แสดงบทความที่มีป้ายกำกับ สมุนไพร แสดงบทความทั้งหมด
แสดงบทความที่มีป้ายกำกับ สมุนไพร แสดงบทความทั้งหมด

วันเสาร์ที่ 17 กุมภาพันธ์ พ.ศ. 2561

ລ້າງສານພິດງ່າຍໆດ້ວຍນ້ຳໝາກນາວ ເຮັດໃຫ້ສຸຂະພາບດີເດີ້

ລ້າງສານພິດງ່າຍໆດ້ວຍນ້ຳໝາກນາວ ເຮັດໃຫ້ສຸຂະພາບດີເດີ້..ຈຣາາາ

ການລ້າງສານພິດນັ້ນມີຄວາມສຳຄັນຫຼາຍ ເພາະຖ້າຫາກສານພິດຕ່າງໆ ທີ່ມາຈາກອາຫານ ອາກາດ ຖ້າຫາກເຮົາບໍ່ກຳຈັດອອກ ມີແຕ່ບຳລຸງຢ່າງດຽວກໍບໍ່ເປັນຜົນດີ ການລ້າງສານພິດຄືການຂັບຖ່າຍໃຫ້ເປັນປົກກະຕິໃນທຸກໆເຊົ້າ ຫາກໄຜທີ່ທ້ອງຜູກຕະຫຼອດ ຈະສັງເກດໄດ້ເຖິງຄວາມຜິດປົກກະຕິທີ່ສະແດງອອກມາບໍ່ວ່າຊິເປັນ ສິວຢູ່ໜ້າ ບໍ່ສະບາຍຕະຫຼອດ

ການລ້າງສານພິດທີ່ດີທີ່ສຸດ ສຳລັບຄົນທີ່ທ້ອງຜູກ ແລະຄົນທີ່ປົກກະຕິແຕ່ຕ້ອງການລ້າງສານພິດອອກມາທາງລະບົບຂັບຖ່າຍໃຫ້ໄດ້ດີທີ່ສຸດແມ່ນ "ໝາກນາວ" ການກິນນ້ຳໝາກນາວລ້າງສານພິດ ສາມາດເຮັດໄດ້ໃນຕອນເຊົ້າ

ວິທີເຮັດຄື
ຕົ້ມນ້ຳໃຫ້ຟົດດີ ແລ້ວປົງປະໄວ້ໃຫ້ນ້ຳອຸ່ນ ຈາກນັ້ນກໍເອົານ້ຳອຸ່ນນັ້ນຖອກໃສ່ແກ້ວ ປະລິມານຕ່ຳສຸດແມ່ນ 300 ມິນລີລິດ ຈາກນັ້ນໃຫ້ບີບນ້ຳໝາກນາວ 1 ຫນ່ວຍ ຄົນໃຫ້ເຂົ້າກັນ ແລ້ວກິນທັນທີໃນເວລາທ້ອງວ່າງ ໃນຕອນເຊົ້ານັ້ນ ເວົ້າໄດ້ວ່າ ຫາກຕື່ນຂຶ້ນມາຕອນເຊົ້ານັ້ນ ກໍເຮັດເລີຍ ຕ້ອງກິນນ້ຳໝາກນາວລ້າງສານພິດກ່ອນກິນອາຫານ ຈຶ່ງໄດ້ຜົນເພື່ອກະຕຸ້ນການຂັບຖ່າຍ ເຊິ່ງເມື່ອກິນນ້ຳໝາກນາວປະມານ 20 ນາທີ ຈະຮູ້ສຶກໄດ້ວ່າ ຮູ້ສຶກເຈັບທ້ອງຖ່າຍ ຫາກເຮັດຕະຫຼອດ ກໍຈະຊ່ວຍລ້າງສານພິດໃນຮ່າງກາຍໄດ້ ແລະໝາກນາວຍັງຊ່ວຍສະຫຼາຍໄຂມັນ ຫຼຸດຄໍເລດເຕີລໍ້ ແລະຊ່ວຍຫຼຸດນ້ຳໜັກໃນຮ່າງກາຍໄດ້ດີອີກດ້ວຍ


ຂໍຂອບໃຈ
Laopost

วันอาทิตย์ที่ 11 กุมภาพันธ์ พ.ศ. 2561

ບົວຫິມະ ພືດມະຫັດສະຈັນ ລົດໄຂມັນ ນ້ຳຕານ ຄວາມດັນເລືອດສູງ

ບົວຫິມະ ພືດມະຫັດສະຈັນ ລົດໄຂມັນ ນ້ຳຕານ ຄວາມດັນເລືອດສູງ

ຫາກເວົ້າເຖິງ ບົວຫິມະ ເຊື່ອວ່າຫຼາຍຄົນໜ້າຈະຮູ້ຈັກໃນແບບຂອງຄຣີມ ບົວຫິມະທີ່ບັນຈຸຢູ່ໃນກະປຸກ ອາດຈະຊື້ຕອນໄປທ່ອງທ່ຽວປະເທດຈີນ ແຕ່ແທ້ຈິງແລ້ວ ບົວຫິມະທີ່ເປັນພືດສົດໆ ບໍ່ແມນຄຣີມ ບົວຫິມະ ມີປະໂຫຍດໃນດ້ານຂອງສຸຂະພາບຫຼາຍທີ່ສຸດ

ບົວຫິມະ ຈັດເປັນພືດປະເພດຫົວທີ່ກິນສົດໆ ບໍ່ມີລົດຊາດ ຄືຫົວມັນແກວປະສົມຫົວແຫ້ວ ແລະ ສາລີ້ ເຕັມໄປດ້ວຍສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ

ປະໂຫຍດບົວຫິມະມີຫຍັງແດ່ ມາເບິ່ງກັນເລີຍ

1.ມີສານຕ້ານອະນຸມູນອິດສະຫຼະສູງ ຈຶ່ງຊ່ວຍບຳລຸງຜິວພັນໃຫ້ເຕັ່ງຕຶງ ແລະ ຫຼຸດຄວາມສ່ຽງໃນການເກີດໂລກມະເຮັງໄດ້

2.ຊ່ວຍຜ່ອນຄວາມສ່ຽງຂອງຮ່າງກາຍເຮັດໃຫ້ເຮົາຄົງຄວາມອ່ອນເຍົາ ແລະ ແກ່ຊ້າລົງ

3.ໃຫ້ Calorie ຕໍ່ຳແຕ່ໄຍອາຫານສູງ ຈຶ່ງເໝາະສຸດໆ ກັບຜູ້ທີ່ກຳລັງຄວບຄຸມນ້ຳໜັກ

4.ເນື່ອງຈາກມີໄຍອາຫານສູງຈຶ່ງຊ່ວຍໃຫ້ການຂັບຖ່າຍຄ່ອງຕົວຫຼາຍຂຶ້ນ

5.ຊ່ວຍຫຼຸດໄຂມັນໃນເລືອດ ແລະ ຫຼຸດນ້ຳຕານໃນເລືອດໄດ້

6.ປ້ອງກັນໂລກໄຂມັນອຸດຕັນເສັ້ນເລືອດ, ເສັ້ນເລືອດຕີບຕັນ ແລະ ໂລກອື່ນໆ ທີ່ກ່ຽວຂ່ອງກັບຫົວໃຈ ແລະ ຫຼອດເລືອດໄດ້

7.ຫຼຸດລະດັບຄວາມດັນເລືອດສູງໄດ້

ຂໍ້ຄວນລະວັງໃນການກິນບົວຫິມະ ກໍມີເດີ້ ເພາະມີບາງຄົນແພ້ບົວຫິມະໄດ້ເຊັ່ນກັນ ເພາະສະນັ້ນ ຢ່າກິນເປັນຈຳນວນຫຼາຍໃນຄັ້ງທຳອິດທີ່ກິນ ເດີ້..ຈຣາາ


ຂໍຂອບໃຈ
Sanook Muan

วันจันทร์ที่ 5 กุมภาพันธ์ พ.ศ. 2561

ຫຼຸດນ້ຳຕານໃນເລືອດ ຕ້ານມະເຮັງ ດ້ວຍດອກອັນຊັນ

10 ປະໂຫຍດດີໆຈາກ ດອກອັນຊັນ ຫຼຸດນ້ຳຕານໃນເລືອດ ຕ້ານມະເຮັງ

ນອກຈາກຈະໃຫ້ສີຟ້າທີ່ງາມສົດໃສແລ້ວ ເມື່ອນຳໄປປະກອບອາຫານ ເຊັ່ນ ຂະໜົມ ດອກອັນຊັນຍັງມີປະໂຫຍດອີກຫຼາຍຢ່າງທີ່ທ່ານອາດຍັງບໍ່ຮູ້ ພຽງແຕ່ນຳມາຄັ້ນສົດ ຫຼື ນ້ຳຕົ້ມດອກອັນຊັນເທົ່ານັ້ນ ງ່າຍໆແບບນີ້ ແຕ່ໃຫ້ຜົນດີຕໍ່ສຸຂະພາບມະຫາສານເລີຍ

10 ປະໂຫຍດດີໆ ຈາກດອກອັນຊັນ ມີຫຍັງແດ່..ມາເບິ່ງກັນເລີຍ

1.ບຳລຸງສາຍຕາ ປ້ອງກັນອາການຕາຟາງ, ຕາຈື້ນ, ແລະ ປ້ອງກັນໂລກຕໍ້ແກ້ວຕາ
2.ຊ່ວຍຫຼຸດນ້ຳຕານໃນເລືອດ ເຫມາະກັບຜູ້ປ່ວຍເບົາຫວານ
3.ເພີ່ມພູມຕ້ານທານໃຫ້ກັບຮ່າງກາຍ
4.ຂັບນ້ຳຍ່ຽວ ແລະ ເປັນຢາລະບາຍອ່ອນໆ
5.ມີສານຕ້ານອະນຸມູນອິດສະຫຼະ ຊ່ວຍຕໍ່ຕ້ານໂລກມະເຮັງໄດ້
6.ຊ່່ວຍຫຼຸດຜ່ອນການເກີດຮອຍຫົວ ແລະ ເບິ່ງແຍງຜິວພັບໃຫ້ເຕັ່ງຕຶງ
7.ຫຼຸດຄວາມສ່ຽງໃນການເປັນໂລກໄຂມັນອຸດຕັນເສັ້ນເລືອດ
8.ບຳລຸງຜິວໃຫ້ເງົາງາມ, ດົກດຳ ມັກເປັນສ່ວນປະກອບຂອງຢາສະຫົວ ຫຼື ຄຣີມບຳລຸງຜົມ
9.ຊ່ວຍລະລາຍເສັ້ນເລືອດຂອດ
10.ຊ່ອຍໃຫ້ລະບົບໂລຫິດໄຫຼວຽນໄດ້ດີຍິ່ງຂຶ້ນ

ວິທີກິນກໍງ່າຍ ຄັ້ນສົດປະສົມນ້ຳດື່ມ ຈະໃສ່ນ້ຳເຜີ້ງ ຫຼື ນ້ຳໝາກນາວເພື່ອເພີ່ມລົດຊາດລົງໄປແດ່ກໍໄດ້ແຕ່ຢ່າໃສ່ນ້ຳຕານຫຼາຍຈົນເກີນໄປ ເພາະບໍ່ຢ່າງນັ້ນ ແທນທີ່ດອກອັນຊັນຈະຊ່ວຍຫຼຸດນ້ຳຕານໃນເລືອດ ອາດຈະກາຍເປັນເພີ່ມນ້ຳຕານໃນເລືອດແທນ ດື່ມເຍັນໆຊື່ນໃຈຫຼາຍ ຫຼື ຈະລວກກິນກັບແຈ່ວກະແຊບຄືກັນ


ຂໍຂອບໃຈ  Sanook Muan

วันอังคารที่ 30 มกราคม พ.ศ. 2561

8 ສະໝຸນໄພ ຊ່ວຍເບິ່ງແຍງສຸຂະພາບໃນ ລະດູໜາວ

8 ສະໝຸນໄພ ຊ່ວຍເບິ່ງແຍງສຸຂະພາບໃນ ລະດູໜາວ

ລະດູ​ໜາວ ​ມາ​ຮອດ​ແລ້ວ ຫລາຍໆ​ຄົົນທີ່​​ມັກ​ລະດູ​ການ​ນີ້ ​ເພາະ​ວ່າ​ອາ​ກາດ​ບໍ່​ຮ້ອນ ​ແລະ ​ເຢັນ​ສະບາຍ ແຕ່​ບາງ​ຄົົນທີ່​ມັກ​ໜາວ​ກໍ​ບໍ່​ມັກ​ອາ​ກາດ​ເຢັນໆ​ເຊັ່ນ​ກັນ ມື້​ນີ້​​ມີ​ວິທີ​ກຽມ​ໂຕ​ກ່ອນ​ເຂົ້າ​ລະດູ​ໜາວ​ງ່າຍໆ​ມາ​ຝາກ​ກັນ​ ໂດຍ​ການ​ໃຊ້​ສະ​ໝຸນ​ໄພ​ຂອງ​ບ້ານເຮົາ​ນີ້​ເອງ ສາມາດ​ຊ່ວຍ​ແກ້​ໜາວ ແລະ ​ຊ່ວຍ​ປັບ​ສົມ​ດຸນ​ຂອງ​ທາດ​ຕ່າງໆ​ໃນ​ຮ່າງກາຍ​ຂອງ​ເຮົາ​ໄດ້​ນໍາອີກ​


ຕາມ​ຫລັກ​ທິດສະດີ​ຂອງ​ໝໍ​ພື້ນເມືອງກ່າວ​ໄວ້​ວ່າ ຮ່າງກາຍ​ຂອງ​ຄົນ​ເຮົາ​ມີ​ທາດ​ເປັນ​ອົງ​ປະກອບ​ ໄດ້​ແກ່ ດິນ ນ້ຳ ລົມ ໄຟ ແລະ ​ອາການ​ເຈັບ​ປ່ວຍ​ຂອງ​ຄົນ​ເຮົາ ມັກ​ຈະ​ຂຶ້ນ​ຢູ່​ກັບ​ການ​ເສຍ​ສົມ​ດຸນ​ຂອງ​ທາດ​ນັ້ນໆ ສ່ວນ​ໃຫຍ່​ການ​ເຈັບ​ປ່ວຍ​ໃນ ລະດູ​ໜາວ ມັກ​ຈະ​ກ່ຽວກັບ​ທາດ​ນ້ຳ​ໃນ​ຮ່າງກາຍ​ທີ່​ເກີດ​ການ​ເສຍ​ສົມ​ດຸນ​ຮ່າງກາຍ​ຈະ​ເກີດ​ອາການ​ທີ່​ພົບ​ເລື້ອຍໆ ຄື ອາການ​ເຈັບ​ຄໍ ແສບ​ຄໍ ມີ​ຂີ້ກະເທີ ອາການ​ດັ່ງ​ກ່າວ​ເກີດ​ຈາກ​ກຸ່ມ​ອາການ​ຂອງ​ພະຍາດ​ລະບົບ​ທາງເດີນ​ຫາຍ​ໃຈ ຄົນບ້ານເຮົາ​ຈຶ່ງ​ມີ​ວິທີ​ການ​ເບິ່ງແຍງ​ສຸຂະພາບ​ໃນ​ລະດູ​ໜາວ​ດ້ວຍ​ການ​ປັບ​ໃຊ້​ໂດຍ​ການ​ນຳ​ເອົາ​ສະ​ໝຸນ​ໄພ​ເພື່ອ​ປ້ອງ​ການ​ການ​ແກ້​ໜາວ​ເພາະ​ເປັນ​ສະ​ໝຸນ​ໄພ​ທີ່​ຫາ​ຊື້​ໄດ້​ງ່າຍ​ຕາມ​ຕະຫລາດ ຫລື ​ບາງ​ເຮືອນ​ກໍ​ມີ​ປູກ​ໄວ້​ໃນ​ເຮືອນ​ຂອງ​ຕົນເອງ ການ​ປັບ​ສົມ​ດຸນ​ຂອງ​ທາດ​ນ້ຳ ມີ​ດັ່ງ​ຕໍ່ໄປນີ້

1. ໝາກເພັດ ​ມີ​ສານ​ແຄບ​ໄຊ​ຊິນ (capsaicin) ຈະ​ເຮັດໃຫ້​ຊ່ວຍ​ໃນ​ການ​ໄຫລ​ວຽນ​ຂອງ​ເລືອດ​ໃນ​ຮ່າງກາຍ​ຂອງ​ເຮົາ ແລະ ​ຊ່ວຍ​ໃນ​ການ​ທີ່​ຈະ​ເຮັດໃຫ້​ເກີດ​ຄວາມ​ເຢັນ​ບໍລິເວນ​ປາຍ​ນິ້ວ​ມື ແລະ ນິ້ວ​ຕີນຫ​ລຸດ​ລົງ



2. ກະ​ທຽມ ຈະ​ຊ່ວຍ​ເພີ່ມ​ການ​ໄຫລ​ວຽນ​ຂອງ​ເລືອດ ໂດຍ​ສະເພາະ​ບໍລິເວນ​ຜິວ​ໜັງ ສາມາດ​ນຳ​ມາ​ປຸງ​ເປັນ​ອາຫານ​ ຫລື ກິນ​ສົດໆ ໄດ້​ທັນທີ


3. ຂີງ ເຊິ່ງ​ມີ​ສານ​ ຈິງ​ເກີ​ຣອນ (gingerol) ເຊິ່ງ​ຈະ​ຊ່ວຍ​ຫລຸດ​ໂຄ​ເລດ​ເຕີ​ລໍ​ຊະນິດ​ທີ່​ບໍ່​ດີ​ໃນ​ຮ່າງກາຍ ແລະ ​ຊ່ວຍ​ເຮັດໃຫ້​ຫລອດ​ເລືອດ​ບໍ່​ແຂງ​ໂຕ


4. ຂ່າ ຈະ​ມີ​ປະໂຫຍດ​ໃນ​ການ​ບຳ​ລຸງ​ທາດ​ໄຟ ແລະ ​ຊ່ວຍ​ຍ່ອຍ​ອາຫານ​ແຖມ​ຍັງ​ຊ່ວຍ​ແກ້​ອາການ​ປຸ້ນທ້ອງຮາກ ຊ່ວຍ​ຫລຸດ​ຂີ້ກະເທີ ບຳ​ລຸງ​ຮ່າງກາຍ ​ແລະ ​ຍັງ​ຊ່ວຍ​ເພີ່ມ​ການ​ໄຫລ​ວຽນ​ຂອງ​ເລືອດ ເປັນ​ສະ​ໝຸນ​ໄພ​ຕ້ານ​ມະ​ເຮັງນໍາ​ອີກ​


5. ຫວານຫົດ ເປັນ​ພືດ​ທີ່​ມີ​ລົດ​ຮ້ອນ ເຊິ່ງ​ມີ​ວິ​ຕາ​ມິນ​ເອ ບີ12 ແລະ ​ຍັງມີ​ແຄ​ຊຽມ ຊ່ວຍ​ລະບົບ​ການ​ຍ່ອຍ​ອາຫານ ແລະ ​ຈຸກ ສຽດ​ໃນ​ກະເພາະ​ອາຫານ​ນໍາອີກ​



6. ກະ​ເພົາ ໃບ​ສົດ​ມີ​ນ້ຳ​ມັນ​ຫອມ​ລະ​ເຫີຍ ເຊິ່ງ​ປະກອບ​ດ້ວຍ linalool methyl chavicol  ສັບ​ພະຄຸນ ເປັນ​ຢາ​ຂັບ​ລົມ ຊ່ວຍຫ​ລຸດ​ອາການ​ຈຸກ​ສຽດ ຍິ່ງ​ຖ້າ​ນຳ​ໃບ​ສົດ​ມາ​ຄັ້ນ​ໃຫ້ເປັນ​ນ້ຳ​ຊ່ວຍ​ໃນ​ການ​ຂັບ​ຂີ້ກະເທີ ຂັບ​ເຫື່ອ ແຕ່​ຖ້າ​ຫາກ​ມີ​ແຜ ​ຫລື ​ເປັນ​ພະຍາດ​ຜິວ​ໜັງ ນຳ​ນ້ຳ​ກະ​ເພົາ​ທີ່​ຄັ້ນ​ແລ້ວ​ມາ​ທາ​ບໍລິເວນ​ຜິວ​ໜັງ ​ເຊິ່ງ​ຈະ​ຊ່ວຍ​ຂ້າ​ເຊື້ອ​ຈຸລິນຊີ​ໄດ້​ໃນ​ບາງ​ຊະນິດ ນອກ​ຈາກ​ນີ້​ຍັງ​ສາມາດ​ປ້ອງ​ກັນ​ຍຸງ​ໄດ້​ດົນ 2 ຊົ່ວ​ໂມງ



7. ບົວລະພາ ເລືອກ​ໃຊ້​ແຕ່​ໃບ​ຄັ້ນ​ເອົາ​ນ້ຳ​ປະ​ມານ 1 ຖ້ວຍ ມາ​ປະສົມ​ກັບ​ນ້ຳ​ເຜິ້ງ ກິນ​ແກ້​ໄອ ຈະ​ຊ່ວຍ​ຫລຸດ​ອາການ​ຫລອດລົມ​ອັກ​ເສບ ແລະ ​ຍັງ​ສາມາດ​ຊ່ວຍ​ໃນ​ການ​ຂັບ​ເຫື່ອ​ໄດ້​ດີ​ນໍາອີກ



8. ກະ​ເດົາ ມີ​ຄຸນຄ່າ​ທາງ​ອາຫານ​ໄດ້​ແກ່ ໂປ​ຕີນ ຄາ​ໂບ​ໄຮ​ເດ​ດ ​ແຄ​ຊຽມ ຟອດ​ຟໍ​ລັດ ເຫລັກ ເສັ້ນ​ໃຍ ເບ​ຕ້າ​ແຄ​ໂລ​ທີນ ວິ​ຕາ​ມິນ​ເອ ວິ​ຕາ​ມິບີ1 ແລະ 2 ວິ​ຕາ​ມິນ​ຊີ ແລະ ​ໄນ​ອາ​ຊີນ ປະໂຫຍດ​ຂອງ​ກະ​ເດົາ ມີ​ສັບພະຄຸນ​​ບຳ​ລຸງ​ທາດ​ໄຟ ສ້າງ​ພູ​ມ​ຕ້ານ​ທານ​ໃຫ້​ຮ່າງກາຍ ແລະ ​ແກ້​ໄຂ ຊ່ວຍ​ໃຫ້​ຂັບຖ່າຍ​​ລະອຽດ ຂັບ​ຖ່າຍ​ຄ່ອງ ແລະ ​ຊ່ວຍ​ໃຫ້​ນອນ​ຫລັບ​ສະບາຍ ສ່ວນ​ໃຫຍ່​ຈະ​ນິຍົມ​ນຳ​ດອກ ​ແລະ ​ໃບ​ນຳ​ມາ​ກິນ



ນອກ​ຈາກ​ເລື່ອງ​ການ​ປັບ​ສົມ​ດຸນ​ຂອງ​ທາດ​ໃນ​ຮ່າງກາຍ​ແລ້ວ ໃນ ລະດູ​ໜາວ ຍັງມີ​ບັນຫາ​ເລື່ອງ​ຜິວ​ໜັງ​ແຫ້ງ ຖື​ເປັນ​ບັນຫາ​ທີ່​ສ້າງ​ຄວາມ​ລຳ​ຄານ​ແກ່​ທຸກ​ຄົນ​ໄດ້​ຫາກ​ບໍ່​ດູແລຮັກສາ​ເພາະ​ເມື່ອ​ຜິວ​ໜັງ​ແຫ້ງ​ຈະ​ເຮັດໃຫ້​ຮູ້ສຶກ​ຄັນ ລຳ​ຄານ ບາງ​ຄົນ​ຈະ​ຮູ້ສຶກ​ແສບ​ຮ້ອນ​ມັກ​ເກົາ​ບໍລິເວນ​ຜິວ​ໜັງ​ທີ່​ຄັນ​ຈົນ​ເກີດ​ແຜ​ອັກ​ເສບ​ເລືອດ​ອອກ ແລະ ​ມີ​ເຊື້ອ​ພະຍາດ​ເຂົ້າ​ສູ່​ຮ່າງກາຍ​ເກີດ​ອາການ​ອັກ​ເສບ ເຊິ່ງ​ຫາກ​ມີ​ຜິວ​ແຫ້ງ ມີ​ຂໍ້​ແນະ​ນຳ​ໃຫ້​ນຳ​ນ້ຳ​ມັນ​ໝາກ​ກອກ​ບໍລິສຸດ​ທາ​ຈະ​ຊ່ວຍ​ໃຫ້​ຜິວ​ເກີດ​ຄວາມ​ຊຸ່ມ​ຊື່ນ​ໄດ້​ດົນ ຫາກ​ໃຊ້​ນ້ຳ​ມັນ​ໝາກພ້າວ​ ຫລື  ​ນ້ຳ​ມັນ​ງາ ​ຈະ​ຊ່ວຍຫ​ລຸດ​ອາການ​ອັກ​ເສບ​ຂອງ​ຜິວ​ໜັງ ປ້ອງ​ກັນ​ມະ​ເຮັງ​ຜິວ​ໜັງ​ທີ່​ເກີດ​ຈາກ​ແສງ​ແດດ​ໄດ້

ປະໂຫຍດ​ທັງ​ຫລາຍ​ຂອງ​ພືດ ​ແລະ ​ສະ​ໝຸນ​ໄພ​ທີ່​ກ່າວ​ມາ​ທັງ​ໝົດ​ນີ້ ບໍ່​ໄດ້​ມີ​ປະໂຫຍດ​ສະເພາະ ລະດູ​ໜາວ ພຽງ​ເທົ່າ​ນັ້ນ ​ທຸກ​ຄົນ​ສາມາດ​ນຳ​ມາ​ປຸງ​ອາຫານ​ໄດ້​​ທຸກໆ​ລະດູ ແລະ​ ອີກ​ຢ່າງ​ທີ່​ທຸກ​ຄົນ​ຄວນ​ສົນ​ໃຈ​ ແລະ ​ໃສ່​ໃຈ​ທີ່​ຈະ​ເຮັດ​ຮ່ວມ​ໄປ​ດ້ວຍ​ຄື​ການ​ໄດ້​ອອກ​ກຳ​ລັງ​ກາຍ​ເປັນ​ປະຈຳ​ຢ່າ​ງສະ​ມໍ່າ​ສະເໝີ ເພື່ອ​ສຸຂະພາບ​ຈະ​ໄດ້​ແຂງ​ແຮງນໍາ​ອີກ​

ຂໍຂອບໃຈ
Laopost

วันอาทิตย์ที่ 28 มกราคม พ.ศ. 2561

ສຸດຍອດ ຜັກໝາກໄມ້ກິນຫຼາຍໆຊ່ວຍໃຫ້ ປອດ ແຂງແຮງ


ສຸດຍອດ ຜັກໝາກໄມ້ກິນຫຼາຍໆຊ່ວຍໃຫ້ "ປອດ" ແຂງແຮງ

ຜັກແລະໝາກໄມ້ສາມາດກິນໄດ້ທຸກມື້ ເພື່ອຊຳລະລ້າງບຳລຸງປອດຂອງທ່ານໃຫ້ແຂງແຮງ ແລະຟອກປອດໃຫ້ສະອາດຂຶ້ນ


ຫົວຜັກບົ່ວໃຫຍ່ມື້ລະຫັວ 
ຫົວຜັກບົ່ວໃຫຍ່ເປັນຜັກທີ່ມີວິຕານິນຊີສູງ ແລະມີສານເຄີຊີທີນທີ່ຊ່ອຍຕໍ່ຕ້ານອະນຸມູນອິດສະຫຼະໃນຮ່າງກາຍສູງຫຼາຍ ເຊິ່ງຈາກການສຶກສາທາງການແພດພົບວ່າເປັນສານຕໍ່ຕ້ານອະນຸມູນອິດສະຫຼະທີ່ສາມາດລ້າງສານພິດທີ່ມີຢູ່ໃນປອດໄດ້

ຂີງ 
ເຕັມໄປດ້ວຍສັບພະຄຸນທາງຢາ ແຖມຍັງຈັດເປັນຢາອາຍຸວັນນະຊັ້ນດີ ເພາະມີສານຕໍ່ຕ້ານອະນຸມູນອິດສະຫຼະເປັນຈຳນວນຫຼາຍ ແລະ ຂີງຍັງມີສັບພະຄຸນ ເດັ່ນກ່ຽວກັບການບຳລຸງຮັກສາລະບົບທາງເດີນຫາຍໃຈ ການເປີດຫຼອດລົມລະບາຍຂັບຄາຍຮ້ອນ ເວລາຮັບປະທານຈຶ່ງຮູ້ສຶກໂລ່ງ ເພາະມີເມື້ອກທີ່ຊ່ອຍຂັບໄລ່ເບັກທີ່ເຣຍຄ້າຍຄືກັບນ້ຳຢາຂ້າເຊື້ອ ຕ້ານການອັກເສັບຂອງປອດ


ໝາກກ້ຽງໃຫຍ່ 
ມີວິຕາມິນຊີສູງ ກະຕຸ້ນລະບົບພູມຄຸ້ມກັນ ມີວິຕາມີນບີ1 ຊ່ວຍໃນການຍ່ອຍອາຫານເສີມສ້າງການເຮັດວຽກຂອງກ້າມຊີ້ນ ແລະ ຫົວໃຈ ວິຕາມິນບີ2  ປ້ອງກັນໄຂມັນອຸດຕັນໃນເສັ້ນເລືອດ ມີໂພແທັດຊ້ຽມ ທີ່ດີຕໍ່ການເຮັດວຽກຂອງຫົວໃຈ


ໝາກຖົ່ວບຣາຊິນ 
ໝາກຖົ່ວບຣາຊິນຍັງເປັນແຫຼ່ງຂອງຊີລີນຽມທີ່ດີທີ່ສຸດ ເຊິ່ງຊີລີນຽມເປັນແຮ່ທາດຕ້ານອະນຸມູນອິດສະຫຼະ ເຮັດໃຫ້ການຕອບສະໜອງຂອງ ແອນຕີ້ບໍດີ້ໃນລະບົບພູມຄຸ້ມກັນເປັນປົກກະຕິ ຜົນທີ່ໄດ້ຮັບກໍ່ຄື ປ້ອງກັນມະເຮັງ, ພະຍາດຫົວໃຈ, ປ້ອງກັນຫຼອດເລືອດອຸດຕັນ ແລະຫຍຸດການຈະເລີນເຕີບໂຕຂອງເນື້ອງອກ ເພາະການຮັບປະທານໝາກຖົ່ວບຣາຊິນຈຶ່ງເສີມສ້າງເປັນເກາະປ້ອງກັນປອດໃຫ້ແຂງແຮງ ຕໍ່ສູ້ກັນຄ້ວນພິດ


ຂໍຂອບໃຈ  Sanook muan

วันพฤหัสบดีที่ 25 มกราคม พ.ศ. 2561

ໄຂມັນໃນເລືອດແກ້ງ່າຍໆ ດ້ວຍນ້ຳໝາກຂີ້ຫູດ


ໄຂມັນໃນເລືອດແກ້ງ່າຍໆ ດ້ວຍນ້ຳໝາກຂີ້ຫູດເດີ້

ໝາກຂີ້ຫູດເປັນພືດທີ່ມີສັບພະຄຸນທາງຢາ ນອກຈາກຈະມີກິ່ນຫອມຊ່ວຍໄລ່ຍຸງໄດ້ແລ້ວ ໝາກຂີ້ຫູດຍັງສາມາດນຳມາໃຊ້ໃຫ້ເປັນປະໂຫຍດກັບຮ່າງກາຍໄດ້ຫຼາຍຢ່າງ ມີທັງຂັດຜິວ ແລະ ບຳລຸງຜົມ

ນ້ຳໝາກຂີ້ຫູດ
ໝາກຂີ້ຫູດເປັນສະໝຸນໄພທີ່ມີຢູ່ໃນບ້ານ ແລະ ໝາກຂີ້ຫູດຍັງສາມາດນຳມາກິນໄດ້ທັງໃບ ແລະ ໜ່ວຍ ພວກເຮົາຈຶ່ງນຳໝາກຂີ້ຫູດມາເຮັດເປັນນ້ຳດື່ມສະໝຸນໄພ ສານທີ່ສຳຄັນໃນການເສີມສ້າງອະໄວຍະວະສາມາດກຳຈັດສານພິດ ເຊິ່ງສານທີ່ວ່ານີ້ໄດ້ມາຈາກໝາກຂີ້ຫູດ ໂດຍນຳໝາກຂີ້ຫູດມາແປງຮູບມາເປັນເຄື່ອງດືມສະໝຸນໄພທີ່ມີປະໂຫຍດຕໍ່ສຸຂະພາບ

ວິທີເຮັດນ້ຳດື່ມສະໝຸນໄພ
ນຳໝາກຂີ້ຫູດ 4-5 ໜ່ວຍ ມາປອກເປືອກອອກເພື່ອບໍ່ໃຫ້ມີລົດຂົມ ຄັ້ນເອົາແຕ່ນ້ຳໝາກຂີ້ຫູດ
ສ່ວນປະສົມ : ນ້ຳໝາກຂີ້ຫູດ, ເກືອ, ນ້ຳເຜີ້ງ ນ້ຳກ້ອນປັ່ນໃສ່ລົງໃນເຄື່ອງປັ່ນໝາກໄມ້ເຮັດໃຫ້ສ່ວນປະສົມເຂົ້າດ້ວຍກັນ

ສັບພະຄຸນທາງຢາ 
ເປືອກໝາກຂີ້ຫູດແຫ້ງ ແລະ ສົດ ມີສັບພະຄຸນແກ້ລົມໜ້າມຶດ ແກ້ວິນ, ບຳລຸງຫົວໃຈ ຂັບລົມໃນລຳໃສ້ ແລະ ຂັບລະດູ
ໝາກທີ່ມີລົດສົ້ມມີສັບພະຄຸນເປັນຢາຂັບຂີ້ເທີ່, ແກ້ໄອ, ແກ້ນ້ຳລາຍໜຽວ, ຟອກເລືອດ ແລະ ໃຊ້ເປັນຢາສະຫົວເຮັດໃຫ້ຜົມດົກດຳ ບໍ່ມີຂີ້ຫົວ ຮາກຍັງສາມາດແກ້ຜິດຝີພາຍໃນ ແລະ ແກ້ລົມຈຸກສຽບ
     • ນ້ຳໝາກຂີ້ຫູດລົດສົ້ມໃຊ້ດອງຢາ ມີສັບພະຄຸນເປັນຢາຟອກເລືອດສຳລັດຜູ້ຍິງ
     • ໃບສາມາດແກ້ໄອ ແກ້ຮາກເປັນເລືອດ, ແກ້ຊ້ຳໃນ ແລະ ດັບກິ່ນຄາວໄດ້ ໃບ ມີນ້ຳມັນຫອມ

ວິທີ ແລະ ປະລິມານທີ່ໃຊ້
ໃຊ້ເປັນຍາບຳລຸງຫົວໃຈ, ຂັບລົມໃນລຳໄສ້, ແກ້ແໜ້ນ ແລະ ແກ້ຂີ້ເທິ່
ຜ່າເປືອກໝາກຂີ້ຫູດເປັນຕອນນ້ອຍໆ 1 ບ່ວງແກງ ໃສ່ກາລະບູນ 1 ຢິບມື ຄົນເຂົ້າກັນດ້ວຍນ້ຳຮ້ອນແຊ່ປະໄວ້ດື່ມແຕ່ນ້ຳມື້ໜຶ່ງ 1 ຫາ 2 ເທື່ອ ແຕ່ຖ້າຍັງບໍ່ໄຄ ຈະດື່ມຕິດຕໍ່ກັນ 2-3 ເທື່ອກະໄດ້ ໃຊ້ສະຜົມເພື່ອໃຫ້ຜົມສະອາດ ແລະ ຊຸ່ມຊື້ນ ເປັນເງົາງາມດົກດຳ ແລະ ຜົມຍັງໝື່ນອີກ ໂດຍຜ່າໝາກຂີ້ຫູດເປັນ 2 ຊິ້ນ ຫຼື ນຳໝາກຂີ້ຫູດມາເຜົາໄຟ ແລ້ວນຳມາຜ່າ ໃຊ້ສະຜົມ


ຂໍຂອບໃຈ
Sanook Muan



วันพุธที่ 24 มกราคม พ.ศ. 2561

ຟີມ້າອອຍ (prema oil) ນ້ຳມັນສະກັດເຍັນ 4 ຊະນິດ ສັບພະຄຸນຫຼວງຫຼລາຍ

ຟີມ້າອອຍ ນ້ຳມັນສະກັດເຍັນ 4 ຊະນິດ ສັບພະຄຸນຫຼວງຫຼລາຍ ຊ່ວຍໃຫ້ສຸຂະພາບດີເດີ້...ຈຣາາາ

ຟີມ້າອອຍ (Prema oil) ທີ່ສຸດຂອງຄຳວ່າດີແລະມີຄຸນນະພາບ ບໍ່ແນ່ຈິງເຮົາບໍ່ກ້າເວົ້າ ຟີມ້າອອຍ ຂອງເຮົາເນັ້ນຄຸນນະພາບ ກ່ອງດຽວເຫັນຜົນແນ່ນອນເຈົ້າ ຜະລິດພັນອາຫານເສີມ ຄຸນນະພາບເກດພຣີມ້ຽມ ຍ້ອນ 1 ໃນ ເຄັບຊູນ ຂອງເຮົາປະກອບດ້ວຍນ້ຳມັນສະກັດເຍັນ 4 ຊະນິດ


ນ້ຳມັນສະກັດເຍັນ 4 ຊະນິດ ມີຫຍັງແດ່ມາເບິ່ງກັນເລີຍ...ຈຣາາາ
    • ນ້ຳມັນໝາກພັາວ : ນຳເຂົ້າຈາກເຢຍລະມັນ 🇩🇪
    • ນ້ຳມັນຫົວຜັກທຽມ : ນຳເຂົ້າຈາກຍີ່ປຸ່ນ 🇯🇵
    • ນ້ຳມັນງາຂີ້ມ່ອນ : ນຳເຂົ້າຈາກຍີ່ປຸ່ນ  🇯🇵
    • ນ້ຳມັນດັງເຂົ້າ : ນຳເຂົ້າຈາກຍີ່ປຸ່ນ 🇯🇵

ປະໂຫຍດຫຼວງຫຼາຍຂອງ " ພີມ້າອອຍ "

1. ນ້ຳມັນງາຂີ້ມ່ອນ
ຄຸນນະສົມບັດຫຼູດໄຂມັນໃນເສັ້ນເລືອດແລະຍັງຊ່ວຍເພີ່ມລະດັບພູມຄຸ້ມກັນໄດ້ດີ ຫຼູດຄວາມສ່ຽງພະຍາດກະດູກພຸນ ຊ່ວຍຊະລໍການເສື່ອມຂອງອະໄວຍະວະຕ່າງໆ ພາຍໃນຮ່າງກາຍ


2. ນ້ຳມັນໝາກພ້າວ
ຊ່ວຍຫຼູດຄວາມສ່ຽງເປັນພະຍາດກຸ່ມເສື່ອມ ເຊັ່ນ ພະຍາດເບົາຫວານ ຄວາມດັນເລືອດສູງ ພະຍາດຫົວໃຈ ພະຍາດຕັບ ແລະ ພະຍາດໄຕ ເປັນສານຕ້ານອະນຸມູນອິດສະຫຼະ ຊ່ວຍຫຼູດຄວາມສ່ຽງເປັນພະຍາດມະເຮັງ ປົວອາການເຈັບປ່ວຍ ມີລິດຂ້າແບກທີເລຍ


3. ນ້ຳມັນຫົວຜັກທຽມ
ປ້ອງກັນພະຍາດຫຼອດເລືອດຫົວໃຈອຸດຕັນ ຫຼູດປະລິມານຄໍເລດເຕີລໍ້ (Cholesterol) ໃນກະແສເລືອດ ຫຼູດຄວາມດັນໂລຫິດສູງ ສາມາດຍັບຍັ້ງການເກີດສານກໍ່ມະເຮັງ ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດ ປ້ອງກັນການເກີດເຊວມະເຮັງ


4.ນ້ຳມັນດັງເຂົ້າ
ຫຼູດລະດັບຄໍເລດເຕີລໍ້ (Cholesterol) ອາການຕີບຕັນຂອງຫຼອດເລືອດ ເພີ່ມການໄຫຼວຽນຂອງໂລຫິດ ເປັນສານຕ້ານອະນຸມູນອຶດສະຫຼະປ້ອງກັນການເກີດມະເຮັງ ຫຼູດການຜິດປົກກະຕິຂອງພາວະໄວທອງ ຊ່ວຍຫຼູດອາການຄຽດ ເຈັບຫົວ ປ້ອງກັນອັນໄຊເມີ ຫຼູດການແກ່ກ່ອນໄວ



ດ້ວຍນະວັດກໍາຂອງ ລິເຄັບ ເຄັບຊູນ (Licaps Capsule) ເຄັບຊູນຄຸນນະພາບດີ...ເດີ້ ຈຣາາາ
    • ວັດຖຸດິບເກດ A ຈາກເຢຍລະມັນ  🇩🇪 ຝະຮັ່ງເສດ  🇫🇷 ຍີ່ປຸ່ນ  🇯🇵
    • ຜະລິດພາຍໃຕ້ສະພາວະແວດລ້ອມໄນໂຕເຈນ ຈຶ່ງຄົງຄຸນນະພາບໄດ້ດີທີີສຸດ
    • ບັນຈຸໃນໂຮງງານອັນດັບ 1 ຈາກປະເທດຍີ່ປຸ່ນ 🇯🇵
    • ບໍ່ເຮັດຮ້າຍ ຫມົດກັງວົນກິ່ນຫົວຜັກທຽມ
    • ບໍ່ຕິດຫນືດແມ່ນວ່າຊິປິດຂວດເປີດຂວດຫຼາຍເທືອ



ນະຄອນຫລວງວຽງຈັນ 
ສາມາດຊື້ຜະລິດຕະພັນ "ຟີມ້າອອຍ" ຂອງພວກເຮົາ ໄດ້ແລ້ວທີ່ " ສາຂາສູນການຄ້າ ໄອເຕົກ "
ລູກຄ້າສາມາດໄປເລືອກຊື້ຜະລິດຕະພັນໄດ້ ທີ່ຊ໋ອບ  king Natural ຊັ້ນ1 ເດີ້...ຈຣາາາ

☎️ໂທ : +856 (0)30-523-8496


ລູກຄ້າສາມາດໄປເລືອກຊື້ໄດ້ ທີ່ຊ໋ອບ  king Natural ຊັ້ນ1 ເດີ້...ຈຣາາາ





วันพฤหัสบดีที่ 18 มกราคม พ.ศ. 2561

5 ຜັກພື້ນບ້ານຕ້ານມະເຮັງ ຖືກແລະດີມີໃນໂລກ

5 ຜັກພື້ນບ້ານຕ້ານມະເຮັງ ຖືກແລະດີມີໃນໂລກ

ຜັກແລະໝາກໄມ້ບ້ານເຮົານີ້ແຫຼະທີ່ວິເສດທີ່ສຸດ ທັ້ງລາຄາບໍ່ແພງ ລົດຊາດດີ ສົດ ແລະແຊບ ແລ້ວຍັງມີສັບພະຄຸນດີໆ ຫຼາຍຂໍ້ທີ່ຊາວຕ່າງຊາດຍັງຕ້ອງອິດສາ ໂດຍສະເພາະຢ່າງຍິ່ງສັບພະຄຸນທີ່ຊ່ອຍ "ຕ້ານມະເຮັງ" ຈະມີຜັກຊະນິດໃດທີ່ເຮົາບໍ່ຄວນເບິ່ງຂ້າມກັນ ມາຈົດຊື່ເອົາໄວ້ເລີຍ


1.ຜັກສະເດົາ
"ຫວານເປັນລົມ ຂົມເປັນຢາ" ຄົງຈະໃຊ້ໄດ້ດີກັບຜັກສະເດົາ ທີ່ມີລົດຊາດຄ່ອນໄປທາງຂົມຫຼາຍກວ່າຫວານຢ່າງເຫັນໄດ້ແຈ້ງ ຜັກສະເດົາມີປະໂຫຍດໃນຫຼາຍໆດ້ານ ບໍ່ວ່າຈະເປັນດ້ານບຳລຸງຮ່າງກາຍ ຂັບຂີ້ກະເທີ່ ຫຼູດໄຂ້ ແກ້ການຂັບຖ່າຍຍາກ ໄລ່ລົມ ແລະຊ່ອຍຫຼູດຄວາມສ່ຽງໃນການເກີດເນື້ອງອກ ແລະມະເຮັງໄດ້ອີກດ້ວຍ

2.ຜັກຂີ້ເຫຼັກ
ຜັກພື້ນບ້ານທີ່ເຮົາກິນຢູ່ໃນແກງຂີ້ເຫຼັກນີ້ແຫຼະ ດອກຂີ້ເຫຼັກຊ່ອຍຢຸດການຈະເລີນເຕີບໂຕຂອງເຊວມະເຮັງ ໃນສ່ວນຂອງແກ່ນຂີ້ເຫຼັກຍັງຊ່ອຍຮັກສາພະຍາດມະເຮັງຕ່າງໆ ເຊັ່ນ ມະເຮັງປອດ ມະເຮັງກະເພາະອາຫານ ແລະມະເຮັງລຳໄສ້ໄດ້ອີກດ້ວຍ

3.ຜັກຊີ
ຫຼາຍຄົນມັກເຂ່ຍຜັກຊີຖິ້ມ ແຕ່ສຳລັບຜັກຊີມີສັບພະຄຸນທີ່ດີຕໍ່ຮ່າງກາຍຫຼວງຫຼາຍ ທັງແກ້ການຂັບຖ່າຍຍາກ ຂັບລົມ ແກ້ອາການວິນຫົວ ເສີມພູມຕ້ານທານພະຍາດ ແລະຍັງມີລິດຕໍ່ຕ້ານອະນຸມູນອິດສະຫຼະ ຊ່ອຍຢຸດການຂະຫຍາຍໂຕຂອງເຊວມະເຮັງອີກດ້ວຍ

4.ຜັກຕິ້ວ
ຜັກຕິ້ວເປັນຜັກພື້ນບ້ານທີ່ສາມາດຫາມາກິນກັນໄດ້ງ່າຍໆ ແທ້ໆ ຜັກຕິ້ວມີສານຕ້ານອະນຸມູນອິດສະຫຼະ ມີລິດຕ້ານມະເຮັງຕັບ ດັ່ງນັ້ນ ຫາກເກັບຜັກຕິ້ວມາໃສ່ແກງເຫັດກັນແທ້ໆ ກໍ່ຢ່າລືມກິນໃຫ້ໝົດເດີ້

5.ຜັກຂະແຍງ
ຜັກຂະແຍງ ເປັນອີກໜຶ່ງຜັກພື້ນບ້ານທີ່ພບຫຼາຍ ມີສານຕ້ານອະນຸມູນອິດສະຫຼະສູງ ຈຶ່ງມີລິດຕໍ່ຕ້ານເຊວມະເຮັງໄດ້ເຊັ່ນກັນ




วันพุธที่ 17 มกราคม พ.ศ. 2561

6 ປະໂຫຍດຈາກການກິນກ້ວຍ ມີສັບພະຄຸນທາງຢາສູງ ດີຕໍ່ສຸຂະພາບເນັ້ນໆ

6 ປະໂຫຍດຈາກການກິນກ້ວຍ 
ໝາກໄມ້ສັບພະຄຸນທາງຢາສູງ ດີຕໍ່ສຸຂະພາບເນັ້ນໆ

ປະໂຫຍດຂອງກ້ວຍມີດີຕໍ່ສຸຂະພາບຮ່າງກາຍຫຼວງຫຼາຍ ສຳລັບໄຜທີ່ບໍ່ຄ່ອຍມັກກິນກ້ວຍ ຫາກລອງມາຟັງປະໂຫຍດຈາກກ້ວຍຕາມນີ້ ຮັບຮອງຈະຕ້ອງຫັນມາເບິ່ງຂໍ້ດີຂອງມັນ ແລະຢາກກິນກ້ວຍກັນເລື້ອຍໆ ແນ່ນອນ ມີຫຍັ້ງແດ່ມາເບິ່ງກັນເລີຍ

1.ເພີ່ມພະລັງໃຫ້ຮ່າງກາຍ
ກ້ວຍເປັນໝາກໄມ້ທີ່ອຸດົມດ້ວຍທາດເຫຼັກສູງ ກິນແລ້ວຈະຊ່ອຍໄປກະຕຸ້ນການຜະລິດຮີໂມໂກບິນໃນເລືອດ ແລະຍັງຊ່ອຍປັບສະພາບຮ່າງກາຍໃນຊ່ວງທີ່ມີສະພາວະຂາດກຳລັງໃຫ້ກັບມາມີພະລັງດັ່ງເກົ່າໄດ້

2.ຊ່ອຍຮັກສາຄວາມດັນເລືອດ
ໃນກ້ວຍມີທາດໂພແທດຊຽມປະລິມານສູງ ແຕ່ໃຫ້ປະລິມານເກືອທີ່ຕ່ຳ ຈຶ່ງເປັນໝາກໄມ້ທີ່ດີຕໍ່ຜູ້ປ່ວຍພະຍາດຄວາມດັນເລືອດ ດັ່ງນັ້ນຈຶ່ງສາມາດຊ່ອຍຮັກສາຄວາມດັນເລືອດໄດ້ເປັນຍ່າງດີນັ້ນເອງ

3.ຕື່ມພະລັງໃຫ້ສະໝອງ
ມີການວິໄຈໃນນັກຮຽນ 200 ຄົນຂອງໂຮງຮຽນ Twickenham ທີ່ໄດ້ຮັບຜົນການທດສອບໃນເກນດີ ພບວ່າພວກເຂົາໄດ້ກິນກ້ວຍໃນມື້ອາຫານເຊົ້າ ຕອນພັກ ແລະຕອນຊ່ວງອາຫານກາງເວັນເປັນປະຈຳທຸກມື້ ກ້ວຍເປັນໝາກໄມ້ທີ່ມີສານອາຫານຊ່ອຍໃນການເສີມພະລະກຳລັງໃຫ້ສະໝອງຂອງເດັກເຫຼົ່ານັ້ນ ຈາກງານວິໄຈນີ້ກໍສະແດງໃຫ້ເຫັນວ່າ ໂພແທດຊຽມທີ່ມີຢູ່ໃນກ້ວຍປະລິມານສູງນັ້ນຈະຊ່ອຍໃຫ້ນັກຮຽນມີປະສິດທິພາບທາງສະໝອງທີ່ຕື່ນໂຕ ເຮັດໃຫ້ການຮຽນດີຍິ່ງຂຶ້ນ

4.ແກ້ອາການຂັບຖ່າຍຍາກ
ກ້ວຍເປັນໝາກໄມ້ທີ່ອຸດົມໄປດ້ວຍເສັ້ນໃຍ ແລະກາກອາຫານປະລິມານສູງ ຈຶ່ງມີບົດບາດຊ່ອຍໃນການຂັບຖ່າຍໄດ້ເປັນຢ່າງດີ ສຳລັບໄຜທີ່ມີບັນຫາຖ່າຍຍາກເລື້ອຍໆ ການກິນກ້ວຍເປັນປະຈຳກໍຈະຊ່ອຍແກ້ອາການນີ້ໄດ້

5.ບຳບັດພະຍາດຊຶມເສົ້າ
ຜົນຈາກການສຳຫຼວດໄວໆ ນີ້ພບວ່າໃນຈຳນວນຜູ້ປ່ວຍພະຍາດຊຶມເສົ້າຫລາຍຄົນ ມີອາລົມທີ່ດີຂຶ້ນຢ່າງຫຼາຍຫຼັງຈາກກິນກ້ວຍ ເພາະກ້ວຍເປັນໝາກໄມ້ທີ່ມີໂປຕີນທີ່ເອີ້ນວ່າ ທຣິບໂຕເຟນ ເມື່ອໂປຕີນຊະນິດນີ້ເຂົ້າສູ່ຮ່າງກາຍກໍຈະແປປ່ຽນໄປເປັນເຊໂຣໂທນິນໃນເວລາຕໍ່ມາ ສານນີ້ຈະຊ່ອຍສ້າງຄວາມຜ່ອນຄາຍ ຊ່ອຍປັບປ່ຽນອາລົມທີ່ໝອງເສົ້າໃຫ້ແຈ່ມໃສ ເຮັດໃຫ້ຜູ້ປ່ວຍພະຍາດຊຶມເສົ້າຮູ້ສຶກດີ ແລະມີຄວາມສຸກຫຼາຍຂຶ້ນ

6.ປ້ອງກັນອາການປ່ວຍໃນຕອນເຊົ້າ
ຫຼາຍຄົນຕື່ນນອນມາພ້ອມກັບອາການອ່ອນເພຍ ແລະຮູ້ສຶກຄືວ່າຈະບໍ່ສະບາຍໃນຕອນເຊົ້າ ແຕຮູ້ຫຼືບໍ່ວ່າການກິນກ້ວຍເປັນອາຫານວ່າງໃນລະຫວ່າງມື້ອາຫານ ຈະຊ່ອຍຮັກສາລະດັບນ້ຳຕານໃນເລືອດໃຫ້ສົມດຸນໄດ້ ກໍຈະຊ່ອຍຫຼີກລ້ຽງຄວາມຮູ້ສຶກບໍ່ສະບາຍໃນຍາມຕື່ນເຊົ້າໄດ້ນັ້ນເອງ

ແລະນີ້ກໍຄື ປະໂຫຍດຈາກການກິນກ້ວຍ ກ້ວຍເປັນໝາກໄມ້ຫາກິນງ່າຍ ລາຄາຖຶກ ແຖມຍັງມີສັບພະຄຸນທາງຢາສູງ ດີຕໍ່ການບຳລຸງສຸຂະພາບຮ່າງກາຍ ດີຕໍ່ສະໝອງ ແລະຍັງຊ່ອຍເພີ່ມພະລັງງານ ແຖມຍັງກິນລົດນ້ຳໜັກໄດ້ອີກດ້ວຍ ທີ່ສຳຄັນຍັງບຳບັດອາການເຈັບປ່ວຍໄດ້ພ້ອມ ບໍ່ກິນກ້ວຍບໍ່ໄດ້ແລ້ວ


ຂໍຂອບໃຈ
Sanook

วันจันทร์ที่ 15 มกราคม พ.ศ. 2561

ເບົາຫວານ ຄວາມດັນ ແກ້ງ່າຍໆ ດ້ວຍສະໝຸນໄພບ້ານໆ

ເບົາຫວານ ຄວາມດັນ ແກ້ງ່າຍໆ ດ້ວຍສະໝຸນໄພບ້ານໆ

ພະຍາດເບົາຫວານເປັນພະຍາດທີ່ຜູ້ປ່ວຍຊິມີນ້ຳຕານໃນເລືອດສູັງສູູງ ຍ້ອນຮ່າງກາຍບໍ່ສາມາດເອົານ້ຳຕານໃນເລືອດທີ່ໄດ້ຈາກອາຫານໄປໃຊ້ໄດ້ຕາມປະກະຕິ ຜູ້ປ່ວຍພະຍາດເບົາຫວານມັກຊິມີ ການເກີດພະຍາດແຊກຊ້ອນຕ່າງໆຕາມມາ ເຊັ່ນ ພະຍາດຄວາມດັນ ພະຍາດຫຼອດເລືອດຫົວໃຈ ຫລອດເລືອດສະຫມອງ ໄຕວາຍ ອາການຊາ ປາຍປະສາດເສື່ອມ ຕາພ່າມົວ ເກີດຕໍ້ຫິນຕໍ້ກະຈົກ ເຊີ່ງພະຍາດທີ່ມັກມາເປັນຄູ່ກັນກັບພະຍາດເບົາຫວານຄືຄວາມດັນໂລຫິດ ສະມຸນໄພທີ່ນິຍົມນຳມາປົວພະຍາດເບົາຫວານ ແລະຄວາມດັນໂລຫິດ ຄືຫຍັັງນັ້ນ ມື້ນີ້ເຮົາມາເບິ່ງກັນເລີຍ

1. ມະລະຂີ້ນົກ ເປັນໄມ້ເລື້ອຍແລະເປັນຜັກພື້ນບ້ານ ອາດຊິນຳມາລວກຈິ້ມນ້ຳພິກກໍ່ແຊບດີ ມີວິຕາມິນເອ ແລະ ຊີສູງ ມີສັບພະຄຸນໃນການຫຼູດນ້ຳຕານໃນເລືອດແລະຊະລໍການເກີດຕໍ້ກະຈົກໄດ້


2. ໃບຍ່ານາງ ມີສັບພະຄຸນເປັັນຢາເຢັນ ຖ້າກິນເຂົ້າໄປຊິເຮັດໃຫ້ຮ່າງກາຍເຢັນລົງ ເຮັດໃຫ້ລະບົບໃນຮ່າງກາຍສາມາດຜະລິດອິິນຊູລິນມາເຜົາຜານນ້ຳຕານໄດ້ເປັນປະກະຕິ ຈຶ່ງເປັນສະມຸນໄພແກ້ເບົາຫວານໄດ້ນັ່ນເອງ

3. ຫົວຜັກທຽມ ມີຄຸນນະສົມບັດຊ່ວຍຫຼູດຄວາມດັນໂລຫິດລົງໄດ້ຄວນກິນຫົວຜັກທຽມຫົວແກ່ ຫາກກິນສົດຊິໄດ້ຮັບປະໂຫຍດມາກກວ່າ ຫົວທຽມທີ່ປຸງສຸກແລ້ວ


4. ຫົວສີໄຄ ເປັນສະມຸນໄພແກ້ເບົາຫວານແລະຄວາມດັນທີ່ເຮົາຮູ້ຈັກກັນດີ ຍ້ອນນິຍົມນຳມາປະກອບອາຫານເຊີ່ງຫົວສີໄຄຊິມີສັບພະຄຸນໃນການຂັບຍ່ຽວ ຂັັບລົມແລະຍັງຊ່ວຍຫຼູດຄວາມດັນໄດ້ອີກດ້ວຍ

5. ຜັກຕຳລຶງ ມີປະໂຫຍດມາກຫຼາຍເປັນຢາພື້ນບ້ານໃຊ້ປົວເບົາຫວານ ສາມາດໃຊ້ໄດ້ທັ້ງ ຮາກ ເຖົາ ໃບ ເຊີ່ງມີສູດຫຼາກຫຼາຍແມ້ກະທັ້ງຊາວ Bengal ໃນອິນເດຍກໍ່ໃຊ້ຕຳລຶງເປັນຢາແກ້ພະຍາດເບົາຫວານ

6. ຜັກຊຽງດາ ມີລັກສະນະເປັນໄມ້ເລື້ອຍ ເຖົາສີຂຽວ ມີລົດຂື່ນນ້ອຍໆ ແລະມີສານຕ້ານອະນຸມູນອິດສະຫຼະຫຼາຍ ເປັນຜັກທີ່ຫມໍຢາພື້ນບ້ານໃຊ້ເປັນຜັກເພື່ອເພີ່ມກຳລັງແຮງກາຍ ທັ້ງຍັງສາມາດໃຊ້ເປັນຢາຫຼູດນ້ຳຫນັກໄດ້ ເນື່ອງຈາກວ່າຜັກຊຽງດາຊ່ວຍໃຫ້ມີການນຳນ້ຳຕານໄປເຜົາຜານມາກກວ່າກາຮໄປສ້າງເປັນໄຂມັນສະສົມ ເຊີ່ງມີການສຶກສາຜູ້ປ່ວຍຈາກພະຍາດເບົາຫວານທີ່ໃຊ້ຜັກຊຽງດາໃນກາຮປົວ ສາມາດຫຼູດປະລິມານການໃຊ້ຢາແຜນປະຈຸບັນໄດ້ ແລະບາງຄົນສາມາດໃຊ້ຜັກຊຽງດາຢ່າງດຽວໃນການຄວບຄຸມລະດັບນ້ຳຕານໃນເລືອດໄດ້ 


7. ຜັກອີ່ເລີດ ເປັນຜັກພື້ນບ້ານແລະເປັນສະມຸນໄພແກ້ເບົາຫວານແລະຄວາມດັນ ນິຍົມນຳມາຮັບປະທານສົດ ໃນຕຳລັບຢາສະມຸນໄພພື້ນບ້ານສາມາດນຳຜັກອີ່ເລີດມາຕົ້ມເພື່ອຫຼູດເບົາຫວານໄດ້ ເນື່ອງຈາກຜັກອີ່ເລີດມີສັບພະຄຸນໃນການຫຼູດນ້ຳຕານໃນເລືອດໄດ້ເປັນຢ່າງດີ ອີກທັ້ງຍັງມີສານຕ້ານອະນຸມູນອິດສະຫຼະຫຼາຍ ມີແຄນຊຽມ ວິຕາມິນເອແລະຊີສູງມາກ



วันอาทิตย์ที่ 14 มกราคม พ.ศ. 2561

ກະເພົາ ສະໝຸນໄພໃກ້ຕົວ ກິນຫຼາຍໆຊ່ວຍໃຫ້ອາຍຸຢືນ


ກະເພົາ ສະໝຸນໄພໃກ້ຕົວ ກິນຫຼາຍໆຊ່ວຍໃຫ້ອາຍຸຢືນ...

ກະເພົາ ຈັດເປັນສະໝຸນໄພໃຊ້ທັ້ງດ້ານຮ່າງກາຍ ແລະ ຈິດວິນຍານ ໂດຍກ່າວວ່າກະເພົາມີຄຸນສົມບັດປັບທາດ ຊ່ວຍພາວະສົມດຸນຫຼາຍຂະບວນການຂອງຮ່າງກາຍ ແລະ ຊ່ວຍໃຫ້ຜະເຊີນຄວາມຄຽດ ທັ້ງທາງຮ່າງກາຍ ແລະ ຈິດໃຈໄດ້ດີຂຶ້ນ ເປັນພືດທີ່ຊ່ວຍໃຫ້ອາຍຸຢືນ

ກະເພົາ ມີສັບພະຄຸນທາງຢາຫຼາກຫຼາຍ ເຊັັ່ນ ມີລິດຕ້ານແບັກທິເຣຍ ລົດການອັກເສບ ລົດຄວາມດັນໂລຫິດ ລົດໄຂມັນໃນເລືອດ ແລະ ປະລິມານຄໍເລສເຕີລໍ ລົດນ້ຳຕານໃນເລືອດ ແລະ ຮັກສາເບົາຫວານ ບຳລຸງຫົວໃຈ ບຳລຸງຕັບ ຊ່ວຍຮັກສາແຜກະເພາະອາຫານ ຊ່ວຍຂັບລົມ ປັບສົມດຸນລະບົບພູມຕ້ານທານ ບັນເທົາມາລາເຮຍ ແລະ ຂັບສານພິດຕ່າງໆ

ຮູ້ຈັງຊີ່ແລ້ວ ຊອກຫາມາກິນຢ່າງໄວເດີ້... ຈຮາາາ




วันศุกร์ที่ 12 มกราคม พ.ศ. 2561

ຜັກຫມາກໄມ້ 5 ສີ ມີປະໂຫຍດຫຼາກຫຼາຍ


ຜັກຫມາກໄມ້ 5 ສີ ມີປະໂຫຍດຫຼາກຫຼາຍ !!!
ກິນໃຫ້ຄົບຈົບທີ່ ປ້ອງກັນພະຍາດເດີ່…   ຈຮາາາ

ອາຫານທີ່ມີສີສັນ ເຍົ້າຍວນຊວນນໍ້າລາຍສໍ ໃຜກໍ ຢາກຊິ ຮັບປະທານກັນແລະຍິ່ງກວ່າຄວາມງາມ ນ່າກິນເຫຼົ່ານັ້ນ ສານຕ້ານພະຍາດທີ່ອັດແນ່ນໃນບັນດາຜັກ ຫມາກໄມ້ຫຼາກສີ ເຊິ່ງຖືເປັນຂອງແຖມຕົບທ້າຍຄວາມແຊບນົວ  ທີ່ຄຸ້ມຄ່າກັບສຸຂະພາບຍ່າງມາກທີ່ສຸດ

ຍ່າງທີ່ເຮົາຮູ້ໆກັນວ່າປະໂຫຍດຂອງຜັກໝາກໄມ້ ມີມາກມາຍຫຼວງຫຼາຍທັ້ງ ວິຕາມິນແຮ່ທາດຫຼາກຊະນິດທີ່ເປັນປະໂຫຍດກັບກົນໄກຕ່າງໆໃນຮ່າງກາຍ ໃນຜັກໝງກໄມ້ຍັງມີສານພິເສດ ເຊິ່ງເຮັດໜ້າທີ່ຄືກັນກັບຢາ ຊ່ອຍປ້ອງກັນພະຍາດບາງຊະນິດ ເຊັ່ນ ມະເຮັງ ພະຍາດຫົວໃຈຫຼອດເລືອດ ເປັນຕົ້ນ ແຕ່ຊິກິນແນວໃດເພື່ອໃຫ້ຮ່າງກາຍໄດ້ຮັບການປ້ອງກັນຈາກພະຍາດໄດ້ນັ້ນ ແນະນໍາໃຫ້ກິນຫຼາກຫຼາຍ  ຖ້າຊິໃຫ້ຊັດເຈນຂຶ້ນາອີກກໍ ຄືກິນໃຫ້ຄົບ 5 ສີ ໃນ 5 ສີສັນນັ້ນມີຫຍັງແດມາເບິ່ງກັນເລີຍ

ສີຂຽວ
ສີຂຽວເປັນສີທຳອິດທີ່ທຸກຄົນຊິຄຶດເຖິງເມື່ອເອິ້ນເຖິງຜັກ ສານທີ່ໃຫ້ສີຂຽວໃນຜັກແມ່ນຄໍໂລຟິວ ນອກຈາກນີ້ຍັງມີສານປະກອບອື່ນໆທີ່ມີຄຸນນະສົມບັດສົ່ງເສີມສຸຂະພາບ ເຊັ່ນ ລູທີນ ເຊິ່ງເປັນສານຕ້ານອະນຸມູນອິດສະຫຼະ ຊ່ວຍຫຼູດຄວາມເສື່ອມຂອງຈໍປະສາດຕາ ເປັນຕົ້ນ ວ້າວ !! ກິນຜັກໃບຂຽວເຮັດໃຫ້ດວງຕາເຮົາແຂງແຮງ
ຜັກໝາກໄມ້ສີຂຽວ : ຜັກໃບຂຽວທຸກຊະນິດ ເຊັ່ນ ບອກໂຄລີ ຄະນ້າ ຜັກໂຂມ ກວາງຕຸ້ງ ກະຫລ່ຳປີ ຊະອົມ


ສີຂາວ
ສີຂາວສານປະກອບໃນຜັກ ໝາກໄມ້ ກຸ່ມນີ້ມີຫຼາຍຊະນິດແລະເປັນທີ່ ສົນອົກສນໃຈຂອງນັກຄົ້ນຄວ້າ ຍ້ອນມີປະໂຫຍດໃນຫຼາຍໆດ້ານ ເຊັ່ນ ແອບເປີ້ນ ໝາກສີດາ ຫົວຜັກບົວ ຜັກທຽມ ມີລິດຕ້ານອະນຸມູມອິດສະຫຼະ ຊ່ວຍຊະລໍຄວາມເສຍຫາຍຂອງເຊວ ແລະອະໄວຍະວະໃນຮ່າງກາຍ ຂິງແລະຂ່າ ມີລິດຕ້ານການອັກເສບ ຊ່ວຍເບິ່ງແຍງຄວາມດັນເລືອດ ແລະປ້ອງກັນພະຍາດຫົວໃຈຫຼອດເລືອດອຸດຕັນ ເປັນຕົ້ນ
ຜັກໝາກໄມ້ສີຂາວ : ແອບເປີ້ນ ຫມາກສີດາ ຫມາກເງາະ ຫມາກລິ້ນຈີ່ ແຫ້ວ ງາ ລູກເດືອຍ ຂ່າ ຂິງ ຜັກທຽມ ຫົວຜັກບົວ


ສີແດງ
ສີແດງສານຕົວເລື່ອງຊື່ໃນກຸ່ມນີ້ກໍຄື ໄລໂຄປີນ ຍ້ອນມີການຄົ້ນພົບວ່າຊ່ວຍຫຼູດການເກີດມະເຮັງຕ່ອມລູກຫມາກຂອງຜູ້ຊາຍໄດ້ ແລະ ຫຼູດປະລິມານໄຂມັນເອລດີເອລໃນເລືອດ ນອກຈາກນີ້ອາຫານສີແດງຍັງຊ່ວຍເບິ່ງແຍງສຸຂະພາບຫົວໃຈ ຫຼອດເລືອດແລະລະບົບທາງເດີນຍ່ຽວ ຫຼູດຄວາມສ່ຽງຈາກການເກີດມະເຮັງ
ຜັກຫມາກໄມ້ສີແດງ : ຫມາກໂມ ຫມາກເລັ່ນ ສະຕໍເບີລີ່ ຊົມພູ່ແດງ ເຊີລີ່ ດອກກະຈ້ຽບ


ສີມ່ວງແດງ
ສີມ່ວງແດງໃນຜັກໝາກໄມ້ ກຸ່ມສີນີ້ມີສານແອນໂທໄຊຍານິນ ຊ່ວຍປົກປ້ອງ ຜັກຫມາກໄມ້ຈາກການທຳລາຍຂອງຮັງສີ Ultraviolet ເລີຍເຮັດໃຫ້ມີລິດຕ້ານອະນຸມູນອິດສະຫຼະຊ່ວຍເພີ່ມຄວາມຍືດຫຍຸ່ນໃຫ້ຜະຫນັງຫຼອດເລືອດ ຊ່ວຍຊະລໍການເກີດການອຸດຕັນໃນເສັ້ນເລືອດ ແລະ ພະຍາດຫຼອດເລືອກຫົວໃຈແຂງໂຕ
ຜັກຫມາກໄມ້ສີມ່ວງແດງ : ກະຫລ່ຳປີມ່ວງ ຫມາກເຂືອຫຳມ້າ ຜັກກາດສີມ່ວງ ບົ່ວແດງ ຫມາກຖົ່ວ ເຂົ້າຫນຽວດຳ ເຂົ້າແດງ ມັນດ້າງມ່ວງ ເຜືອກ ອັນຊັນ ລູກພຸນ ຫມາກໄມ້ຕະກູນເບີລີ່ ເຊັ່ນ ອະງຸ່ນແດງ ບູເບີລີ່ ເບັກເບີລີ່ (Blackberry) ເປັນຕົ້ນ



ສີເຫລືອງ ສີສົ້ມ
ສີເຫລືອງສີສົ້ມໃນກຸ່ມສີນີ້ມີສານຕ້ານອະນຸມູນອິດສະຫຼະຫຼາຍຕົວດ້ວຍກັນ ຕົວສຳຄັນໆ ເຊັ່ນ ເບຕ້າ -ແຄໂລທີນ ຟາໂວນອຍ ວິຕາມິນຊີ ເຊິ່ງຊ່ວຍເບິ່ງແຍງຮັກສາສຸຂະພາບຫົວໃຈ ຫຼອດເລືອດແລະຮະບົບພູມຄຸ້ມກັນໃນຮ່າງກາຍເຮົາ ແລະຫຼູດໂອກາດການເກີດພະຍາດມະເຮັງ ກະຕຸ້ນການກຳຈັດເຊວມະເຮັງຂອງຮ່າງກາຍ
ຜັກຫມາກໄມ້ສີເຫລືອງສົ້ມ : ໝາກອຶ  ໝາກມີ້ ຫມາກສາລີ ແຄລອດ ແຄນຕາລູບ ຫມາກມ່ວງ ຫມາກຫຸ່ງສຸກ ຫມາກນັດ

ຂໍຂອບໃຈ
emaginfo

ຜັກຫມາກໄມ້ 5 ຊະ​ນິດ ​ກິນຫຼາຍໆເຮັດ​​ໃຫ້ນານ​ເຖົ້າ


ຜັກຫມາກໄມ້  5 ຊະ​ນິດ ​ກິນຫຼາຍໆເຮັດ​​ໃຫ້ນານ​ເຖົ້າ


1. ເຊີຣີ 
ໝາກສີແດງໆ ລົດສົ້ມອົມຫວານຊະນິດນີ້ ອຸດົມໄປດ້ວຍວິຕາມິນຊີຫຼາຍກວ່າໝາກກ້ຽງເຖິງ 30-80 ເທົ່າ ນອກຈາກຈະຊ່ວຍບຳລຸງຜິວພັນໃຫ້ສົດໃສ ຫຼຸດຜ່ອນຄວາມເຖົ້າ ແລະ ຊ່ວຍຕ້ານອານຸມູນອິດສະຫຼະແລ້ວ ເຊີີຣີຍັງຊ່ວຍໃຫ້ສາວໆອາລົມດີຂຶ້ນອີກນຳ ເນື່ອງຈາກເຊີຣີມີສານທີ່ຊື່ວ່າ ແອນໂທໄຊຍານິນ (anthocyanin) ຊຶ່ງເປັນເມັດສີທີ່ເຮັດໃຫ້ໝາກໄມ້ຊະນິດນີ້ມີສີສັນສົດໃສ ແລະ ມີສັບພະຄຸນທີ່ສຳຄັນຄືເຮັດໃຫ້ຄົນກິນມີຄວາມສຸກ ໃນທາງການແພດເຊີຣີຈັດໄດ້ວ່າເປັນ “ແອັດສໄພລິນທຳມະຊາດ” ເລີຍແຫຼະ


2. ກ້ວຍ 
ກ້ວຍທຸກຊະນິດບໍ່ວ່າຈະເປັນກ້ວຍໄຂ່ ກ້ວຍນ້ຳ ກ້ວຍຫອມ ຫຼື ກ້ວຍອື່ນໆນອກຈາກຈະຫາກິນງ່າຍ ແລະ ມີລາຄາຖືກແລ້ວ ຍັງອຸດົມໄປດ້ວຍຄຸນປະໂຫຍດຫຼວງຫຼາຍ ດ້ວຍທາດໂປຕາສຊ້ຽມ (Potassium) ທີ່ສູງ ແຕ່ໂຊດ້ຽມຕ່ຳ ກ້ວຍຈຶ່ງຊ່ວຍໃນການຫຼຸດຄວາມດັນເລືອດ ມີທາດເຫຼັກສູງທີ່ຊ່ວຍກະຕຸ້ນການຜະລິດເຮໂມໂກລບິນ(Hemoglobin) ໃນເລືອດ ເຮັດໃຫ້ຜິວພັນຂອງທ່ານສ່ອງແສງມີເລືອດຝາດ ແລະ ປະລິມານເສັ້ນໄຍອາຫານທີ່ມີຢູ່ຫຼາຍຍັງຊ່ວຍໃຫ້ລະບົບຂັບຖ່າຍເປັນປົກກະຕິນຳ ກ້ວຍຍັງມີສ່ວນປະກອບຂອງວິຕາມິນບີ 6 ຊ່ວຍຮັກສາລະດັບນຳຕານໃນເລືອດໃຫ້ຄົງທີ່ ຊຶ່ງມີຜົນໄປເຖິງອາລົມສຳຫຼັບສາວໆ ທີ່ມາອາການກ່ອນມີປະຈຳເດືອນ (PMS-Premenstrual Syndrome) ການກິນກ້ວຍຈຶ່ງຊ່ວຍໃຫ້ອາລົມດີຂຶ້ນ




3. ແອັບເປິ້ນ 

ເປັນທີ່ຮູ້ຈັກກັນມາດົນແລ້ວວ່າແອບເປິ້ນອຸດົມໄປດ້ວຍສານແອນຕີອ໋ອກຊີແດນ (Antioxidant) ຊ່ວຍກຳຈັດຕົວການທີ່ເຮັດໃຫ້ເຊວເຊື່ອມສະພາບ ສຳຫຼັບສາວໆທີ່ຕ້ອງການຄວາມສົດໃສ ຂໍແນະນຳໃຫ້ເລືອກກິນ “ແອັບເປິ້ນສີບົວ” ທີ່ມີສານພິໂລນິກ (phenolic) ຊຶ່ງຈະຊ່ວຍຢຸດຢັ້ງການເກີດຝາ ແລະ ຊະລໍຄວາມເຖົ້າໃຫ້ຜິວໜັງ ພ້ອມທັງມີສານຟລາໂວນອຍ (Flavonoids) ທີ່ເພີ່ມການດູດຊຶມວິຕາມິນຊີ ແລະ ເຮັດໃຫ້ຝາຫຼອດເລືຶອດຝອຍແຂງແຮງນຳ




4. ສະຕໍເບີຣີ 
ອຸດົມດ້ວຍວິຕາມິນຊີ ແລະ ໄຟຕິວຣຽນທີ່ຈະເຮັດໃຫ້ອະນຸມູນອິດສະຫຼະໝົດລິດ ຊ່ວຍຄືນຄວາມໜຸ່ມໃຫ້ລະບົບປະສາດ ຜ່ອນຄາຍຄວາມເມື່ອຍຂອງສະໝອງ ແລະ ເຮັດໃຫ້ສະໝອງຂອງທ່ານຕືີ່ນຕົວ ສາມາດຈື່ຈຳສິ່ງຕ່າງໆໄດ້ຢ່າງຕົງປະເດັນ



5. ຜັກໃບຂຽວຕ່າງໆ 
ອາຍຸຫຼາຍຂຶ້ນ ຄວາມສ່ຽງຕໍ່ພະຍາດຕ່າງໆ ໂດຍສະເພາະພະຍາດຫົວໃຈກໍ່ເພີ່ມຫຼາຍຂຶ້ນໄປນຳ ການກິນຜັກໃບຂຽວທຸກມື້ຈະຊ່ວຍຫຼຸດຄວາມສ່ຽງພະຍາດນີ້ໄດ້ເຖິງ 11 ສ່ວນຮ້ອຍ ທັງຍັງຊ່ວຍໃນເລື່ອງການເບິ່ງເຫັນ ເນື່ອງຈາກມີແຄໂຣທີນອຍ (carotenoid) ເຖິງສອງຊະນິດຄື ລູທີນ (Lutein)  ແລະ ຊີແຊນທິນ (Zeaxanthin) ເຊິ່ງຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດພະຍາດຕໍ່ຕາເຊື່ອມອັນເນື່ອງມາຈາກໄວອາຍຸ ແລະ ຍັງອຸດົມໄປດ້ວຍກົດໂຟລິກ (Folic Acid) ທີ່ຈະຊ່ວຍໃຫ້ຮ່າງກາຍຜະລິດເຊວໃໝ່ໆ ທັງເປັນແຫຼ່ງວິຕາມິນອີ ແລະ ໂຟເລດ (folate) ທີ່ຈະຊ່ວຍຊະລໍບັນຫາຄວາມຈຳເຊື່ອມ


ຮູ້ຈັງຊີ່ແລ້ວ ຢາກ​ຊະລໍຄວາມເຖົ້າໃຫ້ຜິວໜັງ ຊອກຫາມາກິນຢ່າງໄວເດີ້... ຈຮາາາ