໍ່ສຸຂະພາບ ແລະ ເກີດຜົນກະທົບຕໍ່ການເຮັດວຽກຫຼາຍເລີຍ

5.ປ່ວຍດຸກວ່າປົກກະຕິ
ເມື່ອຮ່າງກາຍໄດ້ຮັບການພັກຜ່ອນບໍ່ພຽງພໍ ຈະເຮັດໃຫ້ພູມຄຸ້ມກັນຫຼູດຕ່ຳລົງຢ່າງເຫັນໄດ້ຊັດເຈນ ເປັນຜົນໃຫ້ເກີດອາການປ່ວຍ ບໍ່ສະບາຍຕະຫຼອດ ຫຼື ບາງຄົນກໍ່ອາດຈະມີອາການປວດຫົວ ເຊິ່ງນອກຈາກຈະເຮັດໃຫ້ສຸຂະພາບບໍ່ດີແລ້ວ ຍັງເຮັດໃຫ້ສິ້ນເປືອງເງີນຈາກການປິ່ນປົວອາການປ່ວຍອີກດ້ວຍ ສະນັ້ນ ມານອນໃຫ້ຫຼາຍກວ່ານີ້ກັນດີກວ່າ

ລອງກວດເບິ່ງວ່າ ເຈົ້າກຳລັງມີອາການຂອງຄົນທີ່ນອນໜ້ອຍຫຼືນອນເດິກເກິນໄປຫຼືບໍ່ ຖ້າມີຄວນຮີບປັບປ່ຽນພຶດຕິກຳການນອນໂດຍດ່ວນ ດ້ວຍການນອນຫຼັບໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍຫຼາຍຂຶ້ນ ແລ້ວບັນຫາສຸຂະພາບຈະບໍ່ເກິດຂຶ້ນແນ່ນອນ ແຖມຍັງຊ່ອຍໃຫ້ອາລົມດີ ແລະຄາຍຄຽດໄດ້ຢ່າງດີອີກດ້ວຍ ເພາະສະນັ້ນ ຫ້າມລະເລີຍການນອນຫຼັບພັກຜ່ອນຢ່າງພຽງພໍເດັດຂາດ


ຂໍຂອບໃຈ
Sanook Muan

วันพฤหัสบดีที่ 18 มกราคม พ.ศ. 2561

5 ຜັກພື້ນບ້ານຕ້ານມະເຮັງ ຖືກແລະດີມີໃນໂລກ

5 ຜັກພື້ນບ້ານຕ້ານມະເຮັງ ຖືກແລະດີມີໃນໂລກ

ຜັກແລະໝາກໄມ້ບ້ານເຮົານີ້ແຫຼະທີ່ວິເສດທີ່ສຸດ ທັ້ງລາຄາບໍ່ແພງ ລົດຊາດດີ ສົດ ແລະແຊບ ແລ້ວຍັງມີສັບພະຄຸນດີໆ ຫຼາຍຂໍ້ທີ່ຊາວຕ່າງຊາດຍັງຕ້ອງອິດສາ ໂດຍສະເພາະຢ່າງຍິ່ງສັບພະຄຸນທີ່ຊ່ອຍ "ຕ້ານມະເຮັງ" ຈະມີຜັກຊະນິດໃດທີ່ເຮົາບໍ່ຄວນເບິ່ງຂ້າມກັນ ມາຈົດຊື່ເອົາໄວ້ເລີຍ


1.ຜັກສະເດົາ
"ຫວານເປັນລົມ ຂົມເປັນຢາ" ຄົງຈະໃຊ້ໄດ້ດີກັບຜັກສະເດົາ ທີ່ມີລົດຊາດຄ່ອນໄປທາງຂົມຫຼາຍກວ່າຫວານຢ່າງເຫັນໄດ້ແຈ້ງ ຜັກສະເດົາມີປະໂຫຍດໃນຫຼາຍໆດ້ານ ບໍ່ວ່າຈະເປັນດ້ານບຳລຸງຮ່າງກາຍ ຂັບຂີ້ກະເທີ່ ຫຼູດໄຂ້ ແກ້ການຂັບຖ່າຍຍາກ ໄລ່ລົມ ແລະຊ່ອຍຫຼູດຄວາມສ່ຽງໃນການເກີດເນື້ອງອກ ແລະມະເຮັງໄດ້ອີກດ້ວຍ

2.ຜັກຂີ້ເຫຼັກ
ຜັກພື້ນບ້ານທີ່ເຮົາກິນຢູ່ໃນແກງຂີ້ເຫຼັກນີ້ແຫຼະ ດອກຂີ້ເຫຼັກຊ່ອຍຢຸດການຈະເລີນເຕີບໂຕຂອງເຊວມະເຮັງ ໃນສ່ວນຂອງແກ່ນຂີ້ເຫຼັກຍັງຊ່ອຍຮັກສາພະຍາດມະເຮັງຕ່າງໆ ເຊັ່ນ ມະເຮັງປອດ ມະເຮັງກະເພາະອາຫານ ແລະມະເຮັງລຳໄສ້ໄດ້ອີກດ້ວຍ

3.ຜັກຊີ
ຫຼາຍຄົນມັກເຂ່ຍຜັກຊີຖິ້ມ ແຕ່ສຳລັບຜັກຊີມີສັບພະຄຸນທີ່ດີຕໍ່ຮ່າງກາຍຫຼວງຫຼາຍ ທັງແກ້ການຂັບຖ່າຍຍາກ ຂັບລົມ ແກ້ອາການວິນຫົວ ເສີມພູມຕ້ານທານພະຍາດ ແລະຍັງມີລິດຕໍ່ຕ້ານອະນຸມູນອິດສະຫຼະ ຊ່ອຍຢຸດການຂະຫຍາຍໂຕຂອງເຊວມະເຮັງອີກດ້ວຍ

4.ຜັກຕິ້ວ
ຜັກຕິ້ວເປັນຜັກພື້ນບ້ານທີ່ສາມາດຫາມາກິນກັນໄດ້ງ່າຍໆ ແທ້ໆ ຜັກຕິ້ວມີສານຕ້ານອະນຸມູນອິດສະຫຼະ ມີລິດຕ້ານມະເຮັງຕັບ ດັ່ງນັ້ນ ຫາກເກັບຜັກຕິ້ວມາໃສ່ແກງເຫັດກັນແທ້ໆ ກໍ່ຢ່າລືມກິນໃຫ້ໝົດເດີ້

5.ຜັກຂະແຍງ
ຜັກຂະແຍງ ເປັນອີກໜຶ່ງຜັກພື້ນບ້ານທີ່ພບຫຼາຍ ມີສານຕ້ານອະນຸມູນອິດສະຫຼະສູງ ຈຶ່ງມີລິດຕໍ່ຕ້ານເຊວມະເຮັງໄດ້ເຊັ່ນກັນ




วันพุธที่ 17 มกราคม พ.ศ. 2561

6 ປະໂຫຍດຈາກການກິນກ້ວຍ ມີສັບພະຄຸນທາງຢາສູງ ດີຕໍ່ສຸຂະພາບເນັ້ນໆ

6 ປະໂຫຍດຈາກການກິນກ້ວຍ 
ໝາກໄມ້ສັບພະຄຸນທາງຢາສູງ ດີຕໍ່ສຸຂະພາບເນັ້ນໆ

ປະໂຫຍດຂອງກ້ວຍມີດີຕໍ່ສຸຂະພາບຮ່າງກາຍຫຼວງຫຼາຍ ສຳລັບໄຜທີ່ບໍ່ຄ່ອຍມັກກິນກ້ວຍ ຫາກລອງມາຟັງປະໂຫຍດຈາກກ້ວຍຕາມນີ້ ຮັບຮອງຈະຕ້ອງຫັນມາເບິ່ງຂໍ້ດີຂອງມັນ ແລະຢາກກິນກ້ວຍກັນເລື້ອຍໆ ແນ່ນອນ ມີຫຍັ້ງແດ່ມາເບິ່ງກັນເລີຍ

1.ເພີ່ມພະລັງໃຫ້ຮ່າງກາຍ
ກ້ວຍເປັນໝາກໄມ້ທີ່ອຸດົມດ້ວຍທາດເຫຼັກສູງ ກິນແລ້ວຈະຊ່ອຍໄປກະຕຸ້ນການຜະລິດຮີໂມໂກບິນໃນເລືອດ ແລະຍັງຊ່ອຍປັບສະພາບຮ່າງກາຍໃນຊ່ວງທີ່ມີສະພາວະຂາດກຳລັງໃຫ້ກັບມາມີພະລັງດັ່ງເກົ່າໄດ້

2.ຊ່ອຍຮັກສາຄວາມດັນເລືອດ
ໃນກ້ວຍມີທາດໂພແທດຊຽມປະລິມານສູງ ແຕ່ໃຫ້ປະລິມານເກືອທີ່ຕ່ຳ ຈຶ່ງເປັນໝາກໄມ້ທີ່ດີຕໍ່ຜູ້ປ່ວຍພະຍາດຄວາມດັນເລືອດ ດັ່ງນັ້ນຈຶ່ງສາມາດຊ່ອຍຮັກສາຄວາມດັນເລືອດໄດ້ເປັນຍ່າງດີນັ້ນເອງ

3.ຕື່ມພະລັງໃຫ້ສະໝອງ
ມີການວິໄຈໃນນັກຮຽນ 200 ຄົນຂອງໂຮງຮຽນ Twickenham ທີ່ໄດ້ຮັບຜົນການທດສອບໃນເກນດີ ພບວ່າພວກເຂົາໄດ້ກິນກ້ວຍໃນມື້ອາຫານເຊົ້າ ຕອນພັກ ແລະຕອນຊ່ວງອາຫານກາງເວັນເປັນປະຈຳທຸກມື້ ກ້ວຍເປັນໝາກໄມ້ທີ່ມີສານອາຫານຊ່ອຍໃນການເສີມພະລະກຳລັງໃຫ້ສະໝອງຂອງເດັກເຫຼົ່ານັ້ນ ຈາກງານວິໄຈນີ້ກໍສະແດງໃຫ້ເຫັນວ່າ ໂພແທດຊຽມທີ່ມີຢູ່ໃນກ້ວຍປະລິມານສູງນັ້ນຈະຊ່ອຍໃຫ້ນັກຮຽນມີປະສິດທິພາບທາງສະໝອງທີ່ຕື່ນໂຕ ເຮັດໃຫ້ການຮຽນດີຍິ່ງຂຶ້ນ

4.ແກ້ອາການຂັບຖ່າຍຍາກ
ກ້ວຍເປັນໝາກໄມ້ທີ່ອຸດົມໄປດ້ວຍເສັ້ນໃຍ ແລະກາກອາຫານປະລິມານສູງ ຈຶ່ງມີບົດບາດຊ່ອຍໃນການຂັບຖ່າຍໄດ້ເປັນຢ່າງດີ ສຳລັບໄຜທີ່ມີບັນຫາຖ່າຍຍາກເລື້ອຍໆ ການກິນກ້ວຍເປັນປະຈຳກໍຈະຊ່ອຍແກ້ອາການນີ້ໄດ້

5.ບຳບັດພະຍາດຊຶມເສົ້າ
ຜົນຈາກການສຳຫຼວດໄວໆ ນີ້ພບວ່າໃນຈຳນວນຜູ້ປ່ວຍພະຍາດຊຶມເສົ້າຫລາຍຄົນ ມີອາລົມທີ່ດີຂຶ້ນຢ່າງຫຼາຍຫຼັງຈາກກິນກ້ວຍ ເພາະກ້ວຍເປັນໝາກໄມ້ທີ່ມີໂປຕີນທີ່ເອີ້ນວ່າ ທຣິບໂຕເຟນ ເມື່ອໂປຕີນຊະນິດນີ້ເຂົ້າສູ່ຮ່າງກາຍກໍຈະແປປ່ຽນໄປເປັນເຊໂຣໂທນິນໃນເວລາຕໍ່ມາ ສານນີ້ຈະຊ່ອຍສ້າງຄວາມຜ່ອນຄາຍ ຊ່ອຍປັບປ່ຽນອາລົມທີ່ໝອງເສົ້າໃຫ້ແຈ່ມໃສ ເຮັດໃຫ້ຜູ້ປ່ວຍພະຍາດຊຶມເສົ້າຮູ້ສຶກດີ ແລະມີຄວາມສຸກຫຼາຍຂຶ້ນ

6.ປ້ອງກັນອາການປ່ວຍໃນຕອນເຊົ້າ
ຫຼາຍຄົນຕື່ນນອນມາພ້ອມກັບອາການອ່ອນເພຍ ແລະຮູ້ສຶກຄືວ່າຈະບໍ່ສະບາຍໃນຕອນເຊົ້າ ແຕຮູ້ຫຼືບໍ່ວ່າການກິນກ້ວຍເປັນອາຫານວ່າງໃນລະຫວ່າງມື້ອາຫານ ຈະຊ່ອຍຮັກສາລະດັບນ້ຳຕານໃນເລືອດໃຫ້ສົມດຸນໄດ້ ກໍຈະຊ່ອຍຫຼີກລ້ຽງຄວາມຮູ້ສຶກບໍ່ສະບາຍໃນຍາມຕື່ນເຊົ້າໄດ້ນັ້ນເອງ

ແລະນີ້ກໍຄື ປະໂຫຍດຈາກການກິນກ້ວຍ ກ້ວຍເປັນໝາກໄມ້ຫາກິນງ່າຍ ລາຄາຖຶກ ແຖມຍັງມີສັບພະຄຸນທາງຢາສູງ ດີຕໍ່ການບຳລຸງສຸຂະພາບຮ່າງກາຍ ດີຕໍ່ສະໝອງ ແລະຍັງຊ່ອຍເພີ່ມພະລັງງານ ແຖມຍັງກິນລົດນ້ຳໜັກໄດ້ອີກດ້ວຍ ທີ່ສຳຄັນຍັງບຳບັດອາການເຈັບປ່ວຍໄດ້ພ້ອມ ບໍ່ກິນກ້ວຍບໍ່ໄດ້ແລ້ວ


ຂໍຂອບໃຈ
Sanook

วันอังคารที่ 16 มกราคม พ.ศ. 2561

ແທ້ຫຼືບໍ່? "ກົດໄຫຼຍ້ອນ" ປ່ອຍໄວ້ດົນກາຍເປັນມະເຮັງໄດ້???

ແທ້ຫຼືບໍ່? "ກົດໄຫຼຍ້ອນ" ປ່ອຍໄວ້ດົນກາຍເປັນມະເຮັງໄດ້???

ພະຍາດຍອດນຶຍົມຂອງໄວເຮັດວຽກ ນອກຈາກອ້ອບຟິດຊິນໂດຣມແລ້ວ ກໍ່ໜີບໍພົ້ນພະຍາດທີ່ກ່ຽວກັບພຶດຕິກຳການກິນອາຫານ ເຊັ່ນ "ກົດໄຫຼຍ້ອນ" ທີ່ສ້າງຄວາມທໍລະມານໃຫ້ກັບທ່ານໄດ້ຫຼາຍກວ່າທີ່ທ່ານຄິດ ແຖມເປັນດົນໆຍັງສ່ຽງເປັນມະເຮັງອີກດ້ວຍແມ່ນແທ້ບໍ່? ແລ້ວພຶດຕິກຳແບບໃດ ທີ່ເຮັດໃຫ້ສ່ຽງເປັນພະຍາດກົດໄຫຼຍ້ອນ? ຕາມມາອ່ານກັນເລີຍ

ກົດໄຫຼຍ້ອນແມ່ນຫຍັງ???
ກ່ອນອື່ນຂໍອະທິບາຍເຖິງພະຍາດນີ້ໂດຍສັງເຂບກ່ອນ "ກົດໄຫຼຍ້ອນ" ຄືອາການທີ່ກ້າມຊີ້ນໃນກະເພາະອາຫານເກີດຄວາມຜິດປົກກະຕິ ບໍ່ສາມາດເປີດປິດໄດ້ແຈບດີຄືກັບທີ່ຄວນຈະເປັນ ມີລັກສະນະຍ່ອນໂຕລົງ ຈຶ່ງເຮັດໃຫ້ນ້ຳຍ່ອຍໃນກະເພາະອາຫານໄຫຼຍ້ອນອອກມາທີ່ຫຼອດອາຫານ ແລະກ່ອງສຽງຂອງເຮົາໄດ້

ກົດໄຫຼຍ້ອນມີອາການແນວໃດ???
ເອື້ອມສົ້ມ ,ປວດແສບປວດຮ້ອນກາງເອິກ ,ກິນລຳບາກ ,ເຈັບໜ້າເອິກ ,ໄອຊຳເຮື້ອ ,ກ່ອງສຽງແລະຫຼອດອາຫານອັກເສບ

ກົດໄຫຼຍ້ອນມີສາເຫດມາຈາກຫຍັງ???
ພະຍາດກົດໄຫຼຍ້ອນມີສາເຫດສຳຄັນມາຈາກພຶດຕິກຳໃນການກິນອາຫານ ການກິນອາຫານບໍ່ເປັນເວລາ, ມັກດື່ມຊາ ,ກາເຟ ,ນ້ຳອັດລົມ ,ເຄື່ອງດື່ມທີ່ມີທາດເຫຼ້າ ,ສູບຢາ ,ທານອາຫານເຜັດ ,ລົດຈັດ ,ອາຫານມັນ ອາຫານທອດ ແລະ ອາຫານຫວານ ເຊັ່ນ ຈຳພວກເຂົ້າໜົມອົບ ເຄັກ ຊ້ອກໂກແລ້ດ ຫລາຍເກິນໄປ

ນອກຈາກນີ້ ການກິນອາຫານໃນເວລາດຶກເກິນໄປ ແລ້ວເຂົ້ານອນເລີຍ ບໍ່ລໍຖ້າໃຫ້ຍ່ອຍກ່ອນ ກໍເປັນສາເຫດຂອງພະຍາດກົດໄຫຼຍ້ອນໄດ້ເຊັ່ນກັນ

ກົດໄຫຼຍ້ອນສ່ຽງມະເຮັງແທ້ບໍ່???
ການປ່ອຍໃຫ້ເກີດອາການອັກເສບຂຶ້ນ ໃນບາດແຜທີ່ເກິດຈາກການກັດຂອງນ້ຳຍ່ອຍໃນກະເພາະອາຫານ ທີ່ຫຼູດອອກມາທຳຮ້າຍບໍລິເວນກ່ອງສຽງ ແລະຫຼອດອາຫານໄປດົນໆ ອາດເຮັດໃຫ້ເຊວເຍື່ອຫຸ້ມຜິວບໍລິເວນນັ້ນກາຍເປັນເຊວມະເຮັງໃນພາຍຫຼັງໄດ້ ແຕ່ກໍມີໂອກາດບໍ່ເທົ່າໃດ ເກືອບ 1-6% ເທົ່ານັ້ນ ແຕ່ເຖິງຍ່າງນັ້ນ ບາດແຜຈາກນ້ຳຍ່ອຍຂອງກະເພາະອາຫານກໍເຮັດໃຫ້ເກີດຄວາມທໍລະມານກັບຜູ້ປ່ວຍເປັນໄລຍະເວລາດົນຄືກັນ

ກົດໄຫຼຍ້ອນປ້ອງກັນໄດ້ແນວໃດ???
ພຽງກິນອາຫານໃຫ້ກົງເວລາ ຄວບຄຸມອາຫານປະເພດລົດຈັດ ,ສົ້ມ ,ເຜັດ ລວມເຖິງອາຫານພວກຊາ ,ກາເຟ ,ນ້ຳອັດລົມ (ເຄື່ອງດື່ມທີ່ມີຄາເຟອີນ ເປັນສາເຫດເຮັດໃຫ້ກ້າມຊີ້ນທີ່ກະເພາະອາຫານຍ່ອນໂຕ) ,ຂອງທອດ ,ຂອງມັນ ,ເຄື່ອງດື່ມທີ່ມີທາດເຫຼ້າ ,ເຂົ້າໜົມອົບ ເຊັ່ນ ເຄັກ ,ຊ້ອກໂກແລ້ດ ແລະງົດສູບຢາ ກິນອາຫານກ່ອນເຖິງເວລານອນ 3-4 ຊັ່ວໂມງ (ເພື່ອລໍຖ້າໃຫ້ອາຫານຍ່ອຍກ່ອນ) ,ເລືອກກິນອາຫານປະເພດຕົ້ມ ,ລົດບໍຈັດ ບໍ່ດື່ມເຄື່ອງທີ່ມີຄາເຟອີນຫຼາຍກວ່າ 1 ຈອກຕໍ່ວັນ ແລະບໍ່ກິນອາຫານຫຼາຍຈົນເກີນໄປຈົນທໍລະມານທ້ອງ ເທົ່ານີ້ກໍຊ່ອຍໃຫ້ເຮາຫ່າງໄກຈາກພະຍາດກົດໄຫຼຍ້ອນໄດ້ງ່າຍໆແລ້ວລະ...ຈຣາາາ




ຂໍຂອບໃຈ

Muan sanook

วันจันทร์ที่ 15 มกราคม พ.ศ. 2561

ເບົາຫວານ ຄວາມດັນ ແກ້ງ່າຍໆ ດ້ວຍສະໝຸນໄພບ້ານໆ

ເບົາຫວານ ຄວາມດັນ ແກ້ງ່າຍໆ ດ້ວຍສະໝຸນໄພບ້ານໆ

ພະຍາດເບົາຫວານເປັນພະຍາດທີ່ຜູ້ປ່ວຍຊິມີນ້ຳຕານໃນເລືອດສູັງສູູງ ຍ້ອນຮ່າງກາຍບໍ່ສາມາດເອົານ້ຳຕານໃນເລືອດທີ່ໄດ້ຈາກອາຫານໄປໃຊ້ໄດ້ຕາມປະກະຕິ ຜູ້ປ່ວຍພະຍາດເບົາຫວານມັກຊິມີ ການເກີດພະຍາດແຊກຊ້ອນຕ່າງໆຕາມມາ ເຊັ່ນ ພະຍາດຄວາມດັນ ພະຍາດຫຼອດເລືອດຫົວໃຈ ຫລອດເລືອດສະຫມອງ ໄຕວາຍ ອາການຊາ ປາຍປະສາດເສື່ອມ ຕາພ່າມົວ ເກີດຕໍ້ຫິນຕໍ້ກະຈົກ ເຊີ່ງພະຍາດທີ່ມັກມາເປັນຄູ່ກັນກັບພະຍາດເບົາຫວານຄືຄວາມດັນໂລຫິດ ສະມຸນໄພທີ່ນິຍົມນຳມາປົວພະຍາດເບົາຫວານ ແລະຄວາມດັນໂລຫິດ ຄືຫຍັັງນັ້ນ ມື້ນີ້ເຮົາມາເບິ່ງກັນເລີຍ

1. ມະລະຂີ້ນົກ ເປັນໄມ້ເລື້ອຍແລະເປັນຜັກພື້ນບ້ານ ອາດຊິນຳມາລວກຈິ້ມນ້ຳພິກກໍ່ແຊບດີ ມີວິຕາມິນເອ ແລະ ຊີສູງ ມີສັບພະຄຸນໃນການຫຼູດນ້ຳຕານໃນເລືອດແລະຊະລໍການເກີດຕໍ້ກະຈົກໄດ້


2. ໃບຍ່ານາງ ມີສັບພະຄຸນເປັັນຢາເຢັນ ຖ້າກິນເຂົ້າໄປຊິເຮັດໃຫ້ຮ່າງກາຍເຢັນລົງ ເຮັດໃຫ້ລະບົບໃນຮ່າງກາຍສາມາດຜະລິດອິິນຊູລິນມາເຜົາຜານນ້ຳຕານໄດ້ເປັນປະກະຕິ ຈຶ່ງເປັນສະມຸນໄພແກ້ເບົາຫວານໄດ້ນັ່ນເອງ

3. ຫົວຜັກທຽມ ມີຄຸນນະສົມບັດຊ່ວຍຫຼູດຄວາມດັນໂລຫິດລົງໄດ້ຄວນກິນຫົວຜັກທຽມຫົວແກ່ ຫາກກິນສົດຊິໄດ້ຮັບປະໂຫຍດມາກກວ່າ ຫົວທຽມທີ່ປຸງສຸກແລ້ວ


4. ຫົວສີໄຄ ເປັນສະມຸນໄພແກ້ເບົາຫວານແລະຄວາມດັນທີ່ເຮົາຮູ້ຈັກກັນດີ ຍ້ອນນິຍົມນຳມາປະກອບອາຫານເຊີ່ງຫົວສີໄຄຊິມີສັບພະຄຸນໃນການຂັບຍ່ຽວ ຂັັບລົມແລະຍັງຊ່ວຍຫຼູດຄວາມດັນໄດ້ອີກດ້ວຍ

5. ຜັກຕຳລຶງ ມີປະໂຫຍດມາກຫຼາຍເປັນຢາພື້ນບ້ານໃຊ້ປົວເບົາຫວານ ສາມາດໃຊ້ໄດ້ທັ້ງ ຮາກ ເຖົາ ໃບ ເຊີ່ງມີສູດຫຼາກຫຼາຍແມ້ກະທັ້ງຊາວ Bengal ໃນອິນເດຍກໍ່ໃຊ້ຕຳລຶງເປັນຢາແກ້ພະຍາດເບົາຫວານ

6. ຜັກຊຽງດາ ມີລັກສະນະເປັນໄມ້ເລື້ອຍ ເຖົາສີຂຽວ ມີລົດຂື່ນນ້ອຍໆ ແລະມີສານຕ້ານອະນຸມູນອິດສະຫຼະຫຼາຍ ເປັນຜັກທີ່ຫມໍຢາພື້ນບ້ານໃຊ້ເປັນຜັກເພື່ອເພີ່ມກຳລັງແຮງກາຍ ທັ້ງຍັງສາມາດໃຊ້ເປັນຢາຫຼູດນ້ຳຫນັກໄດ້ ເນື່ອງຈາກວ່າຜັກຊຽງດາຊ່ວຍໃຫ້ມີການນຳນ້ຳຕານໄປເຜົາຜານມາກກວ່າກາຮໄປສ້າງເປັນໄຂມັນສະສົມ ເຊີ່ງມີການສຶກສາຜູ້ປ່ວຍຈາກພະຍາດເບົາຫວານທີ່ໃຊ້ຜັກຊຽງດາໃນກາຮປົວ ສາມາດຫຼູດປະລິມານການໃຊ້ຢາແຜນປະຈຸບັນໄດ້ ແລະບາງຄົນສາມາດໃຊ້ຜັກຊຽງດາຢ່າງດຽວໃນການຄວບຄຸມລະດັບນ້ຳຕານໃນເລືອດໄດ້ 


7. ຜັກອີ່ເລີດ ເປັນຜັກພື້ນບ້ານແລະເປັນສະມຸນໄພແກ້ເບົາຫວານແລະຄວາມດັນ ນິຍົມນຳມາຮັບປະທານສົດ ໃນຕຳລັບຢາສະມຸນໄພພື້ນບ້ານສາມາດນຳຜັກອີ່ເລີດມາຕົ້ມເພື່ອຫຼູດເບົາຫວານໄດ້ ເນື່ອງຈາກຜັກອີ່ເລີດມີສັບພະຄຸນໃນການຫຼູດນ້ຳຕານໃນເລືອດໄດ້ເປັນຢ່າງດີ ອີກທັ້ງຍັງມີສານຕ້ານອະນຸມູນອິດສະຫຼະຫຼາຍ ມີແຄນຊຽມ ວິຕາມິນເອແລະຊີສູງມາກ



วันอาทิตย์ที่ 14 มกราคม พ.ศ. 2561

ກະເພົາ ສະໝຸນໄພໃກ້ຕົວ ກິນຫຼາຍໆຊ່ວຍໃຫ້ອາຍຸຢືນ


ກະເພົາ ສະໝຸນໄພໃກ້ຕົວ ກິນຫຼາຍໆຊ່ວຍໃຫ້ອາຍຸຢືນ...

ກະເພົາ ຈັດເປັນສະໝຸນໄພໃຊ້ທັ້ງດ້ານຮ່າງກາຍ ແລະ ຈິດວິນຍານ ໂດຍກ່າວວ່າກະເພົາມີຄຸນສົມບັດປັບທາດ ຊ່ວຍພາວະສົມດຸນຫຼາຍຂະບວນການຂອງຮ່າງກາຍ ແລະ ຊ່ວຍໃຫ້ຜະເຊີນຄວາມຄຽດ ທັ້ງທາງຮ່າງກາຍ ແລະ ຈິດໃຈໄດ້ດີຂຶ້ນ ເປັນພືດທີ່ຊ່ວຍໃຫ້ອາຍຸຢືນ

ກະເພົາ ມີສັບພະຄຸນທາງຢາຫຼາກຫຼາຍ ເຊັັ່ນ ມີລິດຕ້ານແບັກທິເຣຍ ລົດການອັກເສບ ລົດຄວາມດັນໂລຫິດ ລົດໄຂມັນໃນເລືອດ ແລະ ປະລິມານຄໍເລສເຕີລໍ ລົດນ້ຳຕານໃນເລືອດ ແລະ ຮັກສາເບົາຫວານ ບຳລຸງຫົວໃຈ ບຳລຸງຕັບ ຊ່ວຍຮັກສາແຜກະເພາະອາຫານ ຊ່ວຍຂັບລົມ ປັບສົມດຸນລະບົບພູມຕ້ານທານ ບັນເທົາມາລາເຮຍ ແລະ ຂັບສານພິດຕ່າງໆ

ຮູ້ຈັງຊີ່ແລ້ວ ຊອກຫາມາກິນຢ່າງໄວເດີ້... ຈຮາາາ




วันศุกร์ที่ 12 มกราคม พ.ศ. 2561

ຜັກຫມາກໄມ້ 5 ສີ ມີປະໂຫຍດຫຼາກຫຼາຍ


ຜັກຫມາກໄມ້ 5 ສີ ມີປະໂຫຍດຫຼາກຫຼາຍ !!!
ກິນໃຫ້ຄົບຈົບທີ່ ປ້ອງກັນພະຍາດເດີ່…   ຈຮາາາ

ອາຫານທີ່ມີສີສັນ ເຍົ້າຍວນຊວນນໍ້າລາຍສໍ ໃຜກໍ ຢາກຊິ ຮັບປະທານກັນແລະຍິ່ງກວ່າຄວາມງາມ ນ່າກິນເຫຼົ່ານັ້ນ ສານຕ້ານພະຍາດທີ່ອັດແນ່ນໃນບັນດາຜັກ ຫມາກໄມ້ຫຼາກສີ ເຊິ່ງຖືເປັນຂອງແຖມຕົບທ້າຍຄວາມແຊບນົວ  ທີ່ຄຸ້ມຄ່າກັບສຸຂະພາບຍ່າງມາກທີ່ສຸດ

ຍ່າງທີ່ເຮົາຮູ້ໆກັນວ່າປະໂຫຍດຂອງຜັກໝາກໄມ້ ມີມາກມາຍຫຼວງຫຼາຍທັ້ງ ວິຕາມິນແຮ່ທາດຫຼາກຊະນິດທີ່ເປັນປະໂຫຍດກັບກົນໄກຕ່າງໆໃນຮ່າງກາຍ ໃນຜັກໝງກໄມ້ຍັງມີສານພິເສດ ເຊິ່ງເຮັດໜ້າທີ່ຄືກັນກັບຢາ ຊ່ອຍປ້ອງກັນພະຍາດບາງຊະນິດ ເຊັ່ນ ມະເຮັງ ພະຍາດຫົວໃຈຫຼອດເລືອດ ເປັນຕົ້ນ ແຕ່ຊິກິນແນວໃດເພື່ອໃຫ້ຮ່າງກາຍໄດ້ຮັບການປ້ອງກັນຈາກພະຍາດໄດ້ນັ້ນ ແນະນໍາໃຫ້ກິນຫຼາກຫຼາຍ  ຖ້າຊິໃຫ້ຊັດເຈນຂຶ້ນາອີກກໍ ຄືກິນໃຫ້ຄົບ 5 ສີ ໃນ 5 ສີສັນນັ້ນມີຫຍັງແດມາເບິ່ງກັນເລີຍ

ສີຂຽວ
ສີຂຽວເປັນສີທຳອິດທີ່ທຸກຄົນຊິຄຶດເຖິງເມື່ອເອິ້ນເຖິງຜັກ ສານທີ່ໃຫ້ສີຂຽວໃນຜັກແມ່ນຄໍໂລຟິວ ນອກຈາກນີ້ຍັງມີສານປະກອບອື່ນໆທີ່ມີຄຸນນະສົມບັດສົ່ງເສີມສຸຂະພາບ ເຊັ່ນ ລູທີນ ເຊິ່ງເປັນສານຕ້ານອະນຸມູນອິດສະຫຼະ ຊ່ວຍຫຼູດຄວາມເສື່ອມຂອງຈໍປະສາດຕາ ເປັນຕົ້ນ ວ້າວ !! ກິນຜັກໃບຂຽວເຮັດໃຫ້ດວງຕາເຮົາແຂງແຮງ
ຜັກໝາກໄມ້ສີຂຽວ : ຜັກໃບຂຽວທຸກຊະນິດ ເຊັ່ນ ບອກໂຄລີ ຄະນ້າ ຜັກໂຂມ ກວາງຕຸ້ງ ກະຫລ່ຳປີ ຊະອົມ


ສີຂາວ
ສີຂາວສານປະກອບໃນຜັກ ໝາກໄມ້ ກຸ່ມນີ້ມີຫຼາຍຊະນິດແລະເປັນທີ່ ສົນອົກສນໃຈຂອງນັກຄົ້ນຄວ້າ ຍ້ອນມີປະໂຫຍດໃນຫຼາຍໆດ້ານ ເຊັ່ນ ແອບເປີ້ນ ໝາກສີດາ ຫົວຜັກບົວ ຜັກທຽມ ມີລິດຕ້ານອະນຸມູມອິດສະຫຼະ ຊ່ວຍຊະລໍຄວາມເສຍຫາຍຂອງເຊວ ແລະອະໄວຍະວະໃນຮ່າງກາຍ ຂິງແລະຂ່າ ມີລິດຕ້ານການອັກເສບ ຊ່ວຍເບິ່ງແຍງຄວາມດັນເລືອດ ແລະປ້ອງກັນພະຍາດຫົວໃຈຫຼອດເລືອດອຸດຕັນ ເປັນຕົ້ນ
ຜັກໝາກໄມ້ສີຂາວ : ແອບເປີ້ນ ຫມາກສີດາ ຫມາກເງາະ ຫມາກລິ້ນຈີ່ ແຫ້ວ ງາ ລູກເດືອຍ ຂ່າ ຂິງ ຜັກທຽມ ຫົວຜັກບົວ


ສີແດງ
ສີແດງສານຕົວເລື່ອງຊື່ໃນກຸ່ມນີ້ກໍຄື ໄລໂຄປີນ ຍ້ອນມີການຄົ້ນພົບວ່າຊ່ວຍຫຼູດການເກີດມະເຮັງຕ່ອມລູກຫມາກຂອງຜູ້ຊາຍໄດ້ ແລະ ຫຼູດປະລິມານໄຂມັນເອລດີເອລໃນເລືອດ ນອກຈາກນີ້ອາຫານສີແດງຍັງຊ່ວຍເບິ່ງແຍງສຸຂະພາບຫົວໃຈ ຫຼອດເລືອດແລະລະບົບທາງເດີນຍ່ຽວ ຫຼູດຄວາມສ່ຽງຈາກການເກີດມະເຮັງ
ຜັກຫມາກໄມ້ສີແດງ : ຫມາກໂມ ຫມາກເລັ່ນ ສະຕໍເບີລີ່ ຊົມພູ່ແດງ ເຊີລີ່ ດອກກະຈ້ຽບ


ສີມ່ວງແດງ
ສີມ່ວງແດງໃນຜັກໝາກໄມ້ ກຸ່ມສີນີ້ມີສານແອນໂທໄຊຍານິນ ຊ່ວຍປົກປ້ອງ ຜັກຫມາກໄມ້ຈາກການທຳລາຍຂອງຮັງສີ Ultraviolet ເລີຍເຮັດໃຫ້ມີລິດຕ້ານອະນຸມູນອິດສະຫຼະຊ່ວຍເພີ່ມຄວາມຍືດຫຍຸ່ນໃຫ້ຜະຫນັງຫຼອດເລືອດ ຊ່ວຍຊະລໍການເກີດການອຸດຕັນໃນເສັ້ນເລືອດ ແລະ ພະຍາດຫຼອດເລືອກຫົວໃຈແຂງໂຕ
ຜັກຫມາກໄມ້ສີມ່ວງແດງ : ກະຫລ່ຳປີມ່ວງ ຫມາກເຂືອຫຳມ້າ ຜັກກາດສີມ່ວງ ບົ່ວແດງ ຫມາກຖົ່ວ ເຂົ້າຫນຽວດຳ ເຂົ້າແດງ ມັນດ້າງມ່ວງ ເຜືອກ ອັນຊັນ ລູກພຸນ ຫາກໄມ້ຕະກູນເບີລີ່ ເຊັ່ນ ອະງຸ່ນແດງ ບູເບີລີ່ ເບັກເບີລີ່ (Blackberry) ເປັນຕົ້ນ



ສີເຫລືອງ ສີສົ້ມ
ສີເຫລືອງສີສົ້ມໃນກຸ່ມສີນີ້ມີສານຕ້ານອະນຸມູນອິດສະຫຼະຫຼາຍຕົວດ້ວຍກັນ ຕົວສຳຄັນໆ ເຊັ່ນ ເບຕ້າ -ແຄໂລທີນ ຟາໂວນອຍ ວິຕາມິນຊີ ເຊິ່ງຊ່ວຍເບິ່ງແຍງຮັກສາສຸຂະພາບຫົວໃຈ ຫຼອດເລືອດແລະຮະບົບພູມຄຸ້ມກັນໃນຮ່າງກາຍເຮົາ ແລະຫຼູດໂອກາດການເກີດພະຍາດມະເຮັງ ກະຕຸ້ນການກຳຈັດເຊວມະເຮັງຂອງຮ່າງກາຍ
ຜັກຫມາກໄມ້ສີເຫລືອງສົ້ມ : ໝາກອຶ  ໝາກມີ້ ຫມາກສາລີ ແຄລອດ ແຄນຕາລູບ ຫມາກມ່ວງ ຫມາກຫຸ່ງສຸກ ຫມາກນັດ

ຂໍຂອບໃຈ
emaginfo