วันเสาร์ที่ 17 กุมภาพันธ์ พ.ศ. 2561

ລ້າງສານພິດງ່າຍໆດ້ວຍນ້ຳໝາກນາວ ເຮັດໃຫ້ສຸຂະພາບດີເດີ້

ລ້າງສານພິດງ່າຍໆດ້ວຍນ້ຳໝາກນາວ ເຮັດໃຫ້ສຸຂະພາບດີເດີ້..ຈຣາາາ

ການລ້າງສານພິດນັ້ນມີຄວາມສຳຄັນຫຼາຍ ເພາະຖ້າຫາກສານພິດຕ່າງໆ ທີ່ມາຈາກອາຫານ ອາກາດ ຖ້າຫາກເຮົາບໍ່ກຳຈັດອອກ ມີແຕ່ບຳລຸງຢ່າງດຽວກໍບໍ່ເປັນຜົນດີ ການລ້າງສານພິດຄືການຂັບຖ່າຍໃຫ້ເປັນປົກກະຕິໃນທຸກໆເຊົ້າ ຫາກໄຜທີ່ທ້ອງຜູກຕະຫຼອດ ຈະສັງເກດໄດ້ເຖິງຄວາມຜິດປົກກະຕິທີ່ສະແດງອອກມາບໍ່ວ່າຊິເປັນ ສິວຢູ່ໜ້າ ບໍ່ສະບາຍຕະຫຼອດ

ການລ້າງສານພິດທີ່ດີທີ່ສຸດ ສຳລັບຄົນທີ່ທ້ອງຜູກ ແລະຄົນທີ່ປົກກະຕິແຕ່ຕ້ອງການລ້າງສານພິດອອກມາທາງລະບົບຂັບຖ່າຍໃຫ້ໄດ້ດີທີ່ສຸດແມ່ນ "ໝາກນາວ" ການກິນນ້ຳໝາກນາວລ້າງສານພິດ ສາມາດເຮັດໄດ້ໃນຕອນເຊົ້າ

ວິທີເຮັດຄື
ຕົ້ມນ້ຳໃຫ້ຟົດດີ ແລ້ວປົງປະໄວ້ໃຫ້ນ້ຳອຸ່ນ ຈາກນັ້ນກໍເອົານ້ຳອຸ່ນນັ້ນຖອກໃສ່ແກ້ວ ປະລິມານຕ່ຳສຸດແມ່ນ 300 ມິນລີລິດ ຈາກນັ້ນໃຫ້ບີບນ້ຳໝາກນາວ 1 ຫນ່ວຍ ຄົນໃຫ້ເຂົ້າກັນ ແລ້ວກິນທັນທີໃນເວລາທ້ອງວ່າງ ໃນຕອນເຊົ້ານັ້ນ ເວົ້າໄດ້ວ່າ ຫາກຕື່ນຂຶ້ນມາຕອນເຊົ້ານັ້ນ ກໍເຮັດເລີຍ ຕ້ອງກິນນ້ຳໝາກນາວລ້າງສານພິດກ່ອນກິນອາຫານ ຈຶ່ງໄດ້ຜົນເພື່ອກະຕຸ້ນການຂັບຖ່າຍ ເຊິ່ງເມື່ອກິນນ້ຳໝາກນາວປະມານ 20 ນາທີ ຈະຮູ້ສຶກໄດ້ວ່າ ຮູ້ສຶກເຈັບທ້ອງຖ່າຍ ຫາກເຮັດຕະຫຼອດ ກໍຈະຊ່ວຍລ້າງສານພິດໃນຮ່າງກາຍໄດ້ ແລະໝາກນາວຍັງຊ່ວຍສະຫຼາຍໄຂມັນ ຫຼຸດຄໍເລດເຕີລໍ້ ແລະຊ່ວຍຫຼຸດນ້ຳໜັກໃນຮ່າງກາຍໄດ້ດີອີກດ້ວຍ


ຂໍຂອບໃຈ
Laopost

วันพุธที่ 14 กุมภาพันธ์ พ.ศ. 2561

ຫຸ່ນງາມ ສຸຂະພາບດີ ເຄັດລັບງ່າຍໆ ທີ່ສາວໆ ຫ້າມພາດ !!!

ຫຸ່ນງາມ ສຸຂະພາບດີ ເຄັດລັບງ່າຍໆ ທີ່ສາວໆ ຫ້າມພາດເດີ້..ຈຣາາາ

1. ໃສ່ໃຈກັບທຸກຄາບອາຫານ
ເຮົາຄວນໃສ່ໃຈກັບຄາບອາຫານຫຼາຍເປັນພິເສດ ບໍ່ວ່າຈະເປັນຄາບຫຼັກ ຫຼື ຄາບອາຫານວ່າງກໍ່ຕາມ ໂດຍຄວນເລືອກອາຫານທີ່່ມີປະໂຫຍດ ຫຼີກລ້ຽງຂອງມັນ ຂອງຫວານ ນ້ຳຕານສູງ ເນັ້ນຜັກ ແລະຊີ້ນປາເປັນຫລັກ ພຽງເທົ່ານີ້ຄວາມຕຸ້ຍກໍ່ບໍ່ກ້າຖາມຫາແລ້ວ

2. ອອກກຳລັງກາຍຢ່າງສະໝ່ຳສະເໝີ
ຢາກມີຫຸ່ນງາມພ້ອມກັັບຮ່າງກາຍທີ່ແຂງແຮງ ກໍ່ໍຕ້ອງໝັ່ນອອກກຳລັງກາຍຢູ່ສະເໝີ ໂດຍສະເພາະຍາມເຊົ້າ ເພາະການອອກກຳລັງກາຍຕອນເຊົ້ານັ້ນຈະຊ່ວຍເລັ່ງການເຜົາຜານໄຂມັນໃຫ້ການເຮັດວຽກດີຂຶ້ນຕະຫຼອດມື້ ແລະ ຖ້າຍິ່ງເຮັດຄູ່ກັບການຄວບຄຸມອາຫານຢ່າງເຄັ່ງຄັດແລ້ວ ທ່ານຈະມີຫຸ່ນງາມເພີເຟັກໄດ້ຢ່າງບໍ່ຍາກ

3. ນ້ຳອັດລົມ
ເພາະນ້ຳອັດລົມເປັນຕົວການຫຼັກຂອງຄວາມຕຸ້ຍ ຈຶ່ງຄວນຫຼີກລ້ຽງການດື່ມນ້ຳອັດລົນຢ່າງເດັດຂາດ ເຖິງວ່າຈະເປັນນ້ຳອັດລົມທີ່ໃຊ້ສານຄວາມຫວານແທນນ້ຳຕານແທ້ກໍ່ຕາມ ເພາະສະນັ້ນໃຜທີ່ມັກດື່ມນ້ຳອັດລົມຈົນກາຍເປັນຊີວິດຈິດໃຈ ພະຍາຍາມເຊົາໃຫ້ໄດ້ຢ່າງເດັດຂາດຈະດີທີ່ສຸດ ໂດຍປ່ຽນມາດື່ມນ້ຳລ້າ ຫຼື ນ້ຳໝາກໄມ້ທີ່ມີປະໂຫຍດທົດແທນຈະດີກວ່າ

4.ຫຼຸດປະລິມານອາຫານແທນການອົດອາຫານ
ຢາກມີຫຸ່ນງາມພຽງໃດ ກໍ່ບໍ່ຄວນອົດອາຫານເປັນອັນຂາດ ເພາະເມື່ອເຮົາອົດອາຫານ ຈະເຮັດໃຫ້ຮ່າງກາຍເຮົາສະແດງຄວາມຫິວອອກມາເລື້ອຍໆ ຫຼາຍຂຶ້ນ ແລະ ແນ່ນອນວ່າຫາກທົນບໍ່ໄຫວ ທ່ານກໍ່ອາດຈະຫຼົງໄປກິນອາຫານໃນຄາບຕໍ່ໄປຫຼາຍເກີນ ຈົນເປັນສາເຫດໃຫ້ຄວາມຕຸ້ຍຖາມຫາໄດ້ໃນທີ່ສຸດ ອີກທັງຍັງສົ່ງຜົນເສຍຕໍ່ສຸຂະພາບອີກດ້ວຍ ເພາະສະນັ້ນຈົ່ງເລືອກວິທີຫຼຸດປະລິມານ ແລະ ເນັ້ນຜັກໃຫ້ຫຼາຍໆ ແທນການອົດອາຫານດີກວ່າ ຮັບຮອງໄດ້ຫຸ່ນດີ ຫຸ່ນງາມ ສຸຂະພາບດີຄວບຄູ່ກັນແນ່ນອນ

5. ອົດທົນຫຼາຍໆ
ສຸດທ້າຍກໍໍຄື ຄວາມອົດທົນ ເພາະພຽງແຕ່ມີຄວາມອົດທົນຈັກໜ້ອຍ ບໍ່ວ່າອາຫານຈະເປັນຕາແຊບຫຼາຍປານໃດກໍ່ຕາມ ທ່ານກໍ່ສາມາດເອົາຊະນະມັນໄດ້ ຢ່າງແນ່ນອນ ທີ່ສຳຄັນຄວນຫຼີກລ້ຽງການດື່ມເຄື່ອງດື່ມທີ່ມີແອລກໍຮໍທຸກຊະນິດ ເຖິງຈະມີແອລກໍຮໍໜ້ອຍດຽວກໍ່ຕາມ ເພາະເຄື່ອງດື່ມເຫຼົ່ານີ້ລ້ວນແຕ່ເປັນຕົວການຂອງຄວາມຕຸ້ຍທັ້ງໝົດ

ແລະ ນີ້ຄື ເຄັດລັບການຫຼຸດນ້ຳໜັັກ 5 ຂໍ້ທີ່ຢາກໃຫ້ສາວໆ ນຳໄປເຮັດເປັນປະຈຳ ຢາກມີຫຸ່ນງາມ ແລະ ສຸຂະພາບດີໃນເວລາດຽວກັນ ພຽງເຮັດຕາມນີ້  ບອກເລີຍບໍ່ມີຜິດຫວັງ




ຂໍຂອບໃຈ
Sanook Muan


วันอาทิตย์ที่ 11 กุมภาพันธ์ พ.ศ. 2561

ບົວຫິມະ ພືດມະຫັດສະຈັນ ລົດໄຂມັນ ນ້ຳຕານ ຄວາມດັນເລືອດສູງ

ບົວຫິມະ ພືດມະຫັດສະຈັນ ລົດໄຂມັນ ນ້ຳຕານ ຄວາມດັນເລືອດສູງ

ຫາກເວົ້າເຖິງ ບົວຫິມະ ເຊື່ອວ່າຫຼາຍຄົນໜ້າຈະຮູ້ຈັກໃນແບບຂອງຄຣີມ ບົວຫິມະທີ່ບັນຈຸຢູ່ໃນກະປຸກ ອາດຈະຊື້ຕອນໄປທ່ອງທ່ຽວປະເທດຈີນ ແຕ່ແທ້ຈິງແລ້ວ ບົວຫິມະທີ່ເປັນພືດສົດໆ ບໍ່ແມນຄຣີມ ບົວຫິມະ ມີປະໂຫຍດໃນດ້ານຂອງສຸຂະພາບຫຼາຍທີ່ສຸດ

ບົວຫິມະ ຈັດເປັນພືດປະເພດຫົວທີ່ກິນສົດໆ ບໍ່ມີລົດຊາດ ຄືຫົວມັນແກວປະສົມຫົວແຫ້ວ ແລະ ສາລີ້ ເຕັມໄປດ້ວຍສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ

ປະໂຫຍດບົວຫິມະມີຫຍັງແດ່ ມາເບິ່ງກັນເລີຍ

1.ມີສານຕ້ານອະນຸມູນອິດສະຫຼະສູງ ຈຶ່ງຊ່ວຍບຳລຸງຜິວພັນໃຫ້ເຕັ່ງຕຶງ ແລະ ຫຼຸດຄວາມສ່ຽງໃນການເກີດໂລກມະເຮັງໄດ້

2.ຊ່ວຍຜ່ອນຄວາມສ່ຽງຂອງຮ່າງກາຍເຮັດໃຫ້ເຮົາຄົງຄວາມອ່ອນເຍົາ ແລະ ແກ່ຊ້າລົງ

3.ໃຫ້ Calorie ຕໍ່ຳແຕ່ໄຍອາຫານສູງ ຈຶ່ງເໝາະສຸດໆ ກັບຜູ້ທີ່ກຳລັງຄວບຄຸມນ້ຳໜັກ

4.ເນື່ອງຈາກມີໄຍອາຫານສູງຈຶ່ງຊ່ວຍໃຫ້ການຂັບຖ່າຍຄ່ອງຕົວຫຼາຍຂຶ້ນ

5.ຊ່ວຍຫຼຸດໄຂມັນໃນເລືອດ ແລະ ຫຼຸດນ້ຳຕານໃນເລືອດໄດ້

6.ປ້ອງກັນໂລກໄຂມັນອຸດຕັນເສັ້ນເລືອດ, ເສັ້ນເລືອດຕີບຕັນ ແລະ ໂລກອື່ນໆ ທີ່ກ່ຽວຂ່ອງກັບຫົວໃຈ ແລະ ຫຼອດເລືອດໄດ້

7.ຫຼຸດລະດັບຄວາມດັນເລືອດສູງໄດ້

ຂໍ້ຄວນລະວັງໃນການກິນບົວຫິມະ ກໍມີເດີ້ ເພາະມີບາງຄົນແພ້ບົວຫິມະໄດ້ເຊັ່ນກັນ ເພາະສະນັ້ນ ຢ່າກິນເປັນຈຳນວນຫຼາຍໃນຄັ້ງທຳອິດທີ່ກິນ ເດີ້..ຈຣາາ


ຂໍຂອບໃຈ
Sanook Muan

วันพฤหัสบดีที่ 8 กุมภาพันธ์ พ.ศ. 2561

ວິທີການລ້ຽງລູກໃຫ້ດີ ແລະ ສະຫຼຽວສະຫຼາດ

ວິທີການລ້ຽງລູກໃຫ້ດີ ແລະ ສະຫຼຽວສະຫຼາດ

ພໍ່ແມ່ທຸກຄົນລ້ວນແຕ່ຮັກລູກ ຫວັງຢາກໃຫ້ລູກຂອງຕົນເປັນຄົນດີ ສະຫຼາດ ມີສຸຂະພາບແຂງແຮງ ເພື່ອຫວັງເປັນທີ່ເຜຶ່ງຂອງຕົນໃນອນາຄົດໄດ້ຢ່າງພາກພູມໃຈ ວັນນີ້ເຮົາມີ 12 ເຕັກນິກ ວິທີການລ້ຽງລູກໃຫ້ດີ ແລະ ເປັນຄົນສະຫຼູາດມາຝາກກັນ ເຊິ່ງຈະມີແນວໃດນັ້ນ ເຮົາມາອ່ານນຳກັນເລີຍ..ຈຣາາາ

1. ໃຫ້ຄວາມຮັກແກ່ລູກດ້ວຍການສະແດງອອກຢ່າງຊັດເຈນ

2. ຄອບຄົວມີສຸກ ໂດຍພໍ່ແມ່ມີຄວາມຮັກ ແລະ ສາມັກຄີໃນການລ້ຽງ ແລະສອນລູກໄປໃນທິດທາງດຽວກັນ

3. ເຂົ້າໃຈໃນພັດທະນາການຂອງລູກ ປະຕິບັດຕໍ່ລູກໄດ້ຢ່າງຖຶກຕ້ອງ ແລະ ເໝາະສົມ ເຊິ່ງຈະຊ່ວຍພັດທະນາການເປັນຢ່າງດີ

4. ພໍ່ແມ່ຄວນມີສ່ວນຮ່ວມໃນການລ້ຽງລູກໃຫ້ຫຼາຍທີ່ສຸດ ຖ້າພໍ່ແມ່ຕ້ອງເຮັດວຽກທັງຄູ່ ຢ່າງໜ້ອຍຕອນກາງຄືນ ຄວນໃຫ້ເວລາກັບລູກແນ່

5. ສົ່ງເສີມໃຫ້ລູກຮູ້ສຶກວ່າຕົວເອງມີຄຸນຄ່າ ເມື່ອລູກເຮັດດີ ຫຼື ປະສົບຄວາມສຳເລັັດ ພໍ່ແມ່ຕ້ອງຊົມເຊີຍ ເມື່ອລູກທ້ອແທ້ ກໍ່ຄວນໃຫ້ກຳລັງໃຈ

6. ໃຫ້ອິດສະຫຼະ ແລະ ໂອກາດໃນການຕັດສິນໃຈ ຈະຊ່ວຍໃຫ້ລູກມີຄວາມຄິດສ້າງສັນ ກ້າຄິດກ້າເຮັດ ແລະ ບໍ່ພະຍາຍາມບັງຄັບຄວາມຄິດລູກ

7. ສອນລູກໃຫ້ຮັກຕົວເອງ ແລະ ຮັກຄົນອື່ນ ພໍ່ແມ່ຄວນສອນລູກໃຫ້ຮູ້ຈັກການແບ່ງປັນ ແລະມີນ້ຳໃຈຕໍ່ຜູ້ອອື່ນດ້ວຍ

8. ໃຫ້ລູກຮູ້ຈັກຄິດເປັນເຫດ ເປັນຜົນ ໂດຍແນະນຳເລື່ອງທີ່ກ່ຽວຂ້ອງກັບຊີວິດປະຈຳວັນ ເຊັ່ນ ການຊື້ເຄື່ອງຂອງທີ່ມີລາຄາແພງ  ຄວນແນະນຳຢ່າງຖຶກຕ້ອງວ່າເປັນຂອງທີ່ຈຳເປັນ ຫຼື ບໍ່ຈຳເປັນ

9. ສອນລູກໃຫ້ຮູ້ຈັກຫາຄວາມສຸກໃຫ້ຕົວເອງ ໂດຍການເປີດໂອກາດໃຫ້ລູກໄດ້ເຮັດໃນສິ່ງທີ່ມັກ

10. ເປັນແບບຢ່າງທີ່ດີໃຫ້ກັບລູກ ພໍ່ແມ່ເປັນຕັວຍ່າງເຮັດສິ່ງດີໆ ແລ້ວລູກຈະຮຽນຮູ້ໂດຍຕັວເອງ ໃນແບບທີ່ບໍ່ຕ້ອງເວົ້າ ຫຼື ສອນ

11. ຢູ່ໃນກົດລະບຽບທີ່ພໍດີ ພໍ່ແມ່ຄວນແນະນຳສິ່ງທີ່ຄວນ ແລະ ບໍ່ຄວນ ໃຫ້ຢູ່ໃນທິດທາງທີ່ດີ ແລະ ມີຄຸນນະທຳ

12. ການສຶກສາມີສ່ວນສົ່ງຜົນຕໍ່ EQ ຂອງລູກ ດັ່ງນັ້ນ ພໍ່ແມ່ຄວນເຂົ້າໃຈຂະບວນການຮຽນຮູ້ຂອງເດັກນ້ອຍນຳ


ຂໍຂອບໃຈ
Laopost

วันจันทร์ที่ 5 กุมภาพันธ์ พ.ศ. 2561

ຫຼຸດນ້ຳຕານໃນເລືອດ ຕ້ານມະເຮັງ ດ້ວຍດອກອັນຊັນ

10 ປະໂຫຍດດີໆຈາກ ດອກອັນຊັນ ຫຼຸດນ້ຳຕານໃນເລືອດ ຕ້ານມະເຮັງ

ນອກຈາກຈະໃຫ້ສີຟ້າທີ່ງາມສົດໃສແລ້ວ ເມື່ອນຳໄປປະກອບອາຫານ ເຊັ່ນ ຂະໜົມ ດອກອັນຊັນຍັງມີປະໂຫຍດອີກຫຼາຍຢ່າງທີ່ທ່ານອາດຍັງບໍ່ຮູ້ ພຽງແຕ່ນຳມາຄັ້ນສົດ ຫຼື ນ້ຳຕົ້ມດອກອັນຊັນເທົ່ານັ້ນ ງ່າຍໆແບບນີ້ ແຕ່ໃຫ້ຜົນດີຕໍ່ສຸຂະພາບມະຫາສານເລີຍ

10 ປະໂຫຍດດີໆ ຈາກດອກອັນຊັນ ມີຫຍັງແດ່..ມາເບິ່ງກັນເລີຍ

1.ບຳລຸງສາຍຕາ ປ້ອງກັນອາການຕາຟາງ, ຕາຈື້ນ, ແລະ ປ້ອງກັນໂລກຕໍ້ແກ້ວຕາ
2.ຊ່ວຍຫຼຸດນ້ຳຕານໃນເລືອດ ເຫມາະກັບຜູ້ປ່ວຍເບົາຫວານ
3.ເພີ່ມພູມຕ້ານທານໃຫ້ກັບຮ່າງກາຍ
4.ຂັບນ້ຳຍ່ຽວ ແລະ ເປັນຢາລະບາຍອ່ອນໆ
5.ມີສານຕ້ານອະນຸມູນອິດສະຫຼະ ຊ່ວຍຕໍ່ຕ້ານໂລກມະເຮັງໄດ້
6.ຊ່່ວຍຫຼຸດຜ່ອນການເກີດຮອຍຫົວ ແລະ ເບິ່ງແຍງຜິວພັບໃຫ້ເຕັ່ງຕຶງ
7.ຫຼຸດຄວາມສ່ຽງໃນການເປັນໂລກໄຂມັນອຸດຕັນເສັ້ນເລືອດ
8.ບຳລຸງຜິວໃຫ້ເງົາງາມ, ດົກດຳ ມັກເປັນສ່ວນປະກອບຂອງຢາສະຫົວ ຫຼື ຄຣີມບຳລຸງຜົມ
9.ຊ່ວຍລະລາຍເສັ້ນເລືອດຂອດ
10.ຊ່ອຍໃຫ້ລະບົບໂລຫິດໄຫຼວຽນໄດ້ດີຍິ່ງຂຶ້ນ

ວິທີກິນກໍງ່າຍ ຄັ້ນສົດປະສົມນ້ຳດື່ມ ຈະໃສ່ນ້ຳເຜີ້ງ ຫຼື ນ້ຳໝາກນາວເພື່ອເພີ່ມລົດຊາດລົງໄປແດ່ກໍໄດ້ແຕ່ຢ່າໃສ່ນ້ຳຕານຫຼາຍຈົນເກີນໄປ ເພາະບໍ່ຢ່າງນັ້ນ ແທນທີ່ດອກອັນຊັນຈະຊ່ວຍຫຼຸດນ້ຳຕານໃນເລືອດ ອາດຈະກາຍເປັນເພີ່ມນ້ຳຕານໃນເລືອດແທນ ດື່ມເຍັນໆຊື່ນໃຈຫຼາຍ ຫຼື ຈະລວກກິນກັບແຈ່ວກະແຊບຄືກັນ


ຂໍຂອບໃຈ  Sanook Muan

วันพฤหัสบดีที่ 1 กุมภาพันธ์ พ.ศ. 2561

ສຸດຍອດຫຼາຍໆ 5 ພະຍາດທີ່ນ້ຳລ້າຮັກສາໄດ້

ສຸດຍອດຫຼາຍໆ 5 ພະຍາດທີ່ນ້ຳລ້າຮັກສາໄດ້ເດີ້ ຈຣາາາ

1. ຂັບຖ່າຍບໍ່ສະດວກ
ງ່າຍໆແມ່ນເລີ່ມທີ່ອາການຂັບຖ່າຍບໍ່ສະດວກ ທີ່ໃຜຫຼາຍຄົນຕ້ອງເຄີຍມີປະສົບກັບບັນຫານີ້ມາບໍຫຼາຍກໍ່ນ້ອຍ ສາເຫດຂອງອາການຂັບຖ່າຍບໍ່ສະດວກ ມັກມາຈາກອາຫານການກິນທີ່ເຮົາກິນເຂົ້າໄປ ເຮັດໃຫ້ອາຈົມຂອງເຮົາຂາດຄວາມອ່ອນນຸ່ມ ແລະ ມັນລວມໂຕກັນເປັນກ້ອນແຂງໃຫຍ່ ເຊິ່ງເຮັດໃຫ້ເຮົາຂັບຖ່າຍຍາກລຳບາກ (ຫຼືບໍ່ຂັບຖ່າຍ) ການດື່ມນ້ຳລ້າໃຫ້ຫຼາຍຂຶ້ນ ແມ່ນຈະຊ່ອຍໃຫ້ອາການຂັບຖ່າຍບໍ່ສະດວກຫຼູດລົງໄດ້ຢ່າງແນ່ນອນ ໂດຍສະເພາະການດື່ມນ້ຳອຸ່ນ (ອາດຈະແຊ່ໝາກນາວຝານບາງໆ ລົງໄປໃນຈອກ 1 ປ່ຽງນຳ) ໃນຕອນເຊ້າ ແລະ ດື່ມນ້ຳຕາມຫຼັງຈາກການກິນອາຫານ ໄປຈົນເຖິງນ້ຳລ້າອີກ 1 ຈອກ ກ່ອນນອນ

2. ພະຍາດລິດສີດວງທະວານ  
ຕໍ່ຈາກອາການຂັບຖ່າຍບໍ່ສະດວກແລ້ວ ຖ້າອາຈົມອ່ອນນຸ່ມ ແມ່ນເຮົາຈະບໍ່ເປັນພະຍາດລິດສີດວງທະວານ ເພາະສະນັ້ນ ຫາກບໍ່ຍາກເປັນພະຍາດລິດສີດວງທະວານ ນອກຈາກການເລືອກກິນອາຫານທີ່ມີກາກໃຍອາຫານສູງ ຫຼູດການກິນອາຫານທີ່ມີແປ້ງ ແລະ ໄຂມັນສູງແລ້ວ ຄວນດື່ມນ້ຳລ້າໃຫ້ພຽງພໍໃນແຕ່ລະມື້ພ້ອມ

3. ເຈັບຫົວ
ໃຜທີ່ມີອາການເຈັບຫົວ ຫຼື ເຈັບໄມເກນ ເປັນພະຍາດປະຈຳໂຕຢູ່ແລ້ວ ຖ້າຫາກບໍ່ຍາກມີອາການເຈັບເລື້ອຍໆ ຫຼື ບໍ່ຍາກກິນຢາເລື້ອຍໆ ສາມາດຈິບນ້ຳລ້າດື່ມຫຼິ້ນໄດ້ ຈະຊ່ອຍຫຼູດອາການເຈັບຫົວໄດ້ດີ

4. ຄວາມດັນເລືອດສູງ
ການດື່ມນ້ຳນ້ອຍເກີນໄປ ເຮັດໃຫ້ເລືອດຂອງເຮົາຊ້ນ ເຮັດໃຫ້ລະບົບໄຫຼວຽນເລືອດໃນຮ່າງກາຍເຮັດວຽກໜັກຂຶ້ນໄປພ້ອມ ດັ່ງນັ້ນ ຈຶງເຮັດໃຫຫຼອດເລືອດມີຄວາມດັນຫຼາຍຂຶ້ນ ຈົນອາດເຮັດໃຫ້ຄວາມດັນເລືອດສູງຂຶ້ນ ຫຼື ຄົນທີ່ມີອາການຄວາມດັນເລືອດສູງຢູ່ແລ້ວກໍອາດມີອາການໜັກຂຶ້ນໄດ້ ເພາະສະນັ້ນ ຖ້າຫາກເຮົາດື່ມນ້ຳໃຫ້ພຽງພໍໃນແຕ່ລະມື້ ກໍຈະຊ່ອຍໃຫ້ລະບົບໄຫຼວຽນເລືອດເຮັດວຽກໄດ້ງ່າຍຂຶ້ນ

5. ພະຍາດຕຸ້ຍ
ບໍເຊຶ່ອກໍ່ຕ້ອງເຊື່ອວ່າ ພຮງນ້ຳລ້າທຳມະດາໆ ນີ້ແຫຼະທີ່ຊ່ອຍຫຼູດໂອກາດໃນການເປັນພະຍາດຕຸ້ຍໄດ້ ນອກຈາກນີ້ໄຜທີ່ຕ້ອງການຫຼູດນ້ຳໜັກ ລອງດດື່ມນ້ຳລ້າໃນແຕ່ລະມື້ໃຫ້ຫຼາຍຂຶ້ນ ຈະຊ່ອຍໃຫ້ບໍ່ຫິວເລື້ອຍໆ ແລະ ດື່ມແທນນ້ຳອັດລົມໄປໄດ້ເລີຍ ຈະເພີ່ມຄວາມສົດຊື່ນດ້ວຍການແຊ່ໝາກໄມ້ສົດລົງໄປໃນນ້ຳລ້າພ້ອມກໍໄດ້ ຫຼື ທີ່ເຮົາເອີ້ນວ່າ ຊ່ອຍຫຼູດຄວາມຍາກນ້ຳຫວານຂອງເຮົາໄປໄດ້ຫຼາຍເດີ້ ແພດຍັງແນະນຳວ່າ ໃຜທີ່ເປັນພະຍາດຕຸ້ຍຢູ່ແລ້ວ ລອງດື່ມນ້ຳໃຫ້ໄດ້  2-3 ລິດຕໍ່ມື້ ຄວບຄູ່ໄປກັບການຫຼູດທາດແປ້ງ, ນ້ຳຕານ, ໄຂມັນ ແລະ ອອກກຳລັງກາຍພ້ອມ ຈະຊ່ອຍຫຼູດນ້ຳຫນັກໄດ້ແນ່ນອນ

6. ປວດຂໍ້
ອາການປວດຂໍ້ ມັກມາພ້ອມກັບພະຍາດຕຸ້ຍ ເພາະນ້ຳໜັກໂຕທີ່ຫຼາຍເກີນໄປ ແລະ ນ້ຳໃນຂໍ້ນ້ອຍ ຈຶ່ງເຮັດໃຫ້ຂໍ້ຕ່າງໆ ເຊັ່ນ ຂໍ້ເຂົ່າ ຂໍ້ຕີນ ຂໍ້ໄຫຼ່ ແຫ້ງ ແລະຝືດເຄືອງ ຕີງບໍ່ສະດວກ ການເພີ່ມຄວາມຊຸ່ມຊື່ນໃຫ້ກັບຊີ້ນເຍື່ອບໍລິເວນຂໍ້ຕໍ່ເຮັດໄດ້ງ່າຍໆ ພຽງດື່ມນ້ຳໃຫ້ຫຼາຍຂຶ້ນ ອາການອັກເສບ ຫຼື ບວມປວດກໍຈະນ້ອຍລົງ

7. ກະເພາະຍ່ຽວອັກເສບ
ຈາກປະສົບການສ່ວນຕົວ ນອກຈາກການເຮັດວຽກງານທີ່ຣີບເລັ່ງ ທີ່ເຮັດໃຫ້ເຮົາດື່ມນ້ຳໜ່ອຍ ແລະຕ້ອງອົດຍ່ຽວເປັນເວລາດົນ ເຮັດໃຫ້ມີໂອກາດເປັນພະຍາດກະເພາະຍ່ຽວອັກເສບໄດ້ຫຼາຍຂຶ້ນ ເພາະສະນັ້ນ ຖ້າຫາກເຈົ້າດື່ມນ້ຳໃຫ້ຫຼາຍຂຶ້ນ ແລະລຸກໄປເຂົ້າຫ້ອງນ້ຳທັນທີທີ່ປວດຍ່ຽວ ກໍຈະບໍ່ເປັນພະຍາດນີ້ ທັງນີ້ບໍ່ໄດ້ໝາຍຄວາມວ່າ ນ້ຳລ້າເປັນຍາວິເສດທີ່ດື່ມປຸ໊ບ ອາການຂອງພະຍາດຕ່າງໆຈະຫາຍປັ໊ບ ນ້ຳເປັນພຽງຕົວຊ່ອຍປ້ອງກັນການເກີດພະຍາດ ຫຼື ຊ່ວຍບັນເທົາໃຫ້ອາການຂອງພະຍາດເຫຼົ່ານັ້ນຫຼູດໜ່ອຍລົງ ຖ້າເປັນພະຍາດຫຍັງຄວນປຶກສາກັບແພດຜູ້ຊ່ຽວຊານ ເພື່ອຮັບການຮັກສາຢ່າງຖືກຕ້ອງຈະດີກວ່າເດີ້


ຂໍຂອບໃຈ
Sanook Muan

วันอังคารที่ 30 มกราคม พ.ศ. 2561

8 ສະໝຸນໄພ ຊ່ວຍເບິ່ງແຍງສຸຂະພາບໃນ ລະດູໜາວ

8 ສະໝຸນໄພ ຊ່ວຍເບິ່ງແຍງສຸຂະພາບໃນ ລະດູໜາວ

ລະດູ​ໜາວ ​ມາ​ຮອດ​ແລ້ວ ຫລາຍໆ​ຄົົນທີ່​​ມັກ​ລະດູ​ການ​ນີ້ ​ເພາະ​ວ່າ​ອາ​ກາດ​ບໍ່​ຮ້ອນ ​ແລະ ​ເຢັນ​ສະບາຍ ແຕ່​ບາງ​ຄົົນທີ່​ມັກ​ໜາວ​ກໍ​ບໍ່​ມັກ​ອາ​ກາດ​ເຢັນໆ​ເຊັ່ນ​ກັນ ມື້​ນີ້​​ມີ​ວິທີ​ກຽມ​ໂຕ​ກ່ອນ​ເຂົ້າ​ລະດູ​ໜາວ​ງ່າຍໆ​ມາ​ຝາກ​ກັນ​ ໂດຍ​ການ​ໃຊ້​ສະ​ໝຸນ​ໄພ​ຂອງ​ບ້ານເຮົາ​ນີ້​ເອງ ສາມາດ​ຊ່ວຍ​ແກ້​ໜາວ ແລະ ​ຊ່ວຍ​ປັບ​ສົມ​ດຸນ​ຂອງ​ທາດ​ຕ່າງໆ​ໃນ​ຮ່າງກາຍ​ຂອງ​ເຮົາ​ໄດ້​ນໍາອີກ​


ຕາມ​ຫລັກ​ທິດສະດີ​ຂອງ​ໝໍ​ພື້ນເມືອງກ່າວ​ໄວ້​ວ່າ ຮ່າງກາຍ​ຂອງ​ຄົນ​ເຮົາ​ມີ​ທາດ​ເປັນ​ອົງ​ປະກອບ​ ໄດ້​ແກ່ ດິນ ນ້ຳ ລົມ ໄຟ ແລະ ​ອາການ​ເຈັບ​ປ່ວຍ​ຂອງ​ຄົນ​ເຮົາ ມັກ​ຈະ​ຂຶ້ນ​ຢູ່​ກັບ​ການ​ເສຍ​ສົມ​ດຸນ​ຂອງ​ທາດ​ນັ້ນໆ ສ່ວນ​ໃຫຍ່​ການ​ເຈັບ​ປ່ວຍ​ໃນ ລະດູ​ໜາວ ມັກ​ຈະ​ກ່ຽວກັບ​ທາດ​ນ້ຳ​ໃນ​ຮ່າງກາຍ​ທີ່​ເກີດ​ການ​ເສຍ​ສົມ​ດຸນ​ຮ່າງກາຍ​ຈະ​ເກີດ​ອາການ​ທີ່​ພົບ​ເລື້ອຍໆ ຄື ອາການ​ເຈັບ​ຄໍ ແສບ​ຄໍ ມີ​ຂີ້ກະເທີ ອາການ​ດັ່ງ​ກ່າວ​ເກີດ​ຈາກ​ກຸ່ມ​ອາການ​ຂອງ​ພະຍາດ​ລະບົບ​ທາງເດີນ​ຫາຍ​ໃຈ ຄົນບ້ານເຮົາ​ຈຶ່ງ​ມີ​ວິທີ​ການ​ເບິ່ງແຍງ​ສຸຂະພາບ​ໃນ​ລະດູ​ໜາວ​ດ້ວຍ​ການ​ປັບ​ໃຊ້​ໂດຍ​ການ​ນຳ​ເອົາ​ສະ​ໝຸນ​ໄພ​ເພື່ອ​ປ້ອງ​ການ​ການ​ແກ້​ໜາວ​ເພາະ​ເປັນ​ສະ​ໝຸນ​ໄພ​ທີ່​ຫາ​ຊື້​ໄດ້​ງ່າຍ​ຕາມ​ຕະຫລາດ ຫລື ​ບາງ​ເຮືອນ​ກໍ​ມີ​ປູກ​ໄວ້​ໃນ​ເຮືອນ​ຂອງ​ຕົນເອງ ການ​ປັບ​ສົມ​ດຸນ​ຂອງ​ທາດ​ນ້ຳ ມີ​ດັ່ງ​ຕໍ່ໄປນີ້

1. ໝາກເພັດ ​ມີ​ສານ​ແຄບ​ໄຊ​ຊິນ (capsaicin) ຈະ​ເຮັດໃຫ້​ຊ່ວຍ​ໃນ​ການ​ໄຫລ​ວຽນ​ຂອງ​ເລືອດ​ໃນ​ຮ່າງກາຍ​ຂອງ​ເຮົາ ແລະ ​ຊ່ວຍ​ໃນ​ການ​ທີ່​ຈະ​ເຮັດໃຫ້​ເກີດ​ຄວາມ​ເຢັນ​ບໍລິເວນ​ປາຍ​ນິ້ວ​ມື ແລະ ນິ້ວ​ຕີນຫ​ລຸດ​ລົງ



2. ກະ​ທຽມ ຈະ​ຊ່ວຍ​ເພີ່ມ​ການ​ໄຫລ​ວຽນ​ຂອງ​ເລືອດ ໂດຍ​ສະເພາະ​ບໍລິເວນ​ຜິວ​ໜັງ ສາມາດ​ນຳ​ມາ​ປຸງ​ເປັນ​ອາຫານ​ ຫລື ກິນ​ສົດໆ ໄດ້​ທັນທີ


3. ຂີງ ເຊິ່ງ​ມີ​ສານ​ ຈິງ​ເກີ​ຣອນ (gingerol) ເຊິ່ງ​ຈະ​ຊ່ວຍ​ຫລຸດ​ໂຄ​ເລດ​ເຕີ​ລໍ​ຊະນິດ​ທີ່​ບໍ່​ດີ​ໃນ​ຮ່າງກາຍ ແລະ ​ຊ່ວຍ​ເຮັດໃຫ້​ຫລອດ​ເລືອດ​ບໍ່​ແຂງ​ໂຕ


4. ຂ່າ ຈະ​ມີ​ປະໂຫຍດ​ໃນ​ການ​ບຳ​ລຸງ​ທາດ​ໄຟ ແລະ ​ຊ່ວຍ​ຍ່ອຍ​ອາຫານ​ແຖມ​ຍັງ​ຊ່ວຍ​ແກ້​ອາການ​ປຸ້ນທ້ອງຮາກ ຊ່ວຍ​ຫລຸດ​ຂີ້ກະເທີ ບຳ​ລຸງ​ຮ່າງກາຍ ​ແລະ ​ຍັງ​ຊ່ວຍ​ເພີ່ມ​ການ​ໄຫລ​ວຽນ​ຂອງ​ເລືອດ ເປັນ​ສະ​ໝຸນ​ໄພ​ຕ້ານ​ມະ​ເຮັງນໍາ​ອີກ​


5. ຫວານຫົດ ເປັນ​ພືດ​ທີ່​ມີ​ລົດ​ຮ້ອນ ເຊິ່ງ​ມີ​ວິ​ຕາ​ມິນ​ເອ ບີ12 ແລະ ​ຍັງມີ​ແຄ​ຊຽມ ຊ່ວຍ​ລະບົບ​ການ​ຍ່ອຍ​ອາຫານ ແລະ ​ຈຸກ ສຽດ​ໃນ​ກະເພາະ​ອາຫານ​ນໍາອີກ​



6. ກະ​ເພົາ ໃບ​ສົດ​ມີ​ນ້ຳ​ມັນ​ຫອມ​ລະ​ເຫີຍ ເຊິ່ງ​ປະກອບ​ດ້ວຍ linalool methyl chavicol  ສັບ​ພະຄຸນ ເປັນ​ຢາ​ຂັບ​ລົມ ຊ່ວຍຫ​ລຸດ​ອາການ​ຈຸກ​ສຽດ ຍິ່ງ​ຖ້າ​ນຳ​ໃບ​ສົດ​ມາ​ຄັ້ນ​ໃຫ້ເປັນ​ນ້ຳ​ຊ່ວຍ​ໃນ​ການ​ຂັບ​ຂີ້ກະເທີ ຂັບ​ເຫື່ອ ແຕ່​ຖ້າ​ຫາກ​ມີ​ແຜ ​ຫລື ​ເປັນ​ພະຍາດ​ຜິວ​ໜັງ ນຳ​ນ້ຳ​ກະ​ເພົາ​ທີ່​ຄັ້ນ​ແລ້ວ​ມາ​ທາ​ບໍລິເວນ​ຜິວ​ໜັງ ​ເຊິ່ງ​ຈະ​ຊ່ວຍ​ຂ້າ​ເຊື້ອ​ຈຸລິນຊີ​ໄດ້​ໃນ​ບາງ​ຊະນິດ ນອກ​ຈາກ​ນີ້​ຍັງ​ສາມາດ​ປ້ອງ​ກັນ​ຍຸງ​ໄດ້​ດົນ 2 ຊົ່ວ​ໂມງ



7. ບົວລະພາ ເລືອກ​ໃຊ້​ແຕ່​ໃບ​ຄັ້ນ​ເອົາ​ນ້ຳ​ປະ​ມານ 1 ຖ້ວຍ ມາ​ປະສົມ​ກັບ​ນ້ຳ​ເຜິ້ງ ກິນ​ແກ້​ໄອ ຈະ​ຊ່ວຍ​ຫລຸດ​ອາການ​ຫລອດລົມ​ອັກ​ເສບ ແລະ ​ຍັງ​ສາມາດ​ຊ່ວຍ​ໃນ​ການ​ຂັບ​ເຫື່ອ​ໄດ້​ດີ​ນໍາອີກ



8. ກະ​ເດົາ ມີ​ຄຸນຄ່າ​ທາງ​ອາຫານ​ໄດ້​ແກ່ ໂປ​ຕີນ ຄາ​ໂບ​ໄຮ​ເດ​ດ ​ແຄ​ຊຽມ ຟອດ​ຟໍ​ລັດ ເຫລັກ ເສັ້ນ​ໃຍ ເບ​ຕ້າ​ແຄ​ໂລ​ທີນ ວິ​ຕາ​ມິນ​ເອ ວິ​ຕາ​ມິບີ1 ແລະ 2 ວິ​ຕາ​ມິນ​ຊີ ແລະ ​ໄນ​ອາ​ຊີນ ປະໂຫຍດ​ຂອງ​ກະ​ເດົາ ມີ​ສັບພະຄຸນ​​ບຳ​ລຸງ​ທາດ​ໄຟ ສ້າງ​ພູ​ມ​ຕ້ານ​ທານ​ໃຫ້​ຮ່າງກາຍ ແລະ ​ແກ້​ໄຂ ຊ່ວຍ​ໃຫ້​ຂັບຖ່າຍ​​ລະອຽດ ຂັບ​ຖ່າຍ​ຄ່ອງ ແລະ ​ຊ່ວຍ​ໃຫ້​ນອນ​ຫລັບ​ສະບາຍ ສ່ວນ​ໃຫຍ່​ຈະ​ນິຍົມ​ນຳ​ດອກ ​ແລະ ​ໃບ​ນຳ​ມາ​ກິນ



ນອກ​ຈາກ​ເລື່ອງ​ການ​ປັບ​ສົມ​ດຸນ​ຂອງ​ທາດ​ໃນ​ຮ່າງກາຍ​ແລ້ວ ໃນ ລະດູ​ໜາວ ຍັງມີ​ບັນຫາ​ເລື່ອງ​ຜິວ​ໜັງ​ແຫ້ງ ຖື​ເປັນ​ບັນຫາ​ທີ່​ສ້າງ​ຄວາມ​ລຳ​ຄານ​ແກ່​ທຸກ​ຄົນ​ໄດ້​ຫາກ​ບໍ່​ດູແລຮັກສາ​ເພາະ​ເມື່ອ​ຜິວ​ໜັງ​ແຫ້ງ​ຈະ​ເຮັດໃຫ້​ຮູ້ສຶກ​ຄັນ ລຳ​ຄານ ບາງ​ຄົນ​ຈະ​ຮູ້ສຶກ​ແສບ​ຮ້ອນ​ມັກ​ເກົາ​ບໍລິເວນ​ຜິວ​ໜັງ​ທີ່​ຄັນ​ຈົນ​ເກີດ​ແຜ​ອັກ​ເສບ​ເລືອດ​ອອກ ແລະ ​ມີ​ເຊື້ອ​ພະຍາດ​ເຂົ້າ​ສູ່​ຮ່າງກາຍ​ເກີດ​ອາການ​ອັກ​ເສບ ເຊິ່ງ​ຫາກ​ມີ​ຜິວ​ແຫ້ງ ມີ​ຂໍ້​ແນະ​ນຳ​ໃຫ້​ນຳ​ນ້ຳ​ມັນ​ໝາກ​ກອກ​ບໍລິສຸດ​ທາ​ຈະ​ຊ່ວຍ​ໃຫ້​ຜິວ​ເກີດ​ຄວາມ​ຊຸ່ມ​ຊື່ນ​ໄດ້​ດົນ ຫາກ​ໃຊ້​ນ້ຳ​ມັນ​ໝາກພ້າວ​ ຫລື  ​ນ້ຳ​ມັນ​ງາ ​ຈະ​ຊ່ວຍຫ​ລຸດ​ອາການ​ອັກ​ເສບ​ຂອງ​ຜິວ​ໜັງ ປ້ອງ​ກັນ​ມະ​ເຮັງ​ຜິວ​ໜັງ​ທີ່​ເກີດ​ຈາກ​ແສງ​ແດດ​ໄດ້

ປະໂຫຍດ​ທັງ​ຫລາຍ​ຂອງ​ພືດ ​ແລະ ​ສະ​ໝຸນ​ໄພ​ທີ່​ກ່າວ​ມາ​ທັງ​ໝົດ​ນີ້ ບໍ່​ໄດ້​ມີ​ປະໂຫຍດ​ສະເພາະ ລະດູ​ໜາວ ພຽງ​ເທົ່າ​ນັ້ນ ​ທຸກ​ຄົນ​ສາມາດ​ນຳ​ມາ​ປຸງ​ອາຫານ​ໄດ້​​ທຸກໆ​ລະດູ ແລະ​ ອີກ​ຢ່າງ​ທີ່​ທຸກ​ຄົນ​ຄວນ​ສົນ​ໃຈ​ ແລະ ​ໃສ່​ໃຈ​ທີ່​ຈະ​ເຮັດ​ຮ່ວມ​ໄປ​ດ້ວຍ​ຄື​ການ​ໄດ້​ອອກ​ກຳ​ລັງ​ກາຍ​ເປັນ​ປະຈຳ​ຢ່າ​ງສະ​ມໍ່າ​ສະເໝີ ເພື່ອ​ສຸຂະພາບ​ຈະ​ໄດ້​ແຂງ​ແຮງນໍາ​ອີກ​

ຂໍຂອບໃຈ
Laopost

วันอาทิตย์ที่ 28 มกราคม พ.ศ. 2561

ສຸດຍອດ ຜັກໝາກໄມ້ກິນຫຼາຍໆຊ່ວຍໃຫ້ ປອດ ແຂງແຮງ


ສຸດຍອດ ຜັກໝາກໄມ້ກິນຫຼາຍໆຊ່ວຍໃຫ້ "ປອດ" ແຂງແຮງ

ຜັກແລະໝາກໄມ້ສາມາດກິນໄດ້ທຸກມື້ ເພື່ອຊຳລະລ້າງບຳລຸງປອດຂອງທ່ານໃຫ້ແຂງແຮງ ແລະຟອກປອດໃຫ້ສະອາດຂຶ້ນ


ຫົວຜັກບົ່ວໃຫຍ່ມື້ລະຫັວ 
ຫົວຜັກບົ່ວໃຫຍ່ເປັນຜັກທີ່ມີວິຕານິນຊີສູງ ແລະມີສານເຄີຊີທີນທີ່ຊ່ອຍຕໍ່ຕ້ານອະນຸມູນອິດສະຫຼະໃນຮ່າງກາຍສູງຫຼາຍ ເຊິ່ງຈາກການສຶກສາທາງການແພດພົບວ່າເປັນສານຕໍ່ຕ້ານອະນຸມູນອິດສະຫຼະທີ່ສາມາດລ້າງສານພິດທີ່ມີຢູ່ໃນປອດໄດ້

ຂີງ 
ເຕັມໄປດ້ວຍສັບພະຄຸນທາງຢາ ແຖມຍັງຈັດເປັນຢາອາຍຸວັນນະຊັ້ນດີ ເພາະມີສານຕໍ່ຕ້ານອະນຸມູນອິດສະຫຼະເປັນຈຳນວນຫຼາຍ ແລະ ຂີງຍັງມີສັບພະຄຸນ ເດັ່ນກ່ຽວກັບການບຳລຸງຮັກສາລະບົບທາງເດີນຫາຍໃຈ ການເປີດຫຼອດລົມລະບາຍຂັບຄາຍຮ້ອນ ເວລາຮັບປະທານຈຶ່ງຮູ້ສຶກໂລ່ງ ເພາະມີເມື້ອກທີ່ຊ່ອຍຂັບໄລ່ເບັກທີ່ເຣຍຄ້າຍຄືກັບນ້ຳຢາຂ້າເຊື້ອ ຕ້ານການອັກເສັບຂອງປອດ


ໝາກກ້ຽງໃຫຍ່ 
ມີວິຕາມິນຊີສູງ ກະຕຸ້ນລະບົບພູມຄຸ້ມກັນ ມີວິຕາມີນບີ1 ຊ່ວຍໃນການຍ່ອຍອາຫານເສີມສ້າງການເຮັດວຽກຂອງກ້າມຊີ້ນ ແລະ ຫົວໃຈ ວິຕາມິນບີ2  ປ້ອງກັນໄຂມັນອຸດຕັນໃນເສັ້ນເລືອດ ມີໂພແທັດຊ້ຽມ ທີ່ດີຕໍ່ການເຮັດວຽກຂອງຫົວໃຈ


ໝາກຖົ່ວບຣາຊິນ 
ໝາກຖົ່ວບຣາຊິນຍັງເປັນແຫຼ່ງຂອງຊີລີນຽມທີ່ດີທີ່ສຸດ ເຊິ່ງຊີລີນຽມເປັນແຮ່ທາດຕ້ານອະນຸມູນອິດສະຫຼະ ເຮັດໃຫ້ການຕອບສະໜອງຂອງ ແອນຕີ້ບໍດີ້ໃນລະບົບພູມຄຸ້ມກັນເປັນປົກກະຕິ ຜົນທີ່ໄດ້ຮັບກໍ່ຄື ປ້ອງກັນມະເຮັງ, ພະຍາດຫົວໃຈ, ປ້ອງກັນຫຼອດເລືອດອຸດຕັນ ແລະຫຍຸດການຈະເລີນເຕີບໂຕຂອງເນື້ອງອກ ເພາະການຮັບປະທານໝາກຖົ່ວບຣາຊິນຈຶ່ງເສີມສ້າງເປັນເກາະປ້ອງກັນປອດໃຫ້ແຂງແຮງ ຕໍ່ສູ້ກັນຄ້ວນພິດ


ຂໍຂອບໃຈ  Sanook muan

วันพฤหัสบดีที่ 25 มกราคม พ.ศ. 2561

ໄຂມັນໃນເລືອດແກ້ງ່າຍໆ ດ້ວຍນ້ຳໝາກຂີ້ຫູດ


ໄຂມັນໃນເລືອດແກ້ງ່າຍໆ ດ້ວຍນ້ຳໝາກຂີ້ຫູດເດີ້

ໝາກຂີ້ຫູດເປັນພືດທີ່ມີສັບພະຄຸນທາງຢາ ນອກຈາກຈະມີກິ່ນຫອມຊ່ວຍໄລ່ຍຸງໄດ້ແລ້ວ ໝາກຂີ້ຫູດຍັງສາມາດນຳມາໃຊ້ໃຫ້ເປັນປະໂຫຍດກັບຮ່າງກາຍໄດ້ຫຼາຍຢ່າງ ມີທັງຂັດຜິວ ແລະ ບຳລຸງຜົມ

ນ້ຳໝາກຂີ້ຫູດ
ໝາກຂີ້ຫູດເປັນສະໝຸນໄພທີ່ມີຢູ່ໃນບ້ານ ແລະ ໝາກຂີ້ຫູດຍັງສາມາດນຳມາກິນໄດ້ທັງໃບ ແລະ ໜ່ວຍ ພວກເຮົາຈຶ່ງນຳໝາກຂີ້ຫູດມາເຮັດເປັນນ້ຳດື່ມສະໝຸນໄພ ສານທີ່ສຳຄັນໃນການເສີມສ້າງອະໄວຍະວະສາມາດກຳຈັດສານພິດ ເຊິ່ງສານທີ່ວ່ານີ້ໄດ້ມາຈາກໝາກຂີ້ຫູດ ໂດຍນຳໝາກຂີ້ຫູດມາແປງຮູບມາເປັນເຄື່ອງດືມສະໝຸນໄພທີ່ມີປະໂຫຍດຕໍ່ສຸຂະພາບ

ວິທີເຮັດນ້ຳດື່ມສະໝຸນໄພ
ນຳໝາກຂີ້ຫູດ 4-5 ໜ່ວຍ ມາປອກເປືອກອອກເພື່ອບໍ່ໃຫ້ມີລົດຂົມ ຄັ້ນເອົາແຕ່ນ້ຳໝາກຂີ້ຫູດ
ສ່ວນປະສົມ : ນ້ຳໝາກຂີ້ຫູດ, ເກືອ, ນ້ຳເຜີ້ງ ນ້ຳກ້ອນປັ່ນໃສ່ລົງໃນເຄື່ອງປັ່ນໝາກໄມ້ເຮັດໃຫ້ສ່ວນປະສົມເຂົ້າດ້ວຍກັນ

ສັບພະຄຸນທາງຢາ 
ເປືອກໝາກຂີ້ຫູດແຫ້ງ ແລະ ສົດ ມີສັບພະຄຸນແກ້ລົມໜ້າມຶດ ແກ້ວິນ, ບຳລຸງຫົວໃຈ ຂັບລົມໃນລຳໃສ້ ແລະ ຂັບລະດູ
ໝາກທີ່ມີລົດສົ້ມມີສັບພະຄຸນເປັນຢາຂັບຂີ້ເທີ່, ແກ້ໄອ, ແກ້ນ້ຳລາຍໜຽວ, ຟອກເລືອດ ແລະ ໃຊ້ເປັນຢາສະຫົວເຮັດໃຫ້ຜົມດົກດຳ ບໍ່ມີຂີ້ຫົວ ຮາກຍັງສາມາດແກ້ຜິດຝີພາຍໃນ ແລະ ແກ້ລົມຈຸກສຽບ
     • ນ້ຳໝາກຂີ້ຫູດລົດສົ້ມໃຊ້ດອງຢາ ມີສັບພະຄຸນເປັນຢາຟອກເລືອດສຳລັດຜູ້ຍິງ
     • ໃບສາມາດແກ້ໄອ ແກ້ຮາກເປັນເລືອດ, ແກ້ຊ້ຳໃນ ແລະ ດັບກິ່ນຄາວໄດ້ ໃບ ມີນ້ຳມັນຫອມ

ວິທີ ແລະ ປະລິມານທີ່ໃຊ້
ໃຊ້ເປັນຍາບຳລຸງຫົວໃຈ, ຂັບລົມໃນລຳໄສ້, ແກ້ແໜ້ນ ແລະ ແກ້ຂີ້ເທິ່
ຜ່າເປືອກໝາກຂີ້ຫູດເປັນຕອນນ້ອຍໆ 1 ບ່ວງແກງ ໃສ່ກາລະບູນ 1 ຢິບມື ຄົນເຂົ້າກັນດ້ວຍນ້ຳຮ້ອນແຊ່ປະໄວ້ດື່ມແຕ່ນ້ຳມື້ໜຶ່ງ 1 ຫາ 2 ເທື່ອ ແຕ່ຖ້າຍັງບໍ່ໄຄ ຈະດື່ມຕິດຕໍ່ກັນ 2-3 ເທື່ອກະໄດ້ ໃຊ້ສະຜົມເພື່ອໃຫ້ຜົມສະອາດ ແລະ ຊຸ່ມຊື້ນ ເປັນເງົາງາມດົກດຳ ແລະ ຜົມຍັງໝື່ນອີກ ໂດຍຜ່າໝາກຂີ້ຫູດເປັນ 2 ຊິ້ນ ຫຼື ນຳໝາກຂີ້ຫູດມາເຜົາໄຟ ແລ້ວນຳມາຜ່າ ໃຊ້ສະຜົມ


ຂໍຂອບໃຈ
Sanook Muan



วันพุธที่ 24 มกราคม พ.ศ. 2561

ຟີມ້າອອຍ (prema oil) ນ້ຳມັນສະກັດເຍັນ 4 ຊະນິດ ສັບພະຄຸນຫຼວງຫຼລາຍ

ຟີມ້າອອຍ ນ້ຳມັນສະກັດເຍັນ 4 ຊະນິດ ສັບພະຄຸນຫຼວງຫຼລາຍ ຊ່ວຍໃຫ້ສຸຂະພາບດີເດີ້...ຈຣາາາ

ຟີມ້າອອຍ (Prema oil) ທີ່ສຸດຂອງຄຳວ່າດີແລະມີຄຸນນະພາບ ບໍ່ແນ່ຈິງເຮົາບໍ່ກ້າເວົ້າ ຟີມ້າອອຍ ຂອງເຮົາເນັ້ນຄຸນນະພາບ ກ່ອງດຽວເຫັນຜົນແນ່ນອນເຈົ້າ ຜະລິດພັນອາຫານເສີມ ຄຸນນະພາບເກດພຣີມ້ຽມ ຍ້ອນ 1 ໃນ ເຄັບຊູນ ຂອງເຮົາປະກອບດ້ວຍນ້ຳມັນສະກັດເຍັນ 4 ຊະນິດ


ນ້ຳມັນສະກັດເຍັນ 4 ຊະນິດ ມີຫຍັງແດ່ມາເບິ່ງກັນເລີຍ...ຈຣາາາ
    ນ້ຳມັນໝາກພັາວ : ນຳເຂົ້າຈາກເຢຍລະມັນ 🇩🇪
    ນ້ຳມັນຫົວຜັກທຽມ : ນຳເຂົ້າຈາກຍີ່ປຸ່ນ 🇯🇵
    ນ້ຳມັນງາຂີ້ມ່ອນ : ນຳເຂົ້າຈາກຍີ່ປຸ່ນ  🇯🇵
    ນ້ຳມັນດັງເຂົ້າ : ນຳເຂົ້າຈາກຍີ່ປຸ່ນ 🇯🇵

ປະໂຫຍດຫຼວງຫຼາຍຂອງ " ພີມ້າອອຍ "

1. ນ້ຳມັນງາຂີ້ມ່ອນ
ຄຸນນະສົມບັດຫຼູດໄຂມັນໃນເສັ້ນເລືອດແລະຍັງຊ່ວຍເພີ່ມລະດັບພູມຄຸ້ມກັນໄດ້ດີ ຫຼູດຄວາມສ່ຽງພະຍາດກະດູກພຸນ ຊ່ວຍຊະລໍການເສື່ອມຂອງອະໄວຍະວະຕ່າງໆ ພາຍໃນຮ່າງກາຍ


2. ນ້ຳມັນໝາກພ້າວ
ຊ່ວຍຫຼູດຄວາມສ່ຽງເປັນພະຍາດກຸ່ມເສື່ອມ ເຊັ່ນ ພະຍາດເບົາຫວານ ຄວາມດັນເລືອດສູງ ພະຍາດຫົວໃຈ ພະຍາດຕັບ ແລະ ພະຍາດໄຕ ເປັນສານຕ້ານອະນຸມູນອິດສະຫຼະ ຊ່ວຍຫຼູດຄວາມສ່ຽງເປັນພະຍາດມະເຮັງ ປົວອາການເຈັບປ່ວຍ ມີລິດຂ້າແບກທີເລຍ


3. ນ້ຳມັນຫົວຜັກທຽມ
ປ້ອງກັນພະຍາດຫຼອດເລືອດຫົວໃຈອຸດຕັນ ຫຼູດປະລິມານຄໍເລດເຕີລໍ້ (Cholesterol) ໃນກະແສເລືອດ ຫຼູດຄວາມດັນໂລຫິດສູງ ສາມາດຍັບຍັ້ງການເກີດສານກໍ່ມະເຮັງ ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດ ປ້ອງກັນການເກີດເຊວມະເຮັງ


4.ນ້ຳມັນດັງເຂົ້າ
ຫຼູດລະດັບຄໍເລດເຕີລໍ້ (Cholesterol) ອາການຕີບຕັນຂອງຫຼອດເລືອດ ເພີ່ມການໄຫຼວຽນຂອງໂລຫິດ ເປັນສານຕ້ານອະນຸມູນອຶດສະຫຼະປ້ອງກັນການເກີດມະເຮັງ ຫຼູດການຜິດປົກກະຕິຂອງພາວະໄວທອງ ຊ່ວຍຫຼູດອາການຄຽດ ເຈັບຫົວ ປ້ອງກັນອັນໄຊເມີ ຫຼູດການແກ່ກ່ອນໄວ



ດ້ວຍນະວັດກໍາຂອງ ລິເຄັບ ເຄັບຊູນ (Licaps Capsule) ເຄັບຊູນຄຸນນະພາບດີ...ເດີ້ ຈຣາາາ
    • ວັດຖຸດິບເກດ A ຈາກເຢຍລະມັນ  🇩🇪 ຝະຮັ່ງເສດ  🇫🇷 ຍີ່ປຸ່ນ  🇯🇵
    • ຜະລິດພາຍໃຕ້ສະພາວະແວດລ້ອມໄນໂຕເຈນ ຈຶ່ງຄົງຄຸນນະພາບໄດ້ດີທີີສຸດ
    • ບັນຈຸໃນໂຮງງານອັນດັບ 1 ຈາກປະເທດຍີ່ປຸ່ນ 🇯🇵
    • ບໍ່ເຮັດຮ້າຍ ຫມົດກັງວົນກິ່ນຫົວຜັກທຽມ
    • ບໍ່ຕິດຫນືດແມ່ນວ່າຊິປິດຂວດເປີດຂວດຫຼາຍເທືອ



ນະຄອນຫລວງວຽງຈັນ 
ສາມາດຊື້ຜະລິດຕະພັນ "ຟີມ້າອອຍ" ຂອງພວກເຮົາ ໄດ້ແລ້ວທີ່ " ສາຂາສູນການຄ້າ ໄອເຕົກ "
ລູກຄ້າສາມາດໄປເລືອກຊື້ຜະລິດຕະພັນໄດ້ ທີ່ຊ໋ອບ  king Natural ຊັ້ນ1 ເດີ້...ຈຣາາາ

☎️ໂທ : +856 (0)30-523-8496


ລູກຄ້າສາມາດໄປເລືອກຊື້ໄດ້ ທີ່ຊ໋ອບ  king Natural ຊັ້ນ1 ເດີ້...ຈຣາາາ





วันอังคารที่ 23 มกราคม พ.ศ. 2561

ນອນຫຼັບງ່າຍໆ ພຽງແຕ່ປັບປ່ຽນພຶດຕິກຳການກິນ 9 ຂໍ້

ນອນຫຼັບງ່າຍໆ ພຽງແຕ່ປັບປ່ຽນພຶດຕິກຳການກິນ 9 ຂໍ້...ນີ້ເດີ້  ຈຣາາາ

ເຖິງວ່າຄົນສ່ວນໃຫຍ່ຈະຮູ້ກັນດີວ່າ ຄວນນອນຫຼັບໃຫ້ເຕັມອິ່ມປະມານ 7-8 ຊັ່ວໂມງ ເພື່ອໃຫ້ຮ່າງກາຍໄດ້ພັກຜ່ອນ ແລະ ສ້ອມແຊມເຊວຕ່າງໆ ທີ່ເສື່ອມໂຊມ ຮວມເຖິງປັບສົມດຸນຮໍໂມນຕ່າງໆ ຂອງຮ່າງກາຍ ແຕ່ໃນຄວາມເປັນຈິງ ນອກຈາກຈະນອນໄດ້ບໍ່ເຕັມອິ່ມແລ້ວ ຫຼາຍຄົນຍັງປະສົບບັນຫາເລື່ອງການນອນຫຼັບອີກດ້ວຍ

ແນວໃດກໍຕາມ ການນອນຫຼັບໃຫ້ສະໜິດບໍ່ແມນເລື່ອງຍາກຈົນເກີນໄປ ຫາກເລືອກກິນອາຫານໃຫ້ຖືກປະເພດ ໂດຍດອກເຕີ ມາຣິລີນ ເກຼນວິນ ນັກໂພດຊະນາການ ແລະ ຜູ້ຂຽນໜັງສືກ່ຽວກັບການແກ້ບັນຫາສະໝອງເສື່ອມ ແລະ ອັນໄຊເມີໂດຍວິທີທຳມະຊາດ "Natural Solutions for Dementia and Alzheimer" ເຜີຍວ່າ ການບໍລິໂພກອາຫານສົ່ງຜົນຫຼາຍຕໍ່ການຊ່ອຍໃຫ້ນອນຫຼັບໄດ້ງ່າຍຂຶ້ນ ດັ່ງນັ້ນ ຫາກປັບປ່ຽນການບໍລິໂພກໃຫ້ຖືກຕ້ອງ ກໍຈະຊ່ອຍໃຫ້ນອນຫຼັບໄດ້ງ່າຍຂຶ້ນ

1.ຄວບຄຸມການບໍລິໂພກຄາເຟອີນ
ຄວນຫຼີກເວັ້ນອາຫານ ແລະ ເຄື່ອງດື່ມທີ່ມີຄາເຟອີນກ່ອນເຂົ້ານອນ ທັງຊາ, ກາເຟ, ນ້ຳອັດລົມ ແລະ ຊ້ອກໂກແລດ ເພາະຈະເຮັດໃຫ້ຮ່າງກາຍຕື່ນຕົວຈົນຫຼັບໄດ້ຍາກ

2.ກິນໃນໜາກອຶ
ໃນໜາກອຶອຸດົມໄປດ້ວຍແມັກນີຊຽມ ເຊິ່ງຈະຊ່ອຍໃຫ້ກ້າມຊີ້ນຜ່ອນຄາຍ ແລະ ຊ່ອຍບັນເທົາອາການເຈັບປວດຕ່າງໆໄດ້ ນອກຈາກນີ້ ຍັງເຊື່ອກັນວ່າແມັກນີຊຽມມີບົດບາດຕໍ່ການເຮັດວຽກງານຂອງຕ່ອມເໜືອສະໝອງ (Pineal gland) ເຊິ່ງເຮັດໜ້າທີ່ຜະລິດຮໍໂມນ "ເມລາໂທນິນ" ທີ່ຊ່ອຍໃນການນອນຫຼັບອີກດ້ວຍ

3.ດື່ມນ້ຳໝາກພ້າວ
ນ້ຳໝາກພ້າວຊ່ອຍບັນເທົາອາການເຈັບປວດຕ່າງໆ ເຊັ່ນ ຕະຄິວ ທີ່ມັກເກີດຂຶ້ນຕອນນອນ ເພາະເປັນແຫຼ່ງຮວມແຮ່ທາດຕ່າງໆ ເຊັ່ນ ໂປແຕັດຊຽມ, ແຄນຊຽມ, ແມັກນີຊຽມ, ຟອສຟໍຣັດ, ແລະ ໂຊດຽມ

4.ກິນອາຫານທີ່ມີເຊໂຣໂທນິນ
ອາຫານບາງປະເພດມີກົດອະມິໂນທີ່ຮຽກວ່າ ທຣິບໂຕແຟນ ເຊິ່ງເຮັດວຽກຄ້າຍກັບຮໍໂມນແຫ່ງຄວາມສຸກ "ເຊໂຣໂທນິນ" ທີ່ຊ່ອຍຄວບຄຸມເຮື່ອງອາລົມ ຫາກຮ່າງກາຍມີລະດັບເຊໂຣໂທນິນທີ່ສົມດຸນ ກໍຈະຊ່ອຍໃຫ້ນອນຫຼັບໄດ້ສະບາຍຫຼາຍຂຶ້ນ

5.ກິນອາຫານທີ່ມີໂປຣຕີນ
ໂປຣຕີນຊ່ອຍຮັກສາລະດັບນ້ຳຕານໃນເລືອດ ທີ່ມັກຈະເພີ່ມສູງຂຶ້ນເວລາທີ່ເຮົາກິນແປ້ງ ແລະນ້ຳຕານເຂົ້າໄປ ເຊິ່ງຫາກລະດັບນ້ຳຕານໃນເລືອດສູງເກີນໄປຈະເຮັດໃຫ້ນອນຫຼັບຍາກຂຶ້ນ ຈຶ່ງຄວນບໍລິໂພກໂປຣຕີນໃຫ້ສົມດຸນກັບທາດແປ້ງ ແລະ ນ້ຳຕານ ເພື່ອຮັກສາລະດັບນ້ຳຕານໃນເລືອດໃຫ້ສົມດຸນ

6.ກິນເຊີຣີ
ຖ້າຢາກກິນຂອງຫວານຫຼັງອາຫານແລງ ຄວນຈະເລືອກເຊີຣີ ເພາະເປັນໝາກໄມ້ທີ່ມີລະດັບຂອງເມລາໂທນິນ ເຊິ່ງຊ່ອຍໃຫ້ຮູ້ສຶກຢາກນອນ ແລະ ນອນຫຼັບງ່າຍຂຶ້ນອີກດ້ວຍ

7.ຢ່າດື່ມເຄື່ອງດື່ມທີ່ມີທາດເຫຼົ້າກ່ອນນອນ
ການດື່ມເຄື່ອງດື່ມທີ່ມີທາດເຫຼົ້າກ່ອນນອນ ເຖິງວ່າອາດເຮັດໃຫ້ຮູ້ສຶກງ່ວງນອນໄດ້ ແຕ່ທາດເຫຼົ້າຈະເປັນຕົວຂັດຂວາງການປ່ອຍຮໍໂມນທຣິບໂຕແຟນຈາກສະໝອງ ຈຶ່ງເຮັດໃຫ້ຮູ້ສຶກຄືວ່າຮ່າງກາຍບໍ່ໄດ້ພັກຜ່ອນຕະຫຼອດທັງຄືນ

8.ກິນນ້ອຍໆ ແຕ່ຫຼາຍຄາບ
ການກິນອາຫານໃນປະລິມານນ້ອຍໆ ແຕ່ໃຫ້ເລື້ອຍຂຶ້ນ ນອກຈາກຈະດີຕໍ່ການຄວບຄຸມນ້ຳຫນັກຕົວແລ້ວ ກໍຍັງຊ່ອຍຖືຮັກສາລະດັບນ້ຳຕານໃນເລືອດໃຫ້ຄົງທີ່ອີກດ້ວຍ ເພາະຫາກລະດັບນ້ຳຕານໃນເລືອດບໍ່ຄົງທີ່ກໍຈະສົ່ງຜົນໃຫ້ຫຼັບຍາກຂຶ້ນ

9.ກິນຂອງວ່າງໜ້ອຍໜຶ່ງກ່ອນນອນ
ຫາກຕ້ອງຕື່ນຫຼາຍກາງເດິກ ເພາະນອນບໍ່ຫຼັບ ອາດເປັນເພາະລະດັບນ້ຳຕານໃນເລືອດຫຼູດຕ່ຳກວ່າປົກກະຕິ ເຊິ່ງການກິນຂອງວ່າງໜ້ອຍໜຶ່ງກ່ອນນອນ ຈະຊ່ອຍຮັກສາລະດັບນ້ຳຕານໃນເລືອດໄດ້ ໂດຍໃຫ້ເລືອກກິນຂອງວ່າງທີ່ມີແປ້ງ ແລະ ນ້ຳຕານ ຈຳພວກທັນຍາພືດໜ້ອຍໜຶ່ງກ່ອນນອນ ເພື່ອຊ່ອຍເພີ່ມລະດັບນ້ຳຕານໃນເລືອດ


ຂໍຂອບໃຈ
Sanook Muan

วันจันทร์ที่ 22 มกราคม พ.ศ. 2561

ພຶດຕິກຳສ່ຽງເປັນພະຍາດ ເບົາຫວານ-ຄວາມດັນ-ໄຕວາຍ ພ້ອມກັນ

ພຶດຕິກຳສ່ຽງເປັນພະຍາດ ເບົາຫວານ-ຄວາມດັນ-ໄຕວາຍ ພ້ອມກັນເລີຍ...ຈຣາາາ

3 ພະຍາດມາແຮງຂອງຄົນໃນເມືອງ ໂດຍສະເພາະໄວອາຍຸເຮັດວຽກທີ່ຫຼາຍຄົນໜ້າຈະຮູ້ຈັກກັນດີແມ່ນ ພະຍາດເບົາຫວານ ຄວາມດັນເລືອດສູງ ແລະ ພະຍາດໄຕວາຍ ເຊິ່ງທັງ 3 ນີ້ເຖິງວ່າຈະມີປັດໄຈມາຈາກກຳມະພັນສ່ວນໜຶ່ງ ແຕ່ແທ້ໆແລ້ວສາເຫດຫຼັກໆ ທີ່ເຮັດໃຫ້ຮ່າງກາຍເປັນພະຍາດເຫຼົ່ານີ້ໃນສະໄໝນີ້ມັກມາຈາກພຶຕິກຳໃນການກິນ ແລະ ການໃຊ້ຊີວິດທີ່ທຳລາຍໂຕເອງຢູ່ຕະຫຼອດເວລາເປັນປະຈຳມື້ລະນ້ອຍ ຢ່າງບໍທັນຮູ້ສຶກໂຕ

ຮ້າຍແຮງໄປກວ່ານັ້ນ ແທນທີ່ຄົນໆໜຶ່ງຈະເປັນພຽງພະຍາດດຽວ ແຕ່ດຽວນີ້ມີແນວໂນ້ມວ່າຜູ້ປ່ວຍ 1 ຄົນ ຈະມີພະຍາດປະຈຳໂຕຫຼາຍກວ່າ 1 ພະຍາດ ໂດຍສະເພາະ 3 ພະຍາດ ທີ່ກ່າວໄປຂ້າງເທິງທີ່ມັກຈະມາພ້ອມກັນ ຫຼື ຄ່ອຍໆເພີ່ມເຂົ້າມາເທື່ອລະພະຍາດ ຖ້າເຮົາບໍເບິ່ງແຍງໂຕເອງໃຫ້ດີຂຶ້ນຍັງໃຊ້ຊີວິດຢູ່ແບບເດີມ ຫຼື ບໍເຂົ້າຮັບການຮັກສາກັບແພດຢ່າງຖຶກວິທີີ

ພຶດຕິກຳສ່ຽງພະຍາດເບົາຫວານ ຄວາມດັນເລືອດສູງ ແລະ ພະຍາດໄຕ

      • ກິນອາຫານລົດຊາດເຄັມຫຼາຍ, ຫວານຫຼາຍ, ສົມຫຼາຍ ແລະ ເຜັດຫຼາຍ
      • ຄວາມເຄັ່ງຕຶງສະສົມໃຊ້ຊີວິດຟ້າວຟັ່ງຕະຫຼອດ
      • ກິນອາຫານທີ່ມີຄຸນຄ່າທາງໂຄສະນາການຕ່ຳ ເຊັ່ນ ອາຫານກະປ໋ອງ ແລະ ອາຫານສຳເລັດ
        ຮູບອື່ນໆ ເປັນຕ້ນ
      • ພັກຜ່ອນບໍ່ພຽງພໍ

ຊີວິດດີເລີ່ມຕົ້ນຈາກການປັບປ່ຽນພຶດຕິກຳການກິນ

ຖິ້ມຄວາມຢາກ ຄວາມແຊບທີ່ຕາມໃຈປາກອອກໄປແລ້ວມາກິນອາຫານຕາມນີ້ເບິ່ງ ຮັບຮອງວ່າທ່ານຈະສັງເກດເຫັນການປ່ຽນແປງໃນຮ່າງກາຍຂອງທ່ານໄດ້ຢ່າງໄວແນ່ນອນ

1. ໃນໜຶ່ງມື້ໃຫ້ໄດ້ເຄິ່ງໜຶ່ງເປັນຜັກ ຫຼື ຫມາກໄມ້ສົດ ອີກເຄິ່ງໜຶ່ງເປັນໂປຕີນ ໄຂມັນຕ່ຳແຕ່ຫຼູດທາດແປ້ງ ເຊັ່ນ ຕຳສົ້ມ (ລົດຊາດບໍ່ແຮງ) ກິນກັບໄຂ່ ແລະ ຕົ້ມຈືດໝາກຣະ

2. ໂປຣຕີນທີ່ກິນມາຈາກກຳມະວິທີຕົ້ມ ແລະ ໜຶ້ງ ບໍ່ໃຊ້ວິທີຜັດ ຫຼື ທອດ ເຊັ່ນ ໄກ່ໜຶ່ງ ແລະ ປາໜຶ່ງ ເປັນຕົ້ນ

3. ຖ້າຢາກກິນອາຫານປະເພດ ຂົ້ວ ແບບໄວໆສາມາດໃຊ້ນ້ຳມັນໝາກກອກ (ທີ່ບໍ່ແມນແບບ Extra Virgin ທີ່ທົນຄວາມຮ້ອນບໍ່ໄດ້) ຫຼື ອາດຈະຜັດກັບນ້ຳເພື່ອເຮັດໃຫ້ສຸກໂດຍບໍ່ຕ້ອງໃຊ້ນ້ຳມັນ

4. ຢ່າເຜີກິນໂປຕີນຫຼາຍເກີນໄປ (ຈົນຫຼາຍກວ່າຜັກ, ໝາກໄມ້ ຫຼື ກິນແຕ່ໂປຕີນຢ່າງດຽວ) ເພາະເປັນການເພີ່ມຄວາມສ່ຽງໃຫ້ໝາກໄຂ່ຫຼັງເສື່ອມລົງໄດ້ເຊັ່ນກັນ ມື້ຫນຶ່ງໆ ສຳລັບໄວໜຸ່ມໃຊ້ພະລັງງານຫຼາຍ ຄວນກິນໂປຣຕີນບໍ່ເກີນ 500 ກຼາມ ຫຼື ເຄິ່ງກິໂລກຼາມ ທັງໝົດລວມເຖິງຊີ້ນສົດ, ໄຂ່, ຖົ່ວ, ເຫັດ ແລະອື່ນໆ ທີ່ມີໂປຣຕີນເປັນສ່ວນປະກອບສຳຄັນຖ້າມື້ໃດໃຊ້ພະລັງງານນ້ອຍ ຫຼື ເປັນຜູ້ສູງອາຍຸຸຄວນເລືອກການກິນໂປຣຕີນນ້ອຍລົງໄປອີກເພາະໃຫ້ໄປເນັ້ນທີ່ຜັກ ແລະໝາກໄມ້ແທນຈະດີກວ່າ

5. ຫລູດແປ້ງ ແລະນ້ຳຕານທີ່ມາຈາກອາຫານຄາວ ແລະອາຫານຫວານ

6. ເລືອກກິນຜັກ ແລະໝາກໄມ້ຢ່າງຫຼາກຫຼາຍປ່ຽນໄປເລື້ອຍໆ ບໍ່ຄວນກິນຜັກໝາກໄມ້ແບບເກົ່າຊ້ຳໆ ເພື່ອໃຫ້ໄດ້ຄຸນຄ່າທາງສານອາຫານທີ່ຫຼາກຫຼາຍຍິ່ງຂຶ້ນ

7. ຍັງມີຄວາມຈຳເປັນທີ່ຈະຕ້ອງກິນອາຫານໃຫ້ຄົບ 5 ໝູ່ຢູ່ ແຕ່ຫຼູດ ຫຼື ຈຳກັດອາຫານປະເພດແປ້ງ, ນ້ຳຕານ, ໄຂມັນ(ບໍ່ດີ) ເທົ່ານັ້ນ (ໃນກໍລະນີທີ່ຍັງບໍ່ເປັນພະຍາດຫຍັງ)






วันเสาร์ที่ 20 มกราคม พ.ศ. 2561

5 ອາຫານບຳລຸງສະໝອງ ກິນຫຼາຍໆເສີມສ້າງຄວາມຈຳ

5 ອາຫານບຳລຸງສະໝອງ ເພີ່ມປະສິດທິພາບເສີມສ້າງຄວາມຈຳ



1.ໄຂ່
ໃນທຸກຄົວເຮືອນຄວນມີໄຂ່ຕິດໄວ້ສະເໝີ ເນື່ອງຈາກຫາຊື້ອໄດ້ງ່າຍ ແລະ ສາມາດເຮັດອາຫານໄດ້ຫຼາກຫຼາຍເມນູ ຖ້າບໍ່ຮູ້ຈະກິນຫຍັງ ໄຂ່ ມັກຈະເປັນສິ່ງທຳອິດທີ່ຄິດເຖິງສະເໝີ ຄິດຍ່າງນີ້ໄດ້ກໍດີແລ້ວເດີ້ ເພາະໃນໄຂ່ມີສານຕົວໜຶ່ງ ຊື່ອວ່າ  "ໂຄລິນ" ເຊິ່ງຊ່ອຍໃນການພັດທະນາລະບົບການເຮັດວຽກງານຂອງສະໝອງ ດັ່ງນັ້ນ ຢ່າລືມກິນໄຂ່ກັນແດ່ເດີ້ ມື້ລະ 2 ໜ່ວຍກຳລັງດີເລີຍ ແຕ່ໃຜທີ່ມີບັນຫາເລື່ອງ ຄໍເລດເຕີຣອນ ອາດຈະຕ້ອງຫຼູດໄຂ່ແດງແດ່ເດີ້


2.ປາ
"ກິນປາຫຼາຍໆ ຈະໄດ້ສະຫຼາດ" ຄຳນີ້ທີ່ເຮົາໄດ້ຍິນກັນມາຕັ້ງແຕ່ນ້ອຍ ບອກເລີຍວ່າ ມັນຄືເລື່ອງຈິງ ເຮົາຄວນກິນປາທະເລນ້ຳເລິກ ເຊັ່ນ ປາແຊມອນ, ປາທູນ້າ, ປາທູ, ຢ່າງໜ້ອຍອາທິດລະ 2-3 ເທື່ອ ເພາະໃນປາທະເລນ້ຳເລິກມີກົດໄຂມັນ ແລະ ໂອເມກ້າ 3 ເຊິ່ງຊ່ອຍບຳລຸງເຊວສະໝອງ ແລະ ເສີມສ້າງເປືອກເຊວປະສາດໃນສະໝອງຂອງເຮົາໃຫ້ແຂງແຮງ ປາມີຫຼາກຫຼາຍຊະນິດ ຢ່າກິນແຕ່ຊະນິດດຽວເດີ້ ຈະໄດ້ປ້ອງກັນສານພິດທີ່ອາດຢູ່ໃນເນື້ອປາໄດ້


3.ຖົ່ວ
ຖົ່ວ ອາຫານວ່າງສຸດມັກຂອງຫຼາຍຄົນ ເຊັ່ນ ອັນມອນ, ຮາເຊວນັດ ຫຼື ຈະເປັນຖົ່ວດິນທີ່ເຮົາຄຸ້ນເຄີຍກັນດີ ໃຜທີ່ບໍ່ມັກກິນລອງຫັນມາກິນເບິ່ງເດີ້ ເພາະໃນຖົ່ວມີໄຂມັນດີ ໂປຕີນຫຼາຍ ໄຟເບີສູງ ແຖມຍັງມີວິຕາມິນອີເຊິ່ງຊ່ອຍໃນເລື່ອງຂະບວນການຄິດ, ຄວາມຈຳ ແລະ ວິຕາມິນບີ 1 ທີ່ຊ່ອຍບຳລຸງສະໝອງ ເຮັດໃຫ້ສະໝອງຂອງເຮົາແຂງແຮງ ຮູ້ແບບນີ້ ບໍ່ລອງບໍ່ໄດ້ແລ້ວເດີ້


4.ໝາກໄມ້ຕະກູນເບີຣີ
ການກິນໝາກໄມ້ຕະກູນເບີຣີ ບໍ່ວ່າຈະເປັນ ສະຕໍເບີຣີ, ບລູເບີຣີ ແລະ ເຊີຣີ ນອກຈາກຈະເຮັດໃຫ້ເຮົາສົດຊື່ນແລ້ວ ຍັງຊ່ອຍເສີມສ້າງສຸຂະພາບສະໝອງຂອງເຮົາໃຫ້ມີລະດັບໄອຄິວ ແລະ ຂະບວນການຄິດດີຂຶ້ນພ້ອມທັງຊ່ອຍໃຫ້ລະບົບໝູນວຽນເລືອດໄປລ້ຽງສະໝອງໄດ້ດີ ແລະ ປັບຄວາມດັນເລືອດໃຫ້ສົມດຸນ ເອົາມາກິນເປັນອາຫານວ່າງລະຫວ່າງມື້ກໍດີເດີ້


5.ຊ້ອກໂກແລດ
ພຽງເວົ້າຊື່ກໍຢາກກິນແລ້ວເດ້ ໃຜຈະຮູ້ວ່າໃນຊ້ອກໂກແລດທີ່ເຮົາກິນກັນຢູ່ເລື້ອຍໆ ນອກຈາກເລື່ອງຄວາມແຊບແລ້ວ ຍັງມີສານຕ້ານອະນຸມູນອິດສະຫຼະ ເຮັດໃຫ້ລະບົບໝູນວຽນເລືອດດີຂຶ້ນ ແຖມຍັງຊ່ອຍເພີ່ມປະສິດທິພາບຂອງສະໝອງໃຫ້ເຮັດວຽກດີຂຶ້ນອີກ ຮູ້ແລ້ວຢາກອອກໄປຊື້ເລີຍ ແຕ່ກໍຢ່າກິນຫຼາຍເກີນໄປ ກິນສ່ຳພໍດີ ເພາະມີແຄລໍຣີສູງຄືກັນເດີ້ ດ່ຽວຈະຕຸ້ຍໄດ້ ຖ້າເອົາໃຫ້ດີເລືອກຊ້ອກໂກແລດທີ່ມີປະລິມານນ້ຳຕານຕໍ່ກຳຈະດີຍິ່ງຂຶ້ນ


ອາຫານເຫຼົ່ານີ້ຫາໄດ້ບໍ່ຍາກເລີຍ ສະໝອງຂອງເຮົາຖ້າເຮົາບໍ່ເບິ່ງແຍງກໍບໍ່ມີໃຜຊ່ອຍໄດ້ ສຳລັບຄົນທີ່ມັກຄຶດຫຼາຍ ສະໝອງກໍຍິ່ງເຮັດວຽກໜັກຂຶ້ນໄປອີກ ດັ່ງນັ້ນ ເພື່ອສະໝອງທີ່ດີ ແລະ ເຮັດວຽກໄດ້ຢ່າງເຕັມປະສິດທິພາບ ຫັນມາກິນອາຫານບຳລຸງສະໝອງ ແລະເບິ່ງໂລກໃນແງ່ດີກັນດີກວ່າ


ຂໍຂອບໃຈ
Muan Sanook