วันพฤหัสบดีที่ 18 มกราคม พ.ศ. 2561

5 ຜັກພື້ນບ້ານຕ້ານມະເຮັງ ຖືກແລະດີມີໃນໂລກ

5 ຜັກພື້ນບ້ານຕ້ານມະເຮັງ ຖືກແລະດີມີໃນໂລກ

ຜັກແລະໝາກໄມ້ບ້ານເຮົານີ້ແຫຼະທີ່ວິເສດທີ່ສຸດ ທັ້ງລາຄາບໍ່ແພງ ລົດຊາດດີ ສົດ ແລະແຊບ ແລ້ວຍັງມີສັບພະຄຸນດີໆ ຫຼາຍຂໍ້ທີ່ຊາວຕ່າງຊາດຍັງຕ້ອງອິດສາ ໂດຍສະເພາະຢ່າງຍິ່ງສັບພະຄຸນທີ່ຊ່ອຍ "ຕ້ານມະເຮັງ" ຈະມີຜັກຊະນິດໃດທີ່ເຮົາບໍ່ຄວນເບິ່ງຂ້າມກັນ ມາຈົດຊື່ເອົາໄວ້ເລີຍ


1.ຜັກສະເດົາ
"ຫວານເປັນລົມ ຂົມເປັນຢາ" ຄົງຈະໃຊ້ໄດ້ດີກັບຜັກສະເດົາ ທີ່ມີລົດຊາດຄ່ອນໄປທາງຂົມຫຼາຍກວ່າຫວານຢ່າງເຫັນໄດ້ແຈ້ງ ຜັກສະເດົາມີປະໂຫຍດໃນຫຼາຍໆດ້ານ ບໍ່ວ່າຈະເປັນດ້ານບຳລຸງຮ່າງກາຍ ຂັບຂີ້ກະເທີ່ ຫຼູດໄຂ້ ແກ້ການຂັບຖ່າຍຍາກ ໄລ່ລົມ ແລະຊ່ອຍຫຼູດຄວາມສ່ຽງໃນການເກີດເນື້ອງອກ ແລະມະເຮັງໄດ້ອີກດ້ວຍ

2.ຜັກຂີ້ເຫຼັກ
ຜັກພື້ນບ້ານທີ່ເຮົາກິນຢູ່ໃນແກງຂີ້ເຫຼັກນີ້ແຫຼະ ດອກຂີ້ເຫຼັກຊ່ອຍຢຸດການຈະເລີນເຕີບໂຕຂອງເຊວມະເຮັງ ໃນສ່ວນຂອງແກ່ນຂີ້ເຫຼັກຍັງຊ່ອຍຮັກສາພະຍາດມະເຮັງຕ່າງໆ ເຊັ່ນ ມະເຮັງປອດ ມະເຮັງກະເພາະອາຫານ ແລະມະເຮັງລຳໄສ້ໄດ້ອີກດ້ວຍ

3.ຜັກຊີ
ຫຼາຍຄົນມັກເຂ່ຍຜັກຊີຖິ້ມ ແຕ່ສຳລັບຜັກຊີມີສັບພະຄຸນທີ່ດີຕໍ່ຮ່າງກາຍຫຼວງຫຼາຍ ທັງແກ້ການຂັບຖ່າຍຍາກ ຂັບລົມ ແກ້ອາການວິນຫົວ ເສີມພູມຕ້ານທານພະຍາດ ແລະຍັງມີລິດຕໍ່ຕ້ານອະນຸມູນອິດສະຫຼະ ຊ່ອຍຢຸດການຂະຫຍາຍໂຕຂອງເຊວມະເຮັງອີກດ້ວຍ

4.ຜັກຕິ້ວ
ຜັກຕິ້ວເປັນຜັກພື້ນບ້ານທີ່ສາມາດຫາມາກິນກັນໄດ້ງ່າຍໆ ແທ້ໆ ຜັກຕິ້ວມີສານຕ້ານອະນຸມູນອິດສະຫຼະ ມີລິດຕ້ານມະເຮັງຕັບ ດັ່ງນັ້ນ ຫາກເກັບຜັກຕິ້ວມາໃສ່ແກງເຫັດກັນແທ້ໆ ກໍ່ຢ່າລືມກິນໃຫ້ໝົດເດີ້

5.ຜັກຂະແຍງ
ຜັກຂະແຍງ ເປັນອີກໜຶ່ງຜັກພື້ນບ້ານທີ່ພບຫຼາຍ ມີສານຕ້ານອະນຸມູນອິດສະຫຼະສູງ ຈຶ່ງມີລິດຕໍ່ຕ້ານເຊວມະເຮັງໄດ້ເຊັ່ນກັນ




ไม่มีความคิดเห็น:

แสดงความคิดเห็น