วันศุกร์ที่ 12 มกราคม พ.ศ. 2561

ຜັກຫມາກໄມ້ 5 ຊະ​ນິດ ​ກິນຫຼາຍໆເຮັດ​​ໃຫ້ນານ​ເຖົ້າ


ຜັກຫມາກໄມ້  5 ຊະ​ນິດ ​ກິນຫຼາຍໆເຮັດ​​ໃຫ້ນານ​ເຖົ້າ


1. ເຊີຣີ 
ໝາກສີແດງໆ ລົດສົ້ມອົມຫວານຊະນິດນີ້ ອຸດົມໄປດ້ວຍວິຕາມິນຊີຫຼາຍກວ່າໝາກກ້ຽງເຖິງ 30-80 ເທົ່າ ນອກຈາກຈະຊ່ວຍບຳລຸງຜິວພັນໃຫ້ສົດໃສ ຫຼຸດຜ່ອນຄວາມເຖົ້າ ແລະ ຊ່ວຍຕ້ານອານຸມູນອິດສະຫຼະແລ້ວ ເຊີີຣີຍັງຊ່ວຍໃຫ້ສາວໆອາລົມດີຂຶ້ນອີກນຳ ເນື່ອງຈາກເຊີຣີມີສານທີ່ຊື່ວ່າ ແອນໂທໄຊຍານິນ (anthocyanin) ຊຶ່ງເປັນເມັດສີທີ່ເຮັດໃຫ້ໝາກໄມ້ຊະນິດນີ້ມີສີສັນສົດໃສ ແລະ ມີສັບພະຄຸນທີ່ສຳຄັນຄືເຮັດໃຫ້ຄົນກິນມີຄວາມສຸກ ໃນທາງການແພດເຊີຣີຈັດໄດ້ວ່າເປັນ ແອັດສໄພລິນທຳມະຊາດ” ເລີຍແຫຼະ


2. ກ້ວຍ 
ກ້ວຍທຸກຊະນິດບໍ່ວ່າຈະເປັນກ້ວຍໄຂ່ ກ້ວຍນ້ຳ ກ້ວຍຫອມ ຫຼື ກ້ວຍອື່ນໆນອກຈາກຈະຫາກິນງ່າຍ ແລະ ມີລາຄາຖືກແລ້ວ ຍັງອຸດົມໄປດ້ວຍຄຸນປະໂຫຍດຫຼວງຫຼາຍ ດ້ວຍທາດໂປຕາສຊ້ຽມ (Potassium) ທີ່ສູງ ແຕ່ໂຊດ້ຽມຕ່ຳ ກ້ວຍຈຶ່ງຊ່ວຍໃນການຫຼຸດຄວາມດັນເລືອດ ມີທາດເຫຼັກສູງທີ່ຊ່ວຍກະຕຸ້ນການຜະລິດເຮໂມໂກລບິນ(Hemoglobin) ໃນເລືອດ ເຮັດໃຫ້ຜິວພັນຂອງທ່ານສ່ອງແສງມີເລືອດຝາດ ແລະ ປະລິມານເສັ້ນໄຍອາຫານທີ່ມີຢູ່ຫຼາຍຍັງຊ່ວຍໃຫ້ລະບົບຂັບຖ່າຍເປັນປົກກະຕິນຳ ກ້ວຍຍັງມີສ່ວນປະກອບຂອງວິຕາມິນບີ 6 ຊ່ວຍຮັກສາລະດັບນຳຕານໃນເລືອດໃຫ້ຄົງທີ່ ຊຶ່ງມີຜົນໄປເຖິງອາລົມສຳຫຼັບສາວໆ ທີ່ມາອາການກ່ອນມີປະຈຳເດືອນ (PMS-Premenstrual Syndrome) ການກິນກ້ວຍຈຶ່ງຊ່ວຍໃຫ້ອາລົມດີຂຶ້ນ




3. ແອັບເປິ້ນ 

ເປັນທີ່ຮູ້ຈັກກັນມາດົນແລ້ວວ່າແອບເປິ້ນອຸດົມໄປດ້ວຍສານແອນຕີອ໋ອກຊີແດນ (Antioxidant) ຊ່ວຍກຳຈັດຕົວການທີ່ເຮັດໃຫ້ເຊວເຊື່ອມສະພາບ ສຳຫຼັບສາວໆທີ່ຕ້ອງການຄວາມສົດໃສ ຂໍແນະນຳໃຫ້ເລືອກກິນ ແອັບເປິ້ນສີບົວ” ທີ່ມີສານພິໂລນິກ (phenolic) ຊຶ່ງຈະຊ່ວຍຢຸດຢັ້ງການເກີດຝາ ແລະ ຊະລໍຄວາມເຖົ້າໃຫ້ຜິວໜັງ ພ້ອມທັງມີສານຟລາໂວນອຍ (Flavonoids) ທີ່ເພີ່ມການດູດຊຶມວິຕາມິນຊີ ແລະ ເຮັດໃຫ້ຝາຫຼອດເລືຶອດຝອຍແຂງແຮງນຳ




4. ສະຕໍເບີຣີ 
ອຸດົມດ້ວຍວິຕາມິນຊີ ແລະ ໄຟຕິວຣຽນທີ່ຈະເຮັດໃຫ້ອະນຸມູນອິດສະຫຼະໝົດລິດ ຊ່ວຍຄືນຄວາມໜຸ່ມໃຫ້ລະບົບປະສາດ ຜ່ອນຄາຍຄວາມເມື່ອຍຂອງສະໝອງ ແລະ ເຮັດໃຫ້ສະໝອງຂອງທ່ານຕືີ່ນຕົວ ສາມາດຈື່ຈຳສິ່ງຕ່າງໆໄດ້ຢ່າງຕົງປະເດັນ



5. ຜັກໃບຂຽວຕ່າງໆ 
ອາຍຸຫຼາຍຂຶ້ນ ຄວາມສ່ຽງຕໍ່ພະຍາດຕ່າງໆ ໂດຍສະເພາະພະຍາດຫົວໃຈກໍ່ເພີ່ມຫຼາຍຂຶ້ນໄປນຳ ການກິນຜັກໃບຂຽວທຸກມື້ຈະຊ່ວຍຫຼຸດຄວາມສ່ຽງພະຍາດນີ້ໄດ້ເຖິງ 11 ສ່ວນຮ້ອຍ ທັງຍັງຊ່ວຍໃນເລື່ອງການເບິ່ງເຫັນ ເນື່ອງຈາກມີແຄໂຣທີນອຍ (carotenoid) ເຖິງສອງຊະນິດຄື ລູທີນ (Lutein)  ແລະ ຊີແຊນທິນ (Zeaxanthin) ເຊິ່ງຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດພະຍາດຕໍ່ຕາເຊື່ອມອັນເນື່ອງມາຈາກໄວອາຍຸ ແລະ ຍັງອຸດົມໄປດ້ວຍກົດໂຟລິກ (Folic Acid) ທີ່ຈະຊ່ວຍໃຫ້ຮ່າງກາຍຜະລິດເຊວໃໝ່ໆ ທັງເປັນແຫຼ່ງວິຕາມິນອີ ແລະ ໂຟເລດ (folate) ທີ່ຈະຊ່ວຍຊະລໍບັນຫາຄວາມຈຳເຊື່ອມ


ຮູ້ຈັງຊີ່ແລ້ວ ຢາກຊະລໍຄວາມເຖົ້າໃຫ້ຜິວໜັງ ຊອກຫາມາກິນຢ່າງໄວເດີ້... ຈຮາາາ


ไม่มีความคิดเห็น:

แสดงความคิดเห็น