5 ສັນຍານບົ່ງບອກວ່າເຈົ້ານອນໜ້ອຍ
ສ່ຽງເປັນອັລໄຊເມີເດີ້...ຈຣາາ
ເມື່ອຮ່າງກາຍໄດ້ຮັບການພັກຜ່ອນໜ້ອຍເກີນໄປ ກໍ່ຈະສົ່ງຜົນເສຍຕໍ່ສຸຂະພາບເປັນຢ່າງຫຼາຍ ໂດຍສະເພາະພາວະອາລົມທີ່ບໍ່ຄົງທີ່ ເຊິ່ງກໍ່ມັກຈະສະແດງອາການອອກມາເປັນສັນຍານບົ່ງບອກວ່າຮ່າງກາຍກຳລັງຕ້ອງການພັກຜ່ອນຫຼາຍຂຶ້ນ ວ່າແຕ່ຈະມີອາການໃດແດ່ ເຮົາໄປເບິ່ງກັນເລີຍ
1.ນ້ຳໜັກຂຶ້ນຢ່າງໄວວາ
ເນື່ອງຈາກຄວາມອ່ອນເພຍ ເມື່ອຍຈາກການນອນໜ້ອຍ ຫຼື ນອນເດິກເກີນໄປ ເຮັດໃຫ້ເກີດຄວາມຍາກຂອງຫວານຫຼາຍກວ່າປົກກະຕິ ແລະ ມັກຈະກິນຈຸກກິນຈິກ ໂດຍບໍ່ຮູ້ຕົວເລີຍ ເຊິ່ງຜົນທີ່ຕາມມາກໍ່ຄື ຕົວເລກເທິງຕາຊັ່ງວັດນ້ຳໜັກທີ່ເພີ່ມຂຶ້ນຢ່າງໄວວາ ຈົນໜ້າຕົກໃຈນັ້ນເອງ
2.ຂີ້ຫຼົງຂີ້ລືມຕະຫຼອດ
ເມື່ອນອນໜ້ອຍເກີນໄປ ສະໝອງຈະເກີດການປະມວນຜົນ ແລະ ສັ່ງການຊ້າກວ່າປົກກະຕິ ແຖມຍັງເຮັດໃຫ້ຮອຍພັບຂອງສະໝອງຫຼູດນ້ອຍລົງຈນເກີດອາການຂີຫຼົງຂີ້ລືມຕະຫຼອດ ແພດທີ່ມີຄວາມຊ່ຽວຊານກໍ່ໄດ້ກ່າວວ່າ ການນອນໜ້ອຍຕໍ່ເນື່ອງເປັນເວລາດົນ ອາດສົ່ງຜົນໃຫ້ສ່ຽງເປັນອັລໄຊເມີ ເມື່ອອາຍຸຫຼາຍຂຶ້ນໄດ້ເລີຍ ເພາະສະນັ້ນ ມານອນໃຫ້ຫຼາຍຂຶ້ນກັນດີກວ່າ
3.ອາລົມແປປວນ ຫງຸດຫງິດງ່າຍ
ຜູ້ທີ່ນອນໜ້ອຍມັກຈະມີພາວະອາລົມທີ່ແປປວນ ເຮັດໃຫ້ຫງຸດຫງິດງ່າຍກວ່າປົກກະຕິ ເຊິ່ງກໍ່ສົ່ງຜົນຕໍ່ສະພາວະຈິດໃຈ ແລະ ການເຊື່ອມສຳພັນກັບຄົນຮອບຂ້າງເປັນຢ່າງຫຼາຍ ໂດຍສະເພາະຄູ່ຮັກ ເພາະໄດ້ມີການສຳຫຼວດພົບວ່າ ສາເຫດໜຶ່ງທີ່ເຮັດໃຫ້ຄູ່ຮັກສ່ວນໃຫຍ່ມີບັນຫາຜິດຖຽງກັນ ກໍ່ຄືການໃຊ້ອາລົມທີ່ຂາດສະຕິເຊິ່ງສືບເນື່ອງມາຈາກການນອນໜ້ອຍນັ້ນເອງ ດັ່ງນັ້ນ ຫາກຮູ້ສຶກວ່າ ອາລົມບໍ່ຄງທີ່ ແລະຫງຸດຫງິດໄປກັບທຸກເລື່ອງບໍ່ວ່າຫຍັງກໍ່ຕາມ ແນະນຳໃຫ້ປັບປ່ຽນພຶດຕິກຳການນອນໂດຍດ່ວນ
4.ອ່ອນເພຍຕະຫຼອດເວລາ
ສຳຜັດໄດ້ວ່າຮ່າງກາຍອ່ອນເພຍຕະຫຼອດເວລາ ຂາດຄວາມສົດຊື່ນ ແລະບໍ່ຄ່ອຍມີຄວາມກະຕືລືລົ້ນໃນການເຮັດວຽກຫຼາຍ ສ່ວນໃຫຍ່ຈະເກີດກັບຄົນທີ່ນອນໜ້ອຍຕິດຕໍ່ກັນເປັນເວລາດົນ ເຮັດໃຫ້ຮ່າງກາຍເກີດການປະທ້ວງເພາະຕ້ອງການພັກຜ່ອນຢ່າງເຕັມທີ່ ດັ່ງນັ້ນ ຄວນນອນໃຫ້ຫຼາຍຂຶ້ນ ແລະ ນອນໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍໂດຍດ່ວນ ບໍ່ເຊັ່ນນັ້ນອາດສົ່ງຜົນເສຍຕໍ່ສຸຂະພາບ ແລະ ເກີດຜົນກະທົບຕໍ່ການເຮັດວຽກຫຼາຍເລີຍ
5.ປ່ວຍດຸກວ່າປົກກະຕິ
ເມື່ອຮ່າງກາຍໄດ້ຮັບການພັກຜ່ອນບໍ່ພຽງພໍ ຈະເຮັດໃຫ້ພູມຄຸ້ມກັນຫຼູດຕ່ຳລົງຢ່າງເຫັນໄດ້ຊັດເຈນ ເປັນຜົນໃຫ້ເກີດອາການປ່ວຍ ບໍ່ສະບາຍຕະຫຼອດ ຫຼື ບາງຄົນກໍ່ອາດຈະມີອາການປວດຫົວ ເຊິ່ງນອກຈາກຈະເຮັດໃຫ້ສຸຂະພາບບໍ່ດີແລ້ວ ຍັງເຮັດໃຫ້ສິ້ນເປືອງເງີນຈາກການປິ່ນປົວອາການປ່ວຍອີກດ້ວຍ ສະນັ້ນ ມານອນໃຫ້ຫຼາຍກວ່ານີ້ກັນດີກວ່າ
ລອງກວດເບິ່ງວ່າ ເຈົ້າກຳລັງມີອາການຂອງຄົນທີ່ນອນໜ້ອຍຫຼືນອນເດິກເກິນໄປຫຼືບໍ່ ຖ້າມີຄວນຮີບປັບປ່ຽນພຶດຕິກຳການນອນໂດຍດ່ວນ ດ້ວຍການນອນຫຼັບໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍຫຼາຍຂຶ້ນ ແລ້ວບັນຫາສຸຂະພາບຈະບໍ່ເກິດຂຶ້ນແນ່ນອນ ແຖມຍັງຊ່ອຍໃຫ້ອາລົມດີ ແລະຄາຍຄຽດໄດ້ຢ່າງດີອີກດ້ວຍ ເພາະສະນັ້ນ ຫ້າມລະເລີຍການນອນຫຼັບພັກຜ່ອນຢ່າງພຽງພໍເດັດຂາດ
ຂໍຂອບໃຈ
Sanook Muan
วันศุกร์ที่ 19 มกราคม พ.ศ. 2561
วันพฤหัสบดีที่ 18 มกราคม พ.ศ. 2561
5 ຜັກພື້ນບ້ານຕ້ານມະເຮັງ ຖືກແລະດີມີໃນໂລກ
5 ຜັກພື້ນບ້ານຕ້ານມະເຮັງ ຖືກແລະດີມີໃນໂລກ
ຜັກແລະໝາກໄມ້ບ້ານເຮົານີ້ແຫຼະທີ່ວິເສດທີ່ສຸດ ທັ້ງລາຄາບໍ່ແພງ ລົດຊາດດີ ສົດ ແລະແຊບ ແລ້ວຍັງມີສັບພະຄຸນດີໆ ຫຼາຍຂໍ້ທີ່ຊາວຕ່າງຊາດຍັງຕ້ອງອິດສາ ໂດຍສະເພາະຢ່າງຍິ່ງສັບພະຄຸນທີ່ຊ່ອຍ "ຕ້ານມະເຮັງ" ຈະມີຜັກຊະນິດໃດທີ່ເຮົາບໍ່ຄວນເບິ່ງຂ້າມກັນ ມາຈົດຊື່ເອົາໄວ້ເລີຍ
1.ຜັກສະເດົາ
"ຫວານເປັນລົມ ຂົມເປັນຢາ" ຄົງຈະໃຊ້ໄດ້ດີກັບຜັກສະເດົາ ທີ່ມີລົດຊາດຄ່ອນໄປທາງຂົມຫຼາຍກວ່າຫວານຢ່າງເຫັນໄດ້ແຈ້ງ ຜັກສະເດົາມີປະໂຫຍດໃນຫຼາຍໆດ້ານ ບໍ່ວ່າຈະເປັນດ້ານບຳລຸງຮ່າງກາຍ ຂັບຂີ້ກະເທີ່ ຫຼູດໄຂ້ ແກ້ການຂັບຖ່າຍຍາກ ໄລ່ລົມ ແລະຊ່ອຍຫຼູດຄວາມສ່ຽງໃນການເກີດເນື້ອງອກ ແລະມະເຮັງໄດ້ອີກດ້ວຍ
2.ຜັກຂີ້ເຫຼັກ
ຜັກພື້ນບ້ານທີ່ເຮົາກິນຢູ່ໃນແກງຂີ້ເຫຼັກນີ້ແຫຼະ ດອກຂີ້ເຫຼັກຊ່ອຍຢຸດການຈະເລີນເຕີບໂຕຂອງເຊວມະເຮັງ ໃນສ່ວນຂອງແກ່ນຂີ້ເຫຼັກຍັງຊ່ອຍຮັກສາພະຍາດມະເຮັງຕ່າງໆ ເຊັ່ນ ມະເຮັງປອດ ມະເຮັງກະເພາະອາຫານ ແລະມະເຮັງລຳໄສ້ໄດ້ອີກດ້ວຍ
3.ຜັກຊີ
ຫຼາຍຄົນມັກເຂ່ຍຜັກຊີຖິ້ມ ແຕ່ສຳລັບຜັກຊີມີສັບພະຄຸນທີ່ດີຕໍ່ຮ່າງກາຍຫຼວງຫຼາຍ ທັງແກ້ການຂັບຖ່າຍຍາກ ຂັບລົມ ແກ້ອາການວິນຫົວ ເສີມພູມຕ້ານທານພະຍາດ ແລະຍັງມີລິດຕໍ່ຕ້ານອະນຸມູນອິດສະຫຼະ ຊ່ອຍຢຸດການຂະຫຍາຍໂຕຂອງເຊວມະເຮັງອີກດ້ວຍ
4.ຜັກຕິ້ວ
ຜັກຕິ້ວເປັນຜັກພື້ນບ້ານທີ່ສາມາດຫາມາກິນກັນໄດ້ງ່າຍໆ ແທ້ໆ ຜັກຕິ້ວມີສານຕ້ານອະນຸມູນອິດສະຫຼະ ມີລິດຕ້ານມະເຮັງຕັບ ດັ່ງນັ້ນ ຫາກເກັບຜັກຕິ້ວມາໃສ່ແກງເຫັດກັນແທ້ໆ ກໍ່ຢ່າລືມກິນໃຫ້ໝົດເດີ້
5.ຜັກຂະແຍງ
ຜັກຂະແຍງ ເປັນອີກໜຶ່ງຜັກພື້ນບ້ານທີ່ພບຫຼາຍ ມີສານຕ້ານອະນຸມູນອິດສະຫຼະສູງ ຈຶ່ງມີລິດຕໍ່ຕ້ານເຊວມະເຮັງໄດ້ເຊັ່ນກັນ

วันพุธที่ 17 มกราคม พ.ศ. 2561
6 ປະໂຫຍດຈາກການກິນກ້ວຍ ມີສັບພະຄຸນທາງຢາສູງ ດີຕໍ່ສຸຂະພາບເນັ້ນໆ
6 ປະໂຫຍດຈາກການກິນກ້ວຍ
ໝາກໄມ້ສັບພະຄຸນທາງຢາສູງ ດີຕໍ່ສຸຂະພາບເນັ້ນໆ
ປະໂຫຍດຂອງກ້ວຍມີດີຕໍ່ສຸຂະພາບຮ່າງກາຍຫຼວງຫຼາຍ ສຳລັບໄຜທີ່ບໍ່ຄ່ອຍມັກກິນກ້ວຍ ຫາກລອງມາຟັງປະໂຫຍດຈາກກ້ວຍຕາມນີ້ ຮັບຮອງຈະຕ້ອງຫັນມາເບິ່ງຂໍ້ດີຂອງມັນ ແລະຢາກກິນກ້ວຍກັນເລື້ອຍໆ ແນ່ນອນ ມີຫຍັ້ງແດ່ມາເບິ່ງກັນເລີຍ
1.ເພີ່ມພະລັງໃຫ້ຮ່າງກາຍ
ກ້ວຍເປັນໝາກໄມ້ທີ່ອຸດົມດ້ວຍທາດເຫຼັກສູງ ກິນແລ້ວຈະຊ່ອຍໄປກະຕຸ້ນການຜະລິດຮີໂມໂກບິນໃນເລືອດ ແລະຍັງຊ່ອຍປັບສະພາບຮ່າງກາຍໃນຊ່ວງທີ່ມີສະພາວະຂາດກຳລັງໃຫ້ກັບມາມີພະລັງດັ່ງເກົ່າໄດ້
2.ຊ່ອຍຮັກສາຄວາມດັນເລືອດ
ໃນກ້ວຍມີທາດໂພແທດຊຽມປະລິມານສູງ ແຕ່ໃຫ້ປະລິມານເກືອທີ່ຕ່ຳ ຈຶ່ງເປັນໝາກໄມ້ທີ່ດີຕໍ່ຜູ້ປ່ວຍພະຍາດຄວາມດັນເລືອດ ດັ່ງນັ້ນຈຶ່ງສາມາດຊ່ອຍຮັກສາຄວາມດັນເລືອດໄດ້ເປັນຍ່າງດີນັ້ນເອງ
3.ຕື່ມພະລັງໃຫ້ສະໝອງ
ມີການວິໄຈໃນນັກຮຽນ 200 ຄົນຂອງໂຮງຮຽນ Twickenham ທີ່ໄດ້ຮັບຜົນການທດສອບໃນເກນດີ ພບວ່າພວກເຂົາໄດ້ກິນກ້ວຍໃນມື້ອາຫານເຊົ້າ ຕອນພັກ ແລະຕອນຊ່ວງອາຫານກາງເວັນເປັນປະຈຳທຸກມື້ ກ້ວຍເປັນໝາກໄມ້ທີ່ມີສານອາຫານຊ່ອຍໃນການເສີມພະລະກຳລັງໃຫ້ສະໝອງຂອງເດັກເຫຼົ່ານັ້ນ ຈາກງານວິໄຈນີ້ກໍສະແດງໃຫ້ເຫັນວ່າ ໂພແທດຊຽມທີ່ມີຢູ່ໃນກ້ວຍປະລິມານສູງນັ້ນຈະຊ່ອຍໃຫ້ນັກຮຽນມີປະສິດທິພາບທາງສະໝອງທີ່ຕື່ນໂຕ ເຮັດໃຫ້ການຮຽນດີຍິ່ງຂຶ້ນ
4.ແກ້ອາການຂັບຖ່າຍຍາກ
ກ້ວຍເປັນໝາກໄມ້ທີ່ອຸດົມໄປດ້ວຍເສັ້ນໃຍ ແລະກາກອາຫານປະລິມານສູງ ຈຶ່ງມີບົດບາດຊ່ອຍໃນການຂັບຖ່າຍໄດ້ເປັນຢ່າງດີ ສຳລັບໄຜທີ່ມີບັນຫາຖ່າຍຍາກເລື້ອຍໆ ການກິນກ້ວຍເປັນປະຈຳກໍຈະຊ່ອຍແກ້ອາການນີ້ໄດ້
5.ບຳບັດພະຍາດຊຶມເສົ້າ
ຜົນຈາກການສຳຫຼວດໄວໆ ນີ້ພບວ່າໃນຈຳນວນຜູ້ປ່ວຍພະຍາດຊຶມເສົ້າຫລາຍຄົນ ມີອາລົມທີ່ດີຂຶ້ນຢ່າງຫຼາຍຫຼັງຈາກກິນກ້ວຍ ເພາະກ້ວຍເປັນໝາກໄມ້ທີ່ມີໂປຕີນທີ່ເອີ້ນວ່າ ທຣິບໂຕເຟນ ເມື່ອໂປຕີນຊະນິດນີ້ເຂົ້າສູ່ຮ່າງກາຍກໍຈະແປປ່ຽນໄປເປັນເຊໂຣໂທນິນໃນເວລາຕໍ່ມາ ສານນີ້ຈະຊ່ອຍສ້າງຄວາມຜ່ອນຄາຍ ຊ່ອຍປັບປ່ຽນອາລົມທີ່ໝອງເສົ້າໃຫ້ແຈ່ມໃສ ເຮັດໃຫ້ຜູ້ປ່ວຍພະຍາດຊຶມເສົ້າຮູ້ສຶກດີ ແລະມີຄວາມສຸກຫຼາຍຂຶ້ນ
6.ປ້ອງກັນອາການປ່ວຍໃນຕອນເຊົ້າ
ຫຼາຍຄົນຕື່ນນອນມາພ້ອມກັບອາການອ່ອນເພຍ ແລະຮູ້ສຶກຄືວ່າຈະບໍ່ສະບາຍໃນຕອນເຊົ້າ ແຕຮູ້ຫຼືບໍ່ວ່າການກິນກ້ວຍເປັນອາຫານວ່າງໃນລະຫວ່າງມື້ອາຫານ ຈະຊ່ອຍຮັກສາລະດັບນ້ຳຕານໃນເລືອດໃຫ້ສົມດຸນໄດ້ ກໍຈະຊ່ອຍຫຼີກລ້ຽງຄວາມຮູ້ສຶກບໍ່ສະບາຍໃນຍາມຕື່ນເຊົ້າໄດ້ນັ້ນເອງ
ແລະນີ້ກໍຄື ປະໂຫຍດຈາກການກິນກ້ວຍ ກ້ວຍເປັນໝາກໄມ້ຫາກິນງ່າຍ ລາຄາຖຶກ ແຖມຍັງມີສັບພະຄຸນທາງຢາສູງ ດີຕໍ່ການບຳລຸງສຸຂະພາບຮ່າງກາຍ ດີຕໍ່ສະໝອງ ແລະຍັງຊ່ອຍເພີ່ມພະລັງງານ ແຖມຍັງກິນລົດນ້ຳໜັກໄດ້ອີກດ້ວຍ ທີ່ສຳຄັນຍັງບຳບັດອາການເຈັບປ່ວຍໄດ້ພ້ອມ ບໍ່ກິນກ້ວຍບໍ່ໄດ້ແລ້ວ

Sanook
วันอังคารที่ 16 มกราคม พ.ศ. 2561
ແທ້ຫຼືບໍ່? "ກົດໄຫຼຍ້ອນ" ປ່ອຍໄວ້ດົນກາຍເປັນມະເຮັງໄດ້???
ແທ້ຫຼືບໍ່? "ກົດໄຫຼຍ້ອນ" ປ່ອຍໄວ້ດົນກາຍເປັນມະເຮັງໄດ້???
ພະຍາດຍອດນຶຍົມຂອງໄວເຮັດວຽກ ນອກຈາກອ້ອບຟິດຊິນໂດຣມແລ້ວ ກໍ່ໜີບໍພົ້ນພະຍາດທີ່ກ່ຽວກັບພຶດຕິກຳການກິນອາຫານ ເຊັ່ນ "ກົດໄຫຼຍ້ອນ" ທີ່ສ້າງຄວາມທໍລະມານໃຫ້ກັບທ່ານໄດ້ຫຼາຍກວ່າທີ່ທ່ານຄິດ ແຖມເປັນດົນໆຍັງສ່ຽງເປັນມະເຮັງອີກດ້ວຍແມ່ນແທ້ບໍ່? ແລ້ວພຶດຕິກຳແບບໃດ ທີ່ເຮັດໃຫ້ສ່ຽງເປັນພະຍາດກົດໄຫຼຍ້ອນ? ຕາມມາອ່ານກັນເລີຍ
ກົດໄຫຼຍ້ອນແມ່ນຫຍັງ???
ກ່ອນອື່ນຂໍອະທິບາຍເຖິງພະຍາດນີ້ໂດຍສັງເຂບກ່ອນ "ກົດໄຫຼຍ້ອນ" ຄືອາການທີ່ກ້າມຊີ້ນໃນກະເພາະອາຫານເກີດຄວາມຜິດປົກກະຕິ ບໍ່ສາມາດເປີດປິດໄດ້ແຈບດີຄືກັບທີ່ຄວນຈະເປັນ ມີລັກສະນະຍ່ອນໂຕລົງ ຈຶ່ງເຮັດໃຫ້ນ້ຳຍ່ອຍໃນກະເພາະອາຫານໄຫຼຍ້ອນອອກມາທີ່ຫຼອດອາຫານ ແລະກ່ອງສຽງຂອງເຮົາໄດ້
ກົດໄຫຼຍ້ອນມີອາການແນວໃດ???
ເອື້ອມສົ້ມ ,ປວດແສບປວດຮ້ອນກາງເອິກ ,ກິນລຳບາກ ,ເຈັບໜ້າເອິກ ,ໄອຊຳເຮື້ອ ,ກ່ອງສຽງແລະຫຼອດອາຫານອັກເສບ
ກົດໄຫຼຍ້ອນມີສາເຫດມາຈາກຫຍັງ???
ພະຍາດກົດໄຫຼຍ້ອນມີສາເຫດສຳຄັນມາຈາກພຶດຕິກຳໃນການກິນອາຫານ ການກິນອາຫານບໍ່ເປັນເວລາ, ມັກດື່ມຊາ ,ກາເຟ ,ນ້ຳອັດລົມ ,ເຄື່ອງດື່ມທີ່ມີທາດເຫຼ້າ ,ສູບຢາ ,ທານອາຫານເຜັດ ,ລົດຈັດ ,ອາຫານມັນ ອາຫານທອດ ແລະ ອາຫານຫວານ ເຊັ່ນ ຈຳພວກເຂົ້າໜົມອົບ ເຄັກ ຊ້ອກໂກແລ້ດ ຫລາຍເກິນໄປ
ນອກຈາກນີ້ ການກິນອາຫານໃນເວລາດຶກເກິນໄປ ແລ້ວເຂົ້ານອນເລີຍ ບໍ່ລໍຖ້າໃຫ້ຍ່ອຍກ່ອນ ກໍເປັນສາເຫດຂອງພະຍາດກົດໄຫຼຍ້ອນໄດ້ເຊັ່ນກັນ
ກົດໄຫຼຍ້ອນສ່ຽງມະເຮັງແທ້ບໍ່???
ການປ່ອຍໃຫ້ເກີດອາການອັກເສບຂຶ້ນ ໃນບາດແຜທີ່ເກິດຈາກການກັດຂອງນ້ຳຍ່ອຍໃນກະເພາະອາຫານ ທີ່ຫຼູດອອກມາທຳຮ້າຍບໍລິເວນກ່ອງສຽງ ແລະຫຼອດອາຫານໄປດົນໆ ອາດເຮັດໃຫ້ເຊວເຍື່ອຫຸ້ມຜິວບໍລິເວນນັ້ນກາຍເປັນເຊວມະເຮັງໃນພາຍຫຼັງໄດ້ ແຕ່ກໍມີໂອກາດບໍ່ເທົ່າໃດ ເກືອບ 1-6% ເທົ່ານັ້ນ ແຕ່ເຖິງຍ່າງນັ້ນ ບາດແຜຈາກນ້ຳຍ່ອຍຂອງກະເພາະອາຫານກໍເຮັດໃຫ້ເກີດຄວາມທໍລະມານກັບຜູ້ປ່ວຍເປັນໄລຍະເວລາດົນຄືກັນ
ກົດໄຫຼຍ້ອນປ້ອງກັນໄດ້ແນວໃດ???
ພຽງກິນອາຫານໃຫ້ກົງເວລາ ຄວບຄຸມອາຫານປະເພດລົດຈັດ ,ສົ້ມ ,ເຜັດ ລວມເຖິງອາຫານພວກຊາ ,ກາເຟ ,ນ້ຳອັດລົມ (ເຄື່ອງດື່ມທີ່ມີຄາເຟອີນ ເປັນສາເຫດເຮັດໃຫ້ກ້າມຊີ້ນທີ່ກະເພາະອາຫານຍ່ອນໂຕ) ,ຂອງທອດ ,ຂອງມັນ ,ເຄື່ອງດື່ມທີ່ມີທາດເຫຼ້າ ,ເຂົ້າໜົມອົບ ເຊັ່ນ ເຄັກ ,ຊ້ອກໂກແລ້ດ ແລະງົດສູບຢາ ກິນອາຫານກ່ອນເຖິງເວລານອນ 3-4 ຊັ່ວໂມງ (ເພື່ອລໍຖ້າໃຫ້ອາຫານຍ່ອຍກ່ອນ) ,ເລືອກກິນອາຫານປະເພດຕົ້ມ ,ລົດບໍຈັດ ບໍ່ດື່ມເຄື່ອງທີ່ມີຄາເຟອີນຫຼາຍກວ່າ 1 ຈອກຕໍ່ວັນ ແລະບໍ່ກິນອາຫານຫຼາຍຈົນເກີນໄປຈົນທໍລະມານທ້ອງ ເທົ່ານີ້ກໍຊ່ອຍໃຫ້ເຮາຫ່າງໄກຈາກພະຍາດກົດໄຫຼຍ້ອນໄດ້ງ່າຍໆແລ້ວລະ...ຈຣາາາ
ຂໍຂອບໃຈ
Muan sanook

วันจันทร์ที่ 15 มกราคม พ.ศ. 2561
ເບົາຫວານ ຄວາມດັນ ແກ້ງ່າຍໆ ດ້ວຍສະໝຸນໄພບ້ານໆ
ເບົາຫວານ ຄວາມດັນ ແກ້ງ່າຍໆ ດ້ວຍສະໝຸນໄພບ້ານໆ
ພະຍາດເບົາຫວານເປັນພະຍາດທີ່ຜູ້ປ່ວຍຊິມີນ້ຳຕານໃນເລືອດສູັງສູູງ ຍ້ອນຮ່າງກາຍບໍ່ສາມາດເອົານ້ຳຕານໃນເລືອດທີ່ໄດ້ຈາກອາຫານໄປໃຊ້ໄດ້ຕາມປະກະຕິ ຜູ້ປ່ວຍພະຍາດເບົາຫວານມັກຊິມີ ການເກີດພະຍາດແຊກຊ້ອນຕ່າງໆຕາມມາ ເຊັ່ນ ພະຍາດຄວາມດັນ ພະຍາດຫຼອດເລືອດຫົວໃຈ ຫລອດເລືອດສະຫມອງ ໄຕວາຍ ອາການຊາ ປາຍປະສາດເສື່ອມ ຕາພ່າມົວ ເກີດຕໍ້ຫິນຕໍ້ກະຈົກ ເຊີ່ງພະຍາດທີ່ມັກມາເປັນຄູ່ກັນກັບພະຍາດເບົາຫວານຄືຄວາມດັນໂລຫິດ ສະມຸນໄພທີ່ນິຍົມນຳມາປົວພະຍາດເບົາຫວານ ແລະຄວາມດັນໂລຫິດ ຄືຫຍັັງນັ້ນ ມື້ນີ້ເຮົາມາເບິ່ງກັນເລີຍ
1. ມະລະຂີ້ນົກ ເປັນໄມ້ເລື້ອຍແລະເປັນຜັກພື້ນບ້ານ ອາດຊິນຳມາລວກຈິ້ມນ້ຳພິກກໍ່ແຊບດີ ມີວິຕາມິນເອ ແລະ ຊີສູງ ມີສັບພະຄຸນໃນການຫຼູດນ້ຳຕານໃນເລືອດແລະຊະລໍການເກີດຕໍ້ກະຈົກໄດ້
2. ໃບຍ່ານາງ ມີສັບພະຄຸນເປັັນຢາເຢັນ ຖ້າກິນເຂົ້າໄປຊິເຮັດໃຫ້ຮ່າງກາຍເຢັນລົງ ເຮັດໃຫ້ລະບົບໃນຮ່າງກາຍສາມາດຜະລິດອິິນຊູລິນມາເຜົາຜານນ້ຳຕານໄດ້ເປັນປະກະຕິ ຈຶ່ງເປັນສະມຸນໄພແກ້ເບົາຫວານໄດ້ນັ່ນເອງ
3. ຫົວຜັກທຽມ ມີຄຸນນະສົມບັດຊ່ວຍຫຼູດຄວາມດັນໂລຫິດລົງໄດ້ຄວນກິນຫົວຜັກທຽມຫົວແກ່ ຫາກກິນສົດຊິໄດ້ຮັບປະໂຫຍດມາກກວ່າ ຫົວທຽມທີ່ປຸງສຸກແລ້ວ
4. ຫົວສີໄຄ ເປັນສະມຸນໄພແກ້ເບົາຫວານແລະຄວາມດັນທີ່ເຮົາຮູ້ຈັກກັນດີ ຍ້ອນນິຍົມນຳມາປະກອບອາຫານເຊີ່ງຫົວສີໄຄຊິມີສັບພະຄຸນໃນການຂັບຍ່ຽວ ຂັັບລົມແລະຍັງຊ່ວຍຫຼູດຄວາມດັນໄດ້ອີກດ້ວຍ
7. ຜັກອີ່ເລີດ ເປັນຜັກພື້ນບ້ານແລະເປັນສະມຸນໄພແກ້ເບົາຫວານແລະຄວາມດັນ ນິຍົມນຳມາຮັບປະທານສົດ ໃນຕຳລັບຢາສະມຸນໄພພື້ນບ້ານສາມາດນຳຜັກອີ່ເລີດມາຕົ້ມເພື່ອຫຼູດເບົາຫວານໄດ້ ເນື່ອງຈາກຜັກອີ່ເລີດມີສັບພະຄຸນໃນການຫຼູດນ້ຳຕານໃນເລືອດໄດ້ເປັນຢ່າງດີ ອີກທັ້ງຍັງມີສານຕ້ານອະນຸມູນອິດສະຫຼະຫຼາຍ ມີແຄນຊຽມ ວິຕາມິນເອແລະຊີສູງມາກ
ພະຍາດເບົາຫວານເປັນພະຍາດທີ່ຜູ້ປ່ວຍຊິມີນ້ຳຕານໃນເລືອດສູັງສູູງ ຍ້ອນຮ່າງກາຍບໍ່ສາມາດເອົານ້ຳຕານໃນເລືອດທີ່ໄດ້ຈາກອາຫານໄປໃຊ້ໄດ້ຕາມປະກະຕິ ຜູ້ປ່ວຍພະຍາດເບົາຫວານມັກຊິມີ ການເກີດພະຍາດແຊກຊ້ອນຕ່າງໆຕາມມາ ເຊັ່ນ ພະຍາດຄວາມດັນ ພະຍາດຫຼອດເລືອດຫົວໃຈ ຫລອດເລືອດສະຫມອງ ໄຕວາຍ ອາການຊາ ປາຍປະສາດເສື່ອມ ຕາພ່າມົວ ເກີດຕໍ້ຫິນຕໍ້ກະຈົກ ເຊີ່ງພະຍາດທີ່ມັກມາເປັນຄູ່ກັນກັບພະຍາດເບົາຫວານຄືຄວາມດັນໂລຫິດ ສະມຸນໄພທີ່ນິຍົມນຳມາປົວພະຍາດເບົາຫວານ ແລະຄວາມດັນໂລຫິດ ຄືຫຍັັງນັ້ນ ມື້ນີ້ເຮົາມາເບິ່ງກັນເລີຍ
1. ມະລະຂີ້ນົກ ເປັນໄມ້ເລື້ອຍແລະເປັນຜັກພື້ນບ້ານ ອາດຊິນຳມາລວກຈິ້ມນ້ຳພິກກໍ່ແຊບດີ ມີວິຕາມິນເອ ແລະ ຊີສູງ ມີສັບພະຄຸນໃນການຫຼູດນ້ຳຕານໃນເລືອດແລະຊະລໍການເກີດຕໍ້ກະຈົກໄດ້
2. ໃບຍ່ານາງ ມີສັບພະຄຸນເປັັນຢາເຢັນ ຖ້າກິນເຂົ້າໄປຊິເຮັດໃຫ້ຮ່າງກາຍເຢັນລົງ ເຮັດໃຫ້ລະບົບໃນຮ່າງກາຍສາມາດຜະລິດອິິນຊູລິນມາເຜົາຜານນ້ຳຕານໄດ້ເປັນປະກະຕິ ຈຶ່ງເປັນສະມຸນໄພແກ້ເບົາຫວານໄດ້ນັ່ນເອງ
3. ຫົວຜັກທຽມ ມີຄຸນນະສົມບັດຊ່ວຍຫຼູດຄວາມດັນໂລຫິດລົງໄດ້ຄວນກິນຫົວຜັກທຽມຫົວແກ່ ຫາກກິນສົດຊິໄດ້ຮັບປະໂຫຍດມາກກວ່າ ຫົວທຽມທີ່ປຸງສຸກແລ້ວ
5. ຜັກຕຳລຶງ ມີປະໂຫຍດມາກຫຼາຍເປັນຢາພື້ນບ້ານໃຊ້ປົວເບົາຫວານ ສາມາດໃຊ້ໄດ້ທັ້ງ ຮາກ ເຖົາ ໃບ ເຊີ່ງມີສູດຫຼາກຫຼາຍແມ້ກະທັ້ງຊາວ Bengal ໃນອິນເດຍກໍ່ໃຊ້ຕຳລຶງເປັນຢາແກ້ພະຍາດເບົາຫວານ
6. ຜັກຊຽງດາ ມີລັກສະນະເປັນໄມ້ເລື້ອຍ ເຖົາສີຂຽວ ມີລົດຂື່ນນ້ອຍໆ ແລະມີສານຕ້ານອະນຸມູນອິດສະຫຼະຫຼາຍ ເປັນຜັກທີ່ຫມໍຢາພື້ນບ້ານໃຊ້ເປັນຜັກເພື່ອເພີ່ມກຳລັງແຮງກາຍ ທັ້ງຍັງສາມາດໃຊ້ເປັນຢາຫຼູດນ້ຳຫນັກໄດ້ ເນື່ອງຈາກວ່າຜັກຊຽງດາຊ່ວຍໃຫ້ມີການນຳນ້ຳຕານໄປເຜົາຜານມາກກວ່າກາຮໄປສ້າງເປັນໄຂມັນສະສົມ ເຊີ່ງມີການສຶກສາຜູ້ປ່ວຍຈາກພະຍາດເບົາຫວານທີ່ໃຊ້ຜັກຊຽງດາໃນກາຮປົວ ສາມາດຫຼູດປະລິມານການໃຊ້ຢາແຜນປະຈຸບັນໄດ້ ແລະບາງຄົນສາມາດໃຊ້ຜັກຊຽງດາຢ່າງດຽວໃນການຄວບຄຸມລະດັບນ້ຳຕານໃນເລືອດໄດ້
7. ຜັກອີ່ເລີດ ເປັນຜັກພື້ນບ້ານແລະເປັນສະມຸນໄພແກ້ເບົາຫວານແລະຄວາມດັນ ນິຍົມນຳມາຮັບປະທານສົດ ໃນຕຳລັບຢາສະມຸນໄພພື້ນບ້ານສາມາດນຳຜັກອີ່ເລີດມາຕົ້ມເພື່ອຫຼູດເບົາຫວານໄດ້ ເນື່ອງຈາກຜັກອີ່ເລີດມີສັບພະຄຸນໃນການຫຼູດນ້ຳຕານໃນເລືອດໄດ້ເປັນຢ່າງດີ ອີກທັ້ງຍັງມີສານຕ້ານອະນຸມູນອິດສະຫຼະຫຼາຍ ມີແຄນຊຽມ ວິຕາມິນເອແລະຊີສູງມາກ
วันอาทิตย์ที่ 14 มกราคม พ.ศ. 2561
ກະເພົາ ສະໝຸນໄພໃກ້ຕົວ ກິນຫຼາຍໆຊ່ວຍໃຫ້ອາຍຸຢືນ
ກະເພົາ ສະໝຸນໄພໃກ້ຕົວ ກິນຫຼາຍໆຊ່ວຍໃຫ້ອາຍຸຢືນ...
ກະເພົາ ຈັດເປັນສະໝຸນໄພໃຊ້ທັ້ງດ້ານຮ່າງກາຍ ແລະ ຈິດວິນຍານ ໂດຍກ່າວວ່າກະເພົາມີຄຸນສົມບັດປັບທາດ ຊ່ວຍພາວະສົມດຸນຫຼາຍຂະບວນການຂອງຮ່າງກາຍ ແລະ ຊ່ວຍໃຫ້ຜະເຊີນຄວາມຄຽດ ທັ້ງທາງຮ່າງກາຍ ແລະ ຈິດໃຈໄດ້ດີຂຶ້ນ ເປັນພືດທີ່ຊ່ວຍໃຫ້ອາຍຸຢືນ
ກະເພົາ ມີສັບພະຄຸນທາງຢາຫຼາກຫຼາຍ ເຊັັ່ນ ມີລິດຕ້ານແບັກທິເຣຍ ລົດການອັກເສບ ລົດຄວາມດັນໂລຫິດ ລົດໄຂມັນໃນເລືອດ ແລະ ປະລິມານຄໍເລສເຕີລໍ ລົດນ້ຳຕານໃນເລືອດ ແລະ ຮັກສາເບົາຫວານ ບຳລຸງຫົວໃຈ ບຳລຸງຕັບ ຊ່ວຍຮັກສາແຜກະເພາະອາຫານ ຊ່ວຍຂັບລົມ ປັບສົມດຸນລະບົບພູມຕ້ານທານ ບັນເທົາມາລາເຮຍ ແລະ ຂັບສານພິດຕ່າງໆ
ຮູ້ຈັງຊີ່ແລ້ວ ຊອກຫາມາກິນຢ່າງໄວເດີ້... ຈຮາາາ
วันศุกร์ที่ 12 มกราคม พ.ศ. 2561
ຜັກຫມາກໄມ້ 5 ສີ ມີປະໂຫຍດຫຼາກຫຼາຍ
ຜັກຫມາກໄມ້ 5 ສີ ມີປະໂຫຍດຫຼາກຫຼາຍ !!!
ກິນໃຫ້ຄົບຈົບທີ່ ປ້ອງກັນພະຍາດເດີ່… ຈຮາາາ
ອາຫານທີ່ມີສີສັນ ເຍົ້າຍວນຊວນນໍ້າລາຍສໍ ໃຜກໍ ຢາກຊິ ຮັບປະທານກັນແລະຍິ່ງກວ່າຄວາມງາມ ນ່າກິນເຫຼົ່ານັ້ນ ສານຕ້ານພະຍາດທີ່ອັດແນ່ນໃນບັນດາຜັກ ຫມາກໄມ້ຫຼາກສີ ເຊິ່ງຖືເປັນຂອງແຖມຕົບທ້າຍຄວາມແຊບນົວ ທີ່ຄຸ້ມຄ່າກັບສຸຂະພາບຍ່າງມາກທີ່ສຸດ
ຍ່າງທີ່ເຮົາຮູ້ໆກັນວ່າປະໂຫຍດຂອງຜັກໝາກໄມ້ ມີມາກມາຍຫຼວງຫຼາຍທັ້ງ ວິຕາມິນແຮ່ທາດຫຼາກຊະນິດທີ່ເປັນປະໂຫຍດກັບກົນໄກຕ່າງໆໃນຮ່າງກາຍ ໃນຜັກໝງກໄມ້ຍັງມີສານພິເສດ ເຊິ່ງເຮັດໜ້າທີ່ຄືກັນກັບຢາ ຊ່ອຍປ້ອງກັນພະຍາດບາງຊະນິດ ເຊັ່ນ ມະເຮັງ ພະຍາດຫົວໃຈຫຼອດເລືອດ ເປັນຕົ້ນ ແຕ່ຊິກິນແນວໃດເພື່ອໃຫ້ຮ່າງກາຍໄດ້ຮັບການປ້ອງກັນຈາກພະຍາດໄດ້ນັ້ນ ແນະນໍາໃຫ້ກິນຫຼາກຫຼາຍ ຖ້າຊິໃຫ້ຊັດເຈນຂຶ້ນາອີກກໍ ຄືກິນໃຫ້ຄົບ 5 ສີ ໃນ 5 ສີສັນນັ້ນມີຫຍັງແດມາເບິ່ງກັນເລີຍ
ສີຂຽວ
ສີຂຽວເປັນສີທຳອິດທີ່ທຸກຄົນຊິຄຶດເຖິງເມື່ອເອິ້ນເຖິງຜັກ ສານທີ່ໃຫ້ສີຂຽວໃນຜັກແມ່ນຄໍໂລຟິວ ນອກຈາກນີ້ຍັງມີສານປະກອບອື່ນໆທີ່ມີຄຸນນະສົມບັດສົ່ງເສີມສຸຂະພາບ ເຊັ່ນ ລູທີນ ເຊິ່ງເປັນສານຕ້ານອະນຸມູນອິດສະຫຼະ ຊ່ວຍຫຼູດຄວາມເສື່ອມຂອງຈໍປະສາດຕາ ເປັນຕົ້ນ ວ້າວ !! ກິນຜັກໃບຂຽວເຮັດໃຫ້ດວງຕາເຮົາແຂງແຮງ
ຜັກໝາກໄມ້ສີຂຽວ : ຜັກໃບຂຽວທຸກຊະນິດ ເຊັ່ນ ບອກໂຄລີ ຄະນ້າ ຜັກໂຂມ ກວາງຕຸ້ງ ກະຫລ່ຳປີ ຊະອົມ
ສີຂາວ
ສີຂາວສານປະກອບໃນຜັກ ໝາກໄມ້ ກຸ່ມນີ້ມີຫຼາຍຊະນິດແລະເປັນທີ່ ສົນອົກສນໃຈຂອງນັກຄົ້ນຄວ້າ ຍ້ອນມີປະໂຫຍດໃນຫຼາຍໆດ້ານ ເຊັ່ນ ແອບເປີ້ນ ໝາກສີດາ ຫົວຜັກບົວ ຜັກທຽມ ມີລິດຕ້ານອະນຸມູມອິດສະຫຼະ ຊ່ວຍຊະລໍຄວາມເສຍຫາຍຂອງເຊວ ແລະອະໄວຍະວະໃນຮ່າງກາຍ ຂິງແລະຂ່າ ມີລິດຕ້ານການອັກເສບ ຊ່ວຍເບິ່ງແຍງຄວາມດັນເລືອດ ແລະປ້ອງກັນພະຍາດຫົວໃຈຫຼອດເລືອດອຸດຕັນ ເປັນຕົ້ນ
ຜັກໝາກໄມ້ສີຂາວ : ແອບເປີ້ນ ຫມາກສີດາ ຫມາກເງາະ ຫມາກລິ້ນຈີ່ ແຫ້ວ ງາ ລູກເດືອຍ ຂ່າ ຂິງ ຜັກທຽມ ຫົວຜັກບົວ
ສີແດງ
ສີແດງສານຕົວເລື່ອງຊື່ໃນກຸ່ມນີ້ກໍຄື ໄລໂຄປີນ ຍ້ອນມີການຄົ້ນພົບວ່າຊ່ວຍຫຼູດການເກີດມະເຮັງຕ່ອມລູກຫມາກຂອງຜູ້ຊາຍໄດ້ ແລະ ຫຼູດປະລິມານໄຂມັນເອລດີເອລໃນເລືອດ ນອກຈາກນີ້ອາຫານສີແດງຍັງຊ່ວຍເບິ່ງແຍງສຸຂະພາບຫົວໃຈ ຫຼອດເລືອດແລະລະບົບທາງເດີນຍ່ຽວ ຫຼູດຄວາມສ່ຽງຈາກການເກີດມະເຮັງ
ຜັກຫມາກໄມ້ສີແດງ : ຫມາກໂມ ຫມາກເລັ່ນ ສະຕໍເບີລີ່ ຊົມພູ່ແດງ ເຊີລີ່ ດອກກະຈ້ຽບ
ສີມ່ວງແດງ
ສີມ່ວງແດງໃນຜັກໝາກໄມ້ ກຸ່ມສີນີ້ມີສານແອນໂທໄຊຍານິນ ຊ່ວຍປົກປ້ອງ ຜັກຫມາກໄມ້ຈາກການທຳລາຍຂອງຮັງສີ Ultraviolet ເລີຍເຮັດໃຫ້ມີລິດຕ້ານອະນຸມູນອິດສະຫຼະຊ່ວຍເພີ່ມຄວາມຍືດຫຍຸ່ນໃຫ້ຜະຫນັງຫຼອດເລືອດ ຊ່ວຍຊະລໍການເກີດການອຸດຕັນໃນເສັ້ນເລືອດ ແລະ ພະຍາດຫຼອດເລືອກຫົວໃຈແຂງໂຕ
ຜັກຫມາກໄມ້ສີມ່ວງແດງ : ກະຫລ່ຳປີມ່ວງ ຫມາກເຂືອຫຳມ້າ ຜັກກາດສີມ່ວງ ບົ່ວແດງ ຫມາກຖົ່ວ ເຂົ້າຫນຽວດຳ ເຂົ້າແດງ ມັນດ້າງມ່ວງ ເຜືອກ ອັນຊັນ ລູກພຸນ ຫມາກໄມ້ຕະກູນເບີລີ່ ເຊັ່ນ ອະງຸ່ນແດງ ບູເບີລີ່ ເບັກເບີລີ່ (Blackberry) ເປັນຕົ້ນ
ສີເຫລືອງ ສີສົ້ມ
ສີເຫລືອງສີສົ້ມໃນກຸ່ມສີນີ້ມີສານຕ້ານອະນຸມູນອິດສະຫຼະຫຼາຍຕົວດ້ວຍກັນ ຕົວສຳຄັນໆ ເຊັ່ນ ເບຕ້າ -ແຄໂລທີນ ຟາໂວນອຍ ວິຕາມິນຊີ ເຊິ່ງຊ່ວຍເບິ່ງແຍງຮັກສາສຸຂະພາບຫົວໃຈ ຫຼອດເລືອດແລະຮະບົບພູມຄຸ້ມກັນໃນຮ່າງກາຍເຮົາ ແລະຫຼູດໂອກາດການເກີດພະຍາດມະເຮັງ ກະຕຸ້ນການກຳຈັດເຊວມະເຮັງຂອງຮ່າງກາຍ
ຜັກຫມາກໄມ້ສີເຫລືອງສົ້ມ : ໝາກອຶ ໝາກມີ້ ຫມາກສາລີ ແຄລອດ ແຄນຕາລູບ ຫມາກມ່ວງ ຫມາກຫຸ່ງສຸກ ຫມາກນັດ
ຂໍຂອບໃຈ
emaginfo
ຜັກຫມາກໄມ້ 5 ຊະນິດ ກິນຫຼາຍໆເຮັດໃຫ້ນານເຖົ້າ
ຜັກຫມາກໄມ້ 5 ຊະນິດ ກິນຫຼາຍໆເຮັດໃຫ້ນານເຖົ້າ
1. ເຊີຣີ
ໝາກສີແດງໆ ລົດສົ້ມອົມຫວານຊະນິດນີ້ ອຸດົມໄປດ້ວຍວິຕາມິນຊີຫຼາຍກວ່າໝາກກ້ຽງເຖິງ 30-80 ເທົ່າ ນອກຈາກຈະຊ່ວຍບຳລຸງຜິວພັນໃຫ້ສົດໃສ ຫຼຸດຜ່ອນຄວາມເຖົ້າ ແລະ ຊ່ວຍຕ້ານອານຸມູນອິດສະຫຼະແລ້ວ ເຊີີຣີຍັງຊ່ວຍໃຫ້ສາວໆອາລົມດີຂຶ້ນອີກນຳ ເນື່ອງຈາກເຊີຣີມີສານທີ່ຊື່ວ່າ ແອນໂທໄຊຍານິນ (anthocyanin) ຊຶ່ງເປັນເມັດສີທີ່ເຮັດໃຫ້ໝາກໄມ້ຊະນິດນີ້ມີສີສັນສົດໃສ ແລະ ມີສັບພະຄຸນທີ່ສຳຄັນຄືເຮັດໃຫ້ຄົນກິນມີຄວາມສຸກ ໃນທາງການແພດເຊີຣີຈັດໄດ້ວ່າເປັນ “ແອັດສໄພລິນທຳມະຊາດ” ເລີຍແຫຼະ
2. ກ້ວຍ
ກ້ວຍທຸກຊະນິດບໍ່ວ່າຈະເປັນກ້ວຍໄຂ່ ກ້ວຍນ້ຳ ກ້ວຍຫອມ ຫຼື ກ້ວຍອື່ນໆນອກຈາກຈະຫາກິນງ່າຍ ແລະ ມີລາຄາຖືກແລ້ວ ຍັງອຸດົມໄປດ້ວຍຄຸນປະໂຫຍດຫຼວງຫຼາຍ ດ້ວຍທາດໂປຕາສຊ້ຽມ (Potassium) ທີ່ສູງ ແຕ່ໂຊດ້ຽມຕ່ຳ ກ້ວຍຈຶ່ງຊ່ວຍໃນການຫຼຸດຄວາມດັນເລືອດ ມີທາດເຫຼັກສູງທີ່ຊ່ວຍກະຕຸ້ນການຜະລິດເຮໂມໂກລບິນ(Hemoglobin) ໃນເລືອດ ເຮັດໃຫ້ຜິວພັນຂອງທ່ານສ່ອງແສງມີເລືອດຝາດ ແລະ ປະລິມານເສັ້ນໄຍອາຫານທີ່ມີຢູ່ຫຼາຍຍັງຊ່ວຍໃຫ້ລະບົບຂັບຖ່າຍເປັນປົກກະຕິນຳ ກ້ວຍຍັງມີສ່ວນປະກອບຂອງວິຕາມິນບີ 6 ຊ່ວຍຮັກສາລະດັບນຳຕານໃນເລືອດໃຫ້ຄົງທີ່ ຊຶ່ງມີຜົນໄປເຖິງອາລົມສຳຫຼັບສາວໆ ທີ່ມາອາການກ່ອນມີປະຈຳເດືອນ (PMS-Premenstrual Syndrome) ການກິນກ້ວຍຈຶ່ງຊ່ວຍໃຫ້ອາລົມດີຂຶ້ນ
3. ແອັບເປິ້ນ
ເປັນທີ່ຮູ້ຈັກກັນມາດົນແລ້ວວ່າແອບເປິ້ນອຸດົມໄປດ້ວຍສານແອນຕີອ໋ອກຊີແດນ (Antioxidant) ຊ່ວຍກຳຈັດຕົວການທີ່ເຮັດໃຫ້ເຊວເຊື່ອມສະພາບ ສຳຫຼັບສາວໆທີ່ຕ້ອງການຄວາມສົດໃສ ຂໍແນະນຳໃຫ້ເລືອກກິນ “ແອັບເປິ້ນສີບົວ” ທີ່ມີສານພິໂລນິກ (phenolic) ຊຶ່ງຈະຊ່ວຍຢຸດຢັ້ງການເກີດຝາ ແລະ ຊະລໍຄວາມເຖົ້າໃຫ້ຜິວໜັງ ພ້ອມທັງມີສານຟລາໂວນອຍ (Flavonoids) ທີ່ເພີ່ມການດູດຊຶມວິຕາມິນຊີ ແລະ ເຮັດໃຫ້ຝາຫຼອດເລືຶອດຝອຍແຂງແຮງນຳ
4. ສະຕໍເບີຣີ
ອຸດົມດ້ວຍວິຕາມິນຊີ ແລະ ໄຟຕິວຣຽນທີ່ຈະເຮັດໃຫ້ອະນຸມູນອິດສະຫຼະໝົດລິດ ຊ່ວຍຄືນຄວາມໜຸ່ມໃຫ້ລະບົບປະສາດ ຜ່ອນຄາຍຄວາມເມື່ອຍຂອງສະໝອງ ແລະ ເຮັດໃຫ້ສະໝອງຂອງທ່ານຕືີ່ນຕົວ ສາມາດຈື່ຈຳສິ່ງຕ່າງໆໄດ້ຢ່າງຕົງປະເດັນ
5. ຜັກໃບຂຽວຕ່າງໆ
ອາຍຸຫຼາຍຂຶ້ນ ຄວາມສ່ຽງຕໍ່ພະຍາດຕ່າງໆ ໂດຍສະເພາະພະຍາດຫົວໃຈກໍ່ເພີ່ມຫຼາຍຂຶ້ນໄປນຳ ການກິນຜັກໃບຂຽວທຸກມື້ຈະຊ່ວຍຫຼຸດຄວາມສ່ຽງພະຍາດນີ້ໄດ້ເຖິງ 11 ສ່ວນຮ້ອຍ ທັງຍັງຊ່ວຍໃນເລື່ອງການເບິ່ງເຫັນ ເນື່ອງຈາກມີແຄໂຣທີນອຍ (carotenoid) ເຖິງສອງຊະນິດຄື ລູທີນ (Lutein) ແລະ ຊີແຊນທິນ (Zeaxanthin) ເຊິ່ງຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດພະຍາດຕໍ່ຕາເຊື່ອມອັນເນື່ອງມາຈາກໄວອາຍຸ ແລະ ຍັງອຸດົມໄປດ້ວຍກົດໂຟລິກ (Folic Acid) ທີ່ຈະຊ່ວຍໃຫ້ຮ່າງກາຍຜະລິດເຊວໃໝ່ໆ ທັງເປັນແຫຼ່ງວິຕາມິນອີ ແລະ ໂຟເລດ (folate) ທີ່ຈະຊ່ວຍຊະລໍບັນຫາຄວາມຈຳເຊື່ອມ
ຮູ້ຈັງຊີ່ແລ້ວ ຢາກຊະລໍຄວາມເຖົ້າໃຫ້ຜິວໜັງ ຊອກຫາມາກິນຢ່າງໄວເດີ້... ຈຮາາາ
วันพฤหัสบดีที่ 11 มกราคม พ.ศ. 2561
ຮູ້ຫຼືບໍ່ ເຮັດຈັງຊີ່ ເຊວມະເຮັງມັກຫຼາຍໆ
ຮູ້ຫຼືບໍ່ ເຮັດຈັງຊີ່ ເຊວມະເຮັງມັກຫລ້າຍ ມັກຫລາຍເດີ້...ຈຮາາາ
ຢາກຮູ້ບໍ່ມະເຮັງມັກຫຍັງ ໃຜທີ່ບໍ່ຢາກເປັນມະເຮັ້ງ ມະເຮັງ ເບິ່ງທາງນີ້ເລີຍຈ້າ ມີສານອາຫານທີ່ເຊວມະເຮັງມັກຫລ້າຍ ມັກຫລາຍມາເວົ້າສູ່ຟັງ
1 ນ້ຳຕານ ເຊັ່ນ ນ້ຳຕານຊາຍຂາວ ໂດຍໃຊ້ນ້ຳຕານຈາກທຳມະຊາດແທນ ເຊັ່ນ ນ້ຳຜຶ້ງ ແຕ່ຕ້ອງໃຊ້ໃນປະລິມານທີ່ນ້ອຍມາກ ເກືອ ມີສານຈຳເປັນທີ່ມະເຮັງນຳໄປໃຊ້ ຄວນງົດຫຼືໃຊ້ໃນປະລິມານນ້ອຍ
2. ນົມຄວນດື່ມນ້ຳນົມຖົ່ວເຫລືອງທົດແທນ
3. ເຊວມະເຮັງ ຈະເລີນເຕີບໂຕໃນສະພາບທີ່ເປັນອາຊິດ ການບໍລິໂພກເນື້ອສັດເຮັດໃຫ້ເກີດສະພາບເປັນອາຊິດ ຄວນກິນອາຫານປະເພດປາດີກວ່າໝູ ເນື້ອ ແລະ ເນື້ອສັດມີແບກທີເລຍ ໃຊ້ຮໍໂມນໃນການຈະເລີນເຕີບໂຕປົນເປື້ອນທີ່ເປັນອັນຕະລາຍຕໍ່ຄົນໄຂ້ທີ່ເປັນມະເຮັງ
4. 80% ຂອງຜັກແລະນ້ຳຫມາກໄມ້ສົດ ຖົ່ວເມັດແຫ້ງ ທັນຍະພືດ ຊິຊ່ວຍໃຫ້ຮ່າງກາຍມີສະພາບເປັນດ່າງ 20% ຈາກອາຫານທີ່ປຸງແລ້ວ ນ້ຳຜັກແລະຫມາກໄມ້ສົດຊິໃຫ້ເອນໄຊທີ່ງ່າຍຕໍ່ການດູດຊຶມເຂົ້າສູ່ຮ່າງກາຍ ເພື່ອໄປເສີມສ້າງຄວາມແຂງແຮງໃຫ້ເຊວທີ່ດີ ດັງນັນຄວນດື່ມນ້ຳຜັກສົດ ແລະກິນຜັກດິບ 2-3 ເທືອຕໍ່ມື້
5. ຫລີກລ່ຽງຊາ ກາເຟ ຊອກໂກເລັດ ທີ່ມີຄາເຟອີນທີ່ສູງ ເປັນດື່ມຊາຂຽວທີ່ມີສານຕ້ານມະເຮັງ ດື່ມນ້ຳສະອາດຫຼືກອງນ້ຳທີ່ດີສຸດ ຫລີກລ່ຽງນ້ຳປະປາ ແລະເຄື່ອງດື່ມແອວກໍຮໍທີ່ມີສະພາບເປັນອາຊິດ
6 ເນື້ອສັດຍ່ອຍຍາກ ແລະຕ້ອງການເອນໄຊຍ່ອຍເປັນຈຳນວນມາກ ແລະເນື້ອທີ່ຍ່ອຍບໍ່ຫມົດຊິຄົງຕົກຄ້າງຢູ່ໃນລຳໄສ້ ອັນນຳໄປສູ່ສານພິດຕົກຄ້າງ
7 ເຊວມະເຮັງມີໂປຕີນທີ່ຢາກຕໍ່ການທຳລາຍເປັນເກາະປ້ອງກັນ ການບໍລິໂພກເນື້ອສັດນ້ອຍລົງຊິເຮັດໃຫ້ຮະບົບພູມຄຸ້ມກັນຂອງຮ່າງກາຍໄປທຳລາຍເຊວມະເຮັງໄດ້ງ່າຍຂຶ້ນ
8. ອາຫານເສີມບາງຢ່າງຊ່ວຍສົ່ງເສີມຄວາມແຂງແກ່ງໃຫ້ກັບລະບົບພູມຄຸ້ມກັນ ເພື່ອໄປທຳລາຍເຊວມະເຮັງ ເຊັ່ນ ວິຕາມິນອີ ວິຕາມິນຊີ
9. ເຊວມະເຮັງ ເປັນເຊື້ອພະຍາດຂອງຈິດໃຈ ຮ່າງກາຍ ແລະ ຈິດວິນຍານ ການຄວບຄຸມອາລົມແລະການມອງໂລກໃນແງ່ດີຈະຊ່ວຍໃຫ້ລະບົບພູມຄຸ້ມກັນດີຂຶ້ນ ອາລົມຂີ້ຫ້າຍຫຼືຄວາມຄຽດຊິສ້າງສະພາບຄວາມເປັນອາຊິດໃຫ້ຮ່າງກາຍ ຄວນຮຽວຣູ້ທີ່ຊິຮັກແລະໃຫ້ອະໄພ ພັກຜ່ອນແລະມ່ວນນຳການໃຊ້ຊີວິດ
10 ເຊວມະເຮັງບໍ່ສາມາດຈະເລີນເຕີບໂຕໃນບ່ອນທີ່ມີອອກຊິເຈນ ການອອກກຳລັງກາຍທຸກມື້ ແລະຫາຍໃຈເຂົ້າລືກໆຊິຊ່ວຍເພີ່ມລະດັບອອກຊິເຈນໃນເຊວ ການບຳບັດດ້ວຍອອກຊິເຈນກໍເປັນທາງເລືອກທີ່ຊິທຳລາຍເຊວມະເຮັງ
ຖ້າຮູ້ຈັງຊີ່ແລ້ວບໍ່ຢາກຊິເປັນມະເຮັງ ຫັນມາຮັກສາສຸຂະພາບກັນດີກວ່າເດີ້... ຈຮາາາ
สมัครสมาชิก:
บทความ (Atom)